ມອບ-ຮັບສູນຂໍ້ມູນດິຈິຕ໋ອນ ທີ່ນຳໃຊ້ພະລັງງານຢ່າງມີປະສິດທິພາບ


ທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ ເຊັນຮັບສູນຂໍ້ມູນດິຈິຕ໋ອນ ທີ່ນຳໃຊ້ພະລັງງານຢ່າງມີປະສິດທິພາບ ຂອງ ສປປ ລາວ ທີ່ໂຮງແຮມຄາວພາຊາ

ໂຄງການນີ້ ພັດທະນາໂດຍອົງການພັດທະນາພະລັງງານໃໝ່ ແລະເຕັກໂນໂລຊີອຸດສະຫະກຳ (NEDO) ຕັ້ງຢູ່ບ້ານດອນຕິ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຊຶ່ງເປັນໂຄງການ ຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ດ້ວຍມູນຄ່າ 20 ລ້ານກວ່າໂດລາສະຫະລັດ ແລະມີການປະກອບທຶນສົມທົບຈໍານວນໜຶ່ງຈາກຝ່າຍລາວ

ທ່ານ ແກ້ວນະຄອນ ກ່າວວ່າ ໄດ້ດໍາເນີນສຶກສາຄວາມເປັນໄປໄດ້ໃນຕົ້ນປີ 2014 ເຖິງທ້າຍປີ 2015 ແລະໃນຕົ້ນປີ 2016 ໄດ້ຖືກຮັບຮອງ ແລະອະນຸມັດໃຫ້ມີການຈັດຕັ້ງປະຕິບັດ. ເພື່ອສ້າງເງື່ອນໄຂໃຫ້ ສປປ ລາວ ໄດ້ມີການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ຕາມແນວທາງຫັນເປັນອຸດສະຫະກຳ ແລະທັນສະໄໝ ໂດຍສະເພາະ ເພື່ອພັດທະນາພື້ນຖານໂຄງລ່າງສູນຂໍ້ມູນດິຈິຕ໋ອນແຫ່ງຊາດ (Data Center) ທີ່ມີເຕັກໂນໂລຊີທັນສະໄໝ, ມີຄວາມປອດໄພ ແລະໄດ້ມາດຕະຖານສາກົນ.
ພ້ອມດຽວກັນນັ້ນ ໂຄງການຍັງຊ່ວຍສົ່ງເສີມການພັດທະນາອຸດສະຫະກຳເຕັກໂນໂລຊີດິຈິຕ໋ອນ ແບບຍືນຍົງ ແລະເປັນມິດຕໍ່ສິ່ງແວດລ້ອມ, ຫຼຸດຜ່ອນທາດອາຍກາກໂບນີກ CO2 ຊຶ່ງເປັນໂຄງການຄັ້ງທຳອິດຂອງ ສປປ ລາວ ທີ່ນອນຢູ່ໃນຂອບ JCM.

ນອກຈາກນີ້ ໃນພິທີ ຍັງມີການມອບຫຼຽນກາແຮງງານໃຫ້ແກ່ຜູ້ບໍລິຫານ, ຫົວໜ້າກົມ, ຫົວໜ້າພະແນກຂອງອົງການ NEDO, ບໍລິສັດໂຕໂຢຕ້າຊູໂຊະ, ບໍລິສັດ IIJ ທັງໝົດຈໍານວນ 5 ທ່ານ ແລະມອບໃບຍ້ອງຍໍ້ຈາກລັດຖະບານ ໃຫ້ 4 ບໍລິສັດຄື: ບໍລິສັດໂຕໂຢຕ້າຊູໂຊະ, ບໍລິສັດ IIJ, ບໍລິສັດ MUMSS ແລະ ບໍລິສັດ TTNI

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,