ຮອງຫົວໜ້າຫ້ອງວ່າການກະຊວງ ເນັ້ນໃຫ້ຊາວໜຸ່ມຫ້ອງວ່າການເອົາໃຈໃສ່ຫຼາຍບັນຫາ

ໃນໂອກາດເຂົ້າຮ່ວມເປັນປະ ທານກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທົ່ວຫ້ອງວ່າການກະ ຊວງປ້ອງກັນປະເທດຄັ້ງທີ V , ສະຫາຍ ພົນຈັດຕະວາ ບຸນທອນ ສິດສຸວົງ ຄະນະພັກອົງການ, ຮອງຫົວໜ້າ ຫ້ອງວ່າການກະຊວງປ້ອງກັນ ປະເທດ ໄດ້ເນັ້ນໜັກໃຫ້ຄະນະ ຊາວໜຸ່ມຫ້ອງວ່າການກະຊວງ ແຕ່ລະຂັ້ນ, ຕ້ອງຕັ້ງໜ້າປັບປຸງ ການຈັດຕັ້ງຊາວໜຸຸ່ມໃຫ້ໜັກ ແໜ້ນເຂັ້ມແຂງ, ຕັ້ງໜ້າເຝິກຝົນ ຫຼໍ່ຫຼອມຕົນເອງໃຫ້ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ມີຄຸນສົມບັດ ແລະ ມີລະບຽບວິໄນ ເຂັ້ມງວດ, ເປັນຕົ້ນແມ່ນເພີ່ມຄວາມຮູ້ຄວາມສາມາດໃນການ ນໍາພາ, ສຶກສາອົບຮົມຊາວໜຸ່ມໃຫ້ ເປັນແບບຢ່າງນໍາໜ້າ,ມີລັກສະ ນະມະຫາຊົນຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ, ເພີ່ມທະວີເຮັດໃຫ້ ຊາວຫນຸ່ມເປັນບ່ອນອີງທີ່ເຊື່ອ ຖືໄດ້ໃນການຈັດຕັ້ງນໍາພາແລະ ເຊື່ອຖືໄດ້ຂອງພັກ-ລັດ, ກາຍ ເປັນກໍາລັງນໍາໜ້າ, ກໍາລັງປະ ຈັນບານໃຫ້ສົມກັບຄໍາສອນຂອງ ປະທານ ໄກສອນ ພົມວິຫານ ເວົ້າວ່າ:

”ຊາວໜຸ່ມປຽບເໝືອນ ສິນ ໄຊ, ແຫ່ງຍຸກສະໄໝທີ່ບໍ່ຫວັ່ນ ໄຫວຕໍ່ພະຍຸລົມແດງ” ຕັ້ງໜ້າ ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກ ກະຊວງວາງອອກ, ຕິດພັນກັບ ການປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມໃຫ້ຟົດຟື້ນ ແຂງແຮງກ່ວາເກົ່າພ້ອມກັນ ເຊີດຊູຈິດໃຈເພິ່ງຕົນເອງ, ເປັນເຈົ້າຕົນເອງສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ສ້າງກົມກອງໃຫ້ ຈະເລີນກ້າວໜ້າ, ເຂັ້ມແຂງເພື່ອ ສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ໃນໂອກາດດຳເນີນກອງປະຊຸມ ໃຫຍ່ຜູ້ແທນຊາວໜຸ່ມທົ່ວຫ້ອງ ວ່າການກະຊວງປ້ອງກັນປະເທດ ຄັ້ງທີ V ຄັ້ງນີ້ ສະຫາຍ ພັນໂທ ສຸກັນ ພົງພັນຈິດ ຫົວໜ້າພະແນກຊາວໜຸ່ມຫ້ອງການເມືອງຫ້ອງ ວ່າການກະຊວງປ້ອງກັນປະເທດ ໄດ້ຕີລາຄາຄືນບົດບາດການນໍາພາຂອງຄະນະຊາວໜຸ່ມຕໍ່ຂົງເຂດວຽກງານຕ່າງໆ.

ໂດຍໄດ້ຍົກໃຫ້ເຫັນຜົນງານທີເປັນພື້ນຖານ ແລະ ພ້ອມກັນຍາດມາໄດ້ໃນໄລຍະ 5 ປີຜ່ານມາເປັນຕົ້ນແມ່ນໄດ້ຖືສຳ ຄັນຕໍ່ວຽກງານສືກສາອົບຮົມການເມືອງນຳພາແນວຄິດໃຫັພະນັກງານສະມາຊີກຊາວໜຸ່ມໃນທົ່ວຫ້ອງວ່າການກະຊວງມີແນວ ຄິດອຸ່ນອຽ່ນທຸນທ່ຽງເຊື່ອໜັ້ນ ຕໍ່ການນໍາພາຂອງພັກ-ລັດ ແລະ ປະກອບສ່ວນເຮັດໜ້າທີ່ການ ເມືອງຂອງກົມກອງໂດຍປີ່ນອ້ອມ 4 ໜ້າທີ່ໃຫ່ຍ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກຕິດພັນກັບການປັບປຸງ ກໍ່ສ້າງພັກໃຫັມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ຕາມ 5 ຫຼັກການ 3 ທິດນຳຂອງພັກ ແລະ ຂະບວນການຈັດຕັ້ງປະຕິບັດຂໍ້ ແຂ່ງຂັນ 4 ບຸກ.

ເຊິ່ງຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ການຈັດຕັ້ງຊາວໜຸ່ມຂັ້ນພະແນກ ໄດ້ຮັບການຍ້ອງຍໍນາມມະຍົດ 4 ບຸກ 1 ໃບກວມເອົາ 100%, ຂັ້ນຄະ ນະບໍລິຫານງານ 3 ໃບກວມເອົາ 100%, ຂັ້ນໜ່ວຍຊາວໜຸ່ມ 4 ບຸກ ມີ 33 ໜ່ວຍກວມເອົາ 84,61%, ຍ້ອງຍໍຈາກສູນກາງ 6 ໜ່ວຍ ກວມເອົາ 10,25%, ໄດ້ຮັບການຍ້ອງຍໍລວມໝູ່ 9 ໜ່ວຍ, ຊົມເຊີຍ ລວມໜູ່ 5 ໜ່ວຍ, ຍ້ອງຍໍບຸກຄົນ ຈາກສູນກາງຊາວໜຸ່ມ ແລະ ຄະ ນະພັກຂັ້ນເທິງ 501 ສະຫາຍ, ຊົມເຊີຍບຸກຄົນຈາກສູນກາງ ຊາວ ໜຸ່ມ ແລະ ຄະນະພັກຂັ້ນເທິງ 421 ສະຫາຍ, ໄດ້ຮັບຫຼຽນໄຊປະເພດ ຕ່າງໆຈຳນວນ 386 ສະຫາຍ ໄດ້ຮັບໃບຍ້ອງຍໍປະເພດຕ່າງໆ ອີກຈຳນວນໜຶ່ງ.

ຈາກນັ້ນໃນ ພິທີກໍໄດ້ຈັດຕັ້ງມອບ-ຮັບໃບນາມ ມະຍົດ 4 ບຸກໃຫ້ການຈັດຕັ້ງຊາວ ໜຸ່ມ ແລະ ມອບໃບຍ້ອງຍໍໃຫ້ ຄອບຄົວຕົວແບບຢ່າງສົມກຽດ.

ແຫຼ່ງຂໍ້ມູນ: ໂດຍ: ເພັດ ສົມນໍວັນ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.