ບໍ່ທຳມະດາ! ເດັກຍິງລາວອາຍຸ 15 ໂດດເດັ່ນເທິງເວທີສະຫະປະຊາຊາດ!!!

ພາບປະກອບ

ອິນໄຊລາວ ແລະຄົນລາວທັງປະເທດ ຮູ້ສຶກພາກພູມໃຈນຳ ນ້ອງ:

ນາງ ປານີພອນ ວົງມາລາ ອາຍຸ 15 ປີ ນັກຮຽນຈາກໂຮງຮຽນ ມັດທະຍົມ ສົມບູນວຽງຈັນ ເປັນຕົວແທນເດັກ ຈາກ ສປປ ລາວ, ແລະ ຕົວແທນເດັກອື່ນໆຈາກທົ່ວໂລກ ຂຶ້ນນຳສະເໜີກ່ຽວກັບ ການສຶກສາ ແລະ ສິ່ງແວດ ລ້ອມ ແລະ ເປັນຜູ້ນຳທີມ ໃນການນຳສະເໜີ ໃນກອງປະຊຸມຂັ້ນສູງ Lao Generation 2030 ໃນກອງປະຊຸມໃຫຍ່ ໃນວັນເດັກໂລກ ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນິວຢອກ ສະຫະລັດອາເມລິກາ.

ພາບປະກອບ

ປານີພອນ ກ່າວວ່າ:

ກ່ອນທີ່ຈະໄປເຂົ້າຮ່ວມກອງປະຊຸມຄັ້ງສຳຄັນນີ້ ຕ້ອງກຽມຕົວສົມຄວນທັງໃນເລື່ອງຂໍ້ມູນ, ຄວາມຮູ້ ແລະທັກສະພາສາອັງກິດ ເຖິງຈະຝຶກຢູ່ຕະຫຼອດກໍ່ຕ້ອງໄດ້ຝຶກໜັກຂຶ້ນ ເພາະນີ້ເປັນເວທີໃຫຍ່ລະດັບໂລກ ແລະເປັນຄັ້ງທຳອິດທີ່ໄດ້ເດີນທາງໄປສະຫະລັດອາເມລິກາ.

ພາບປະກອບ

ນ້ອງບອກວ່າ ຫົວຂໍ້ທີ່ໄດ້ຮັບຄື ການສຶກສາໃຊ້ເວລາ 20 ນາທີໃນການຂຶ້ນເວທີ ເນື້ອໃນສຳຄັນຄືການສຶກສາຢູ່ບ້ານເຮົາຍັງມີບັນຫາຫຍັງແດ່ , ວິທີການແກ້ໄຂ ແລະວິໄສທັດທີ່ນ້ອງໆເຫັນໃນປີ 2030

ພາບປະກອບ

ທັງໝົດຕ້ອງເວົ້າເປັນພາສາອັງກິດ ກໍ່ບໍ່ງ່າຍປານໃດແຕ່ກໍ່ພະຍາຍາມຫາຂໍ້ມູນຄວາມຮູ້ຂອງປະເທດເຮົາ ໄປໃຊ້ເວລາ 20 ນາທີໃຫ້ເກີດປະໂຫຍດສູງສຸດ ເປັນຕົ້ນການສະແດງຄວາມຮູ້ຄວາມສາມາດໃຫ້ຊາວໂລກໄດ້ເຫັນ.

ພາບປະກອບ

ແຫຼ່ງຂໍ້ມູນ: ຊຸບຊິບອັບເດດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...