ທ່ານນາຍົກລັດຖະມົນຕີ ຕ້ອນຮັບປະທານສະຫະພັນບານເຕະສາກົນ ຫຼື FIFA

ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມພົບປະຂອງ ທ່ານ Gianni Infantino ປະ ທານສະຫະພັນບານເຕະສາກົນ ຫຼື FIFA ພ້ອມຄະນະ ໃນໂອກາດ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ສປປ ລາວ.

ທ່ານ ນາຍົກລັດຖະມົນຕີໄດ້ກ່າວສະແດງຄວາມຍິນດີຕ້ອນ ຮັບ ແລະ ຊົມເຊີຍຕໍ່ທ່ານປະທານ ສະຫະພັນບານເຕະສາກົນ ພ້ອມ ຄະນະທີ່ໄດ້ເດີນທາງມາຢ້ຽມ ຢາມ ສປປ ລາວ ພາຍຫຼັງທີ່ທ່ານ ໄດ້ຖືກເລືອກຕັ້ງເປັນປະທານ FIFA ຄົນ ໃໝ່ ແລະ ກໍເປັນຄັ້ງທຳອິດທີ່ໄດ້ມາຢ້ຽມຢາມ ສປປ ລາວ, ການມາຢ້ຽມຢາມຄັ້ງນີ້ ແມ່ນເປັນການປະກອບສ່ວນອັນສຳຄັນເຂົ້າໃນການພົວພັນຮ່ວມມືທີ່ດີ ລະຫວ່າງສະຫະພັນບານເຕະ ສປປ ລາວກັບສາກົນ.

ໂອກາດນີ້ ທ່ານ Gianni Infantino ກໍໄດ້ສະແດງຄວາມ ຂອບໃຈເປັນຢ່າງສູງຕໍ່ການ ຕ້ອນຮັບຢ່າງອົບອຸ່ນທີ່ເຕັມໄປ ດ້ວຍໄມຕີຈິດມິດຕະພາບ,

ພ້ອມນີ້ກໍໄດ້ແຈ້ງຈຸດປະສົງຂອງການ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນ ຄັ້ງນີ້ໃຫ້ ທ່ານນາຍົກລັດຖະມົນຕີໄດ້ຊາບ. 

ການມາຢ້ຽມຢາມ ສປປ ລາວ ຂອງປະທານ FIFA ພ້ອມຄະນະ ໃນຄັ້ງນີ້ຍັງໄດ້ໄປຢ້ຽມຢາມໂຄງ ການຕ່າງໆທີ່ທັງສະຫະພັນບານ ເຕະສາກົນໄດ້ໃຫ້ການຊ່ວຍເຫຼືອ ລາວ ໃນໄລຍະທີ່ຜ່ານມາເຊັ່ນ:

ໂຄງການກໍ່ສ້າງຫໍພັກນັກກີລາ ຊາຍ ແລະ ຫ້ອງອາຫານ (2001) ມູນຄ່າ 300.000 ໂດລາສະຫະລັດ, ໂຄງ ການອາຄານພະແນກເຕັກນິກວິທະຍາ ແລະ ພັດທະນາ ເດີ່ນຟຸດຊໍໃນຮົ່ມ (2007) ມູນຄ່າ 300.000 ໂດລາສະຫະລັດ, ອາຄານຫໍພັກນັກກີລາຍິງ (2009) ມູນຄ່າ 300.000 ໂດລາສະຫະລັດ, ສະໜາມຫຍ້າທຽມຢູ່ສູນເຝິກ ຫ້ວຍຫົງ (2012) ແລະ (2014) ລວມມູນຄ່າ 550.000 ໂດລາສະຫະລັດ, ອາຄານຫ້ອງ ການບໍລິຫານ (2015) ມູນຄ່າ 550.000 ໂດລາສະຫະລັດ, ຫໍພັກນັກກີລາ ແລະ ຄູເຝິກທີ່ສະໜາມ ກີລາແຫ່ງຊາດ (2015) ມູນຄ່າ 550.000 ໂດລາສະຫະລັດ,

ນອກນັ້ນ FIFA ຍັງໄດ້ຊ່ວຍເຫຼືອ ດ້ານງົບປະມານບໍລິຫານສະຫະ ພັນບານເຕະແຫ່ງຊາດລາວ ກໍຄື ສະຫະພັນບານເຕະປະເທດອື່ນໆ, ທີ່ເປັນສະມາຊິກຈຳນວນ 1.000.000 ໂດລາສະຫະລັດ ເຊິ່ງຈະຕ້ອງໄດ້ນໍາໃຊ້ງົບປະມານ ດັ່ງກ່າວເຂົ້າໃນກິດຈະກຳຕ່າງໆ ຂອງສະຫະພັນບານເຕະ.

ພ້ອມນີ້ ປະທານ FIFA ຍັງໄດ້ເຂົ້າຮ່ວມ ພິທີເປີດການແຂ່ງຂັນກີລາ ຢູ 15 ຢູ່ທີ່ສະຫະພັນບານເຕະແຫ່ງຊາດລາວນຳອີກ.

ໂດຍ: ແສງເດືອນ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...