ສະຖາບັນເງິນຝາກຈຸລະພາກຈໍາປາສັກຈໍາກັດ ມອບເງິນ 40 ລ້ານກີບ ຊ່ວຍຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຈໍາປາສັກ

ພິທີມອບຮັບຈັດຂຶ້ນທີ່ສະໂມສອນຫລັກ 4 ໂດຍການມອບຂອງທ່ານ ໜູເຄືອບ ຜູ້ອໍານວຍການສະຖາບັນເງິນຝາກຈຸລະພາກຈໍາປາສັກ ຈໍາກັດ,ໃຫ້ກຽດຮັບຂອງທ່ານ ປອ ບຸນຖອງ ດີວິໄຊ ເຈົ້າແຂວງໆຈໍາປາສັກ ພ້ອມທັງໄດ້ກ່າວວ່າ:

ດ້ວຍຄວາມເຫັນອົກເຫັນໃຈປະຊາຊົນຜູ້ປະສົບໄພ ນໍ້າຖ້ວມ ໃນຄັ້ງນີ້ ຊຶ່ງມີຄວາມຮ້າຍແຮງໜັກໜ່ວງ ກ່ວາທຸກໆປີຜ່ານມາ,ໃນນາມສະຖາບັນເງິນຝາກຈຸລະພາກ ຈິ່ງໄດ້ ນໍາເງິນມາມອບໃຫ້ ເພື່ອເປັນກໍາລັງ ແຮງໜຶ່ງໃນການຊ່ວຍເຫລືອບັນເທົາທຸກໃຫ້ແກ່ປະຊາຊົນ ເພື່ອຫວັງໃຫ້ປະຊາຊົນຫລຸດພົ້ນຈາກຄວາມຫຍຸ້ງຍາກ ຜານຜ່າວິກິດການຈາກນໍ້າຖ້ວມ ແລະ​ເຮັດໃຫ້ຊີວິດການ ເປັນຢູ່ທີ່ດີຂຶ້ນ.

ໂອກາດຮັບເງິນຊ່ວຍເຫລືອຄັ້ງນີ້, ທ່ານ ປອ ບຸນຖອງ ດີວິໄຊ ຍັງໄດ້ຕາງໜ້າການນໍາແຂວງກໍຄື ປະຊາຊົນ ຜູ້ປະ ສົບໄພນໍ້າຖ້ວມສະແດງຄວາມຂອບໃຈຕໍ່ສະຖາ ບັນເງິນຝາກຈຸລະພາກຈໍາປາສັກ ຈໍາກັດ ແລະ ພາກສ່ວນອື່ນໆ ທີ່ມີນໍ້າໃຈອັນປະເສີດ ປະກອບສ່ວນບັນເທົາທຸກໃຫ້ປະຊາຊົນຜູ້ຕົກທຸກໄດ້ຍາກ ແລະ ອວຍພອນໃຫ້ການດຳ ເນີນທຸລະກິດຂອງ ສະຖາບັນເງິນຝາກຈຸລະພາກມີຄວາມກ້າວໜ້າຂະຫຍາຍຕົວ ແລະ ສືບຕໍ່ໃຫ້ການສະໜັບ ສະໜູນຊ່ວຍເຫລືອ ສັງຄົມໃນຕໍ່ໆໄປ.

ແຫຼ່ງຂໍ້ມູນ: ເກດສະໜາ ແກ້ວສຸວັນນະແສງ, ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...