2024 ແຂວງສາລະວັນ ຈະເປັນແຂວງຢຸດຕິຖ່າຍຊະຊາຍ

ເພື່ອເຮັດໃຫ້ແຜນການຈັດຕັ້ງປະຕິບັດວຽກງານ ຊຈສ ເປັນໄປໄດ້ຕາມເປົ້າໝາຍທີ່ກຳນົດ ແລະແຜນການທີ່ວາງໄວ້ໃນຕໍ່ໜ້າທາງພະແນກສາທາລະນະສຸກແຂວງສາລະວັນຕ້ອງສູ້ຊົນເຮັດໃຫ້ໄດ້ບ້ານຢຸດຕິການຖ່າຍຊະຊາຍໃນປີ 2018, ທົ່ວແຂວງໃຫ້ໄດ້ 148 ບ້ານ, ປີ 2019 ໃຫ້ໄດ້ 273 ບ້ານ, ປີ 2020, ໃຫ້ໄດ້ 399 ບ້ານ, ປີ 2021, ໃຫ້ໄດ້ 482 ບ້ານ, ປີ 2022 ໃຫ້ໄດ້ 547 ບ້ານ ແລະປີ 2023 ໃຫ້ໄດ້ 579 ບ້ານ, ພ້ອມທັງປະກາດເປັນແຂວງຢຸດຕິການຖ່າຍຊະຊາຍໃນປີ 20224.

ທ່ານ ດຣ ກະເສີມສຸກ ວົງສຸດທິ ຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນໄດ້ລາຍງານຕໍ່ກອງປະຊຸມສະຫຼຸບລວມຂອງວຽກງານຊຸມຊົນເປັນເຈົ້າການດ້ານສຸກຂະອະນະໄມ ( ຊຈສ )ທີ່ຈັດຂຶ້ນບໍ່ດົນມານີ້ຮູ້ວ່າ: ສາລະວັນປະກອບດ້ວຍ 8 ເມືອງ, ມີ 579 ບ້ານ, ມີບ້ານສາທາລະນະສຸກ 134 ບ້ານ, ບ້ານທຸກຍາກ 62 ບ້ານ, ມີປະຊາກອນ 4 ແສນກວ່າຄົນ, ມີຈຳນວນຄົວເຮືອນ 83 ພັນກວ່າຄົວເຮືອນ, ໃນນັ້ນຄອບຄົວທຸກຍາກ 4 ພັນກວ່າຄອບຄົວ, ມີໂຮງໝໍແຂວງ 1 ແຫ່ງ, ໂຮງໝໍຊຸມຊົນ 1 ແຫ່ງ, ໂຮງໝໍເມືອງ 6 ແຫ່ງ, ໂຮງໝໍນ້ອຍ 1 ແຫ່ງ, ສຸກສາລາ 70 ແຫ່ງ ແລະຫ້ອງກວດພະຍາດເອກະຊົນ 24 ແຫ່ງ,

ຈາກການສຳຫຼວດໃນໄລຍະຜ່ານມາແຂວງສາລະວັນກໍ່ເປັນແຂວງອັນດັບໜຶ່ງຂອງການຖ່າຍຊະຊາຍສູງເຖີງ 77,5%, ມາຮອດປີ 2014 ອົງການແພນ ແລະອົງການຢູນີເຊັບໄດ້ເຂົ້າມາສຶກສາຂໍ້ມູນລະບົບນໍ້າ ແລະອານະໄມ້ຮ່ວມກັບພະແນກສາທາລະນະສຸກແຂວງ ເຫັນວ່າປະຊາຊົນບໍ່ມີວິດຖ່າຍ, ຍັງຖ່າຍຊະຊາຍສູງເຖີງ 74%, ການອະນະໄມ້ຮ່າງກ່າຍ ແລະລ້າງມືໃສ່ສະບູມີພຽງແຕ່ 21%, ລະບົບນໍ້າດືມ-ນໍ້າໃຊ້ບໍ່ທັນສະອາດ ແລະບໍ່ສະດວກ 88,95% ແລະ 90% ຂອງການດຳລົງຊີວິດປະຊາຊົນຍັງເອື້ອຍອີງໃສ່ແຕ່ທຳມະຊາດ, ໃນນີ້ເມືອງທີ່ມີອັດຕາານຖ່າຍຊະຊາຍສູງກວ່າໜູ່ແມ່ນເມືອງຕຸ້ມລານ 87,10%, ຕໍ່ມາແມ່ນເມືອງເລົ່າງາມ 77,18% ແລະເມືອງລະຄອນເພັງ 67,27%, ເມືອງຕະໂອ້ຍ ແລະເມືອງສະໜ້ວຍ 65%, ເມືອງສາລະວັນ 64%, ເມືອງວາປີ 58% ແລະເມືອງຄົງເຊໂດນ 38%

ເພື່ອເຮັດໃຫ້ແຜນການຈັດຕັ້ງປະຕິບັດວຽກງານ ຊຈສ ເປັນໄປໄດ້ຕາມເປົ້າໝາຍທີ່ກຳນົດ ແລະແຜນການທີ່ວາງໄວ້ໃນຕໍ່ໜ້າທາງພະແນກສາທາລະນະສຸກແຂວງສາລະວັນຕ້ອງສູ້ຊົນເຮັດໃຫ້ໄດ້ບ້ານຢຸດຕິການຖ່າຍຊະຊາຍໃນປີ 2018, ທົ່ວແຂວງໃຫ້ໄດ້ 148 ບ້ານ, ປີ 2019, ໃຫ້ໄດ້ 273 ບ້ານ, ປີ 2020, ໃຫ້ໄດ້ 399 ບ້ານ, ປີ 2021, ໃຫ້ໄດ້ 482 ບ້ານ, ປີ 2022 ໃຫ້ໄດ້ 547 ບ້ານ ແລະປີ 2023 ໃຫ້ໄດ້ 579 ບ້ານ, ພ້ອມທັງປະກາດເປັນແຂວງຢຸດຕິການຖ່າຍຊະຊາຍໃນປີ 2024 ທ່ານ ດຣ ກະເສີມສຸກ ວົງສຸດທິ ກ່າວ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...