ຮອງເຈົ້າແຂວງຊຽງຂວາງ ຕ້ອນຮັບຊົມລົມໄທພວນ ແຫ່ງປະເທດໄທ

ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງ ຂວາງ ​ໄດ້​ຕ້ອນຮັບ ທ່ານ ວິຣັດວົງ ທຳມະວົງ ເລຂາທິການຊົມລົມໄທພວນ ແຫ່ງປະເທດໄທ ພ້ອມດ້ວຍຄະນະ ​ໃນ​ໂອກາດມາ ທັດສະນະສຶກສາ, ແລກປ່ຽນວັດທະນະທຳ, ຢ້ຽມຢາມພີ່ນ້ອງພວນບ້ານໝີ່ ເຂດພັ້ນ ເມືອງແປກ, ບ້ານຊຽງງາ ເມືອງພູກູດ, ທັດສະນະສຶກສາຖ້ຳພະ, ທົ່ງໄຫຫີນ ເພື່ອໄດ້ເຫັນ ເຂົ້າອົກເຂົ້າໃຈ ເພີ່ມຕື່ມ ກ່ຽວກັບ ຮີດຄອງປະເພນີ ແລະ ທ້ອງຖິ່ນກຳເນີດຂອງເຜົ່າພວນ ທັງເປັນການສົ່ງເສີມປີທ່ອງທ່ຽວລາວ 2018 ຕື່ມອີກ.

ທ່ານຮອງເຈົ້າແຂວງໆຊຽງຂວາງ ກໍ​ໄດ້​ແຈ້ງ​ໃຫ້​ຊາບການພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາ ເຊິ່ງແຂວງຊຽງຂວາງ ກຳລັງສຸມໃສ່ການແກ້ໄຂຄວາມທຸກຍາກ, ການເກັບກູ້ລະເບີດທີ່ບໍ່ທັນແຕກ ທີ່ຕົກຄ້າງຢູ່ ພື້ນທີ່ຂອງແຂວງ, ກະກຽມເປັນເຈົ້າພາບຈັດງານ ມະຫາກຳກິລາແຫ່ງຊາດຄັ້ງທີ 11, ກະກຽມຮັບເອົາທົ່ງໄຫຫີນເປັນມໍລະດົກໂລກ ​ແລະ ການພັດທະນາພື້ນຖານໂຄງລ່າງ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.