ເລີ່ມທົດລອງຜະລິດກະແສໄຟຟ້າເຂື່ອນດອນສະໂຮງ

ພີທີໄຂທົດລອງການຜະລິດກະແສໄຟຟ້າເຄື່ອງຈັກໜ່ວຍທີ 1 ຂອງໂຄງການເຂື່ອນໄຟຟ້າດອນສະໂຮງ ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດຂຶ້ນໃນວັນທີ 11 ຕຸລາ 2019 ຢູ່ໂຄງການດັ່ງກ່າວ.

ໂດຍມີທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິ ຫານສູນກາງພັກ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ມີທ່ານຮອງເຈົ້າແຂວງຈຳປາສັກ ທ່ານປະ ທານບໍລິສັດໄຟຟ້າດອນສະໂຮງຈຳກັດ ແລະຕົວແທນພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໂກນັນດຽວ ປະທານບໍລິສັດໄຟຟ້າດອນສະໂຮງຈຳກັດ ໄດ້ຂຶ້ນລາຍງານໂດຍຫຍໍ້ກ່ຽວກັບຜົນສຳເລັດຂອງໂຄງການ ໂດຍສະເພາແມ່ນພາຍຫລັງທີ່ໄດ້ຮັບອະນຸຍາດໃຫ້ດຳເນີນການກໍ່ສ້າງຈາກລັດຖະບານ ສປປ ລາວ ທາງບໍລິສັດໄດ້ສູມທຸກກຳລັງເຂົ້າໃສ່ຕາມແຕ່ລະໜ້າວຽກໃຫ້ສຳເລັດຕາມແຜນການ.

ເປັນຕົ້ນແມ່ນໜ້າວຽກສຳຄັນຂອງໄລຍະທ້າຍແມ່ນການສູມໃສ່ເລັ່ງຕິດຕັ້ງເຄື່ອງ ຈັກປັ່ນໄຟ ຈົນມາຮອດປັດຈຸບັນແມ່ນສຳເລັດໂດຍພື້ນຖານ ແລະ ໄດ້ໄຂທົດລອງເຄື່ອງຈັກໜ່ວຍທີ 1 ໃນວັນທີ 11ຕຸລາ 2019 ນີ້ ເຊິ່ງມີກຳລັງຕິດຕັ້ງ 65 ເມກາວັດ ຄາດວ່າຮອດທ້າຍປີ 2019 ນີ້ ຈະສາມາດເປີດນຳໃຊ້ໃຫ້ໄດ້ທັງ 4 ໜ່ວຍ ທີ່ມີກຳລັງຕິດຕັ້ງທັງ ໝົດຂອງເຂື່ອນໄຟຟ້າດອນສະໂຮງ 260 ເມກາວັດ.

ຈາກນັ້ນ ທ່ານ ຄຳມະນີ ອິນທິລາດ ໄດ້ຂຶ້ນມີຄຳເຫັນ ໂດຍເນື້ອໃນສຳຄັນທ່ານໄດ້ກ່າວວ່າ:

ໂຄງການເຂື່ອນໄຟຟ້າດອນສະໂຮງແມ່ນໂຄງການຍຸດທະສາດຂອງລັດຖະບານ ໃນການພັດທະນາເຂື່ອນໄຟຟ້າພະລັງນ້ຳ ເຊິ່ງເປັນໂຄງການຂະໜາດໃຫຍ່ 1 ໃນ 2 ເຂື່ອນ ທີ່ກຳລັງດຳເນີນການກໍ່ສ້າງຢູ່ແມ່ນ້ຳຂອງ ເປັນເຂື່ອນທີ່ມີລັກສະ ນະພິເສດ ມີຜົນປະໂຫຍດສູງສຸດ ແຕ່ມີຜົນກະທົບຕໍ່ທຳມະຊາດ ແລະ ສັງຄົມໜ້ອຍທີ່ສຸດຖ້າທຽບໃສ່ເຂື່ອນອື່ນໆ ເຊິ່ງເຂື່ອນດອນສະໂຮງແຫ່ງນີ້ສ່ວນຫຼາຍແມ່ນສົ່ງຂາຍໃຫ້ປະເທດກຳປູເຈຍ.

ແຫຼ່ງຂໍ້ມູນ: ພາບ-ຂ່າວ ສີພອນ, ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...