3 ດ່ານພາສີສາກົນຈະລອງໃຊ້ລະບົບ ບ53 ແບບເອເລັກໂຕຣນິກ

ເພື່ອເປັນຕະການໃນການຄຸ້ມຄອງຕິດຕາມ ແລະກວດກາພາຫະນະຜ່ານດ່ານສາກົນແບບລະບົບທັນສະໄໝສະດວກວ່ອງໄວໂປ່ງໃສ ແລະສອດຄ່ອງຖືກຕ້ອງຕາມລະບຽບການ. ໃນຕົ້ນເດືອນມັງ ກອນປີ 2020 ນີ້ດ່ານພາສີສາກົນຂົວມິດຕະພາບ I, ດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ດ່ານພາສີສາກົນຂົວມິດຕະພາບ IV ແຂວງບໍ່ແກ້ວ ຈະໄດ້ເປີດທົດລອງນຳໃຊ້ລອງລະບົບຄຸ້ມຄອງພາຫະນະທ່ອງທ່ຽວຢ້ຽມຢາມ ແລະພາຫະນະຂົນສົ່ງສິນຄ້າດ້ວຍລະບົບເອເລັກໂຕຣນິກ (ບ53).

ສະນັ້ນ, ໃນທ້າຍເດືອນພະຈິກຜ່ານມາ, ທີ່ດ່ານສາກົນຂົວມິດຕະພາບ I ໄດ້ຈັດກອງປະຊຸມນໍາສະເໜີ ແລະສາທິດເປີດທົດລອງນຳໃຊ້ລະບົບ (ບ53), ໂດຍການເຂົ້າ ຮ່ວມຂອງທ່ານນາງ ຄໍາຂວັນ ສີຊານົນ ຮອງຫົວໜ້າຫ້ອງການກະຊວງການເງິນ,ມີທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີກະຊວງການເງິນ, ຫົວ ໜ້າດ່ານພາສີສາກົນຂົວມິດຕະພາບ I, ຄະນະດ່ານ, ຄະນະພະແນກ, ຜູ້ອໍານວຍການບໍລິສັດ ຄໍາປະເສີດ ຄອມພີວເຕີ ຈໍາກັດ ຜູ້ພັດທະນາລະບົບ (ບ53) ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຕາມການລາຍງານຂອງຄະນະຮັບຜິດຊອບພັດທະນາລະບົບ ບ53 ແບບເອເລັກໂຕຣນິກໃຫ້ຮູ້ວ່າ: ລະບົບ ບ 53 ແບບເກົ່າທີ່ນຳໃຊ້ໃນປັດຈຸບັນທີ່ດ່ານພາສີສາກົນທົ່ວປະເທດເຫັນວ່າມີຂໍ້ມູນເພີ່ມຂຶ້ນເປັນຈຳນວນຫຼວງຫຼາຍເຮັດໃຫ້ຖານຂໍ້ມູນບໍ່ສາມາດຮອງຮັບໄດ້ ແລະເປັນສາເຫດເຮັດໃຫ້ຕ້ອງໄດ້ນຳໃຊ້ແບບແຍກຖານຂໍ້ມູນບໍ່ລວມສູນ, ທີ່ສຳຄັນການຊໍາລະຄ່າທຳນຽມຜູ້ໂດຍສານ, ພາຫະນະຕ່າງໆ ແລະຄ່າລ່ວງເວລາຍັງເກັບດ້ວຍເງິນສົດເຮັດໃຫ້ການສັງລວມລາຍຮັບຈາກຄ່າທຳນຽມມີຄວາມຫຍຸ້ງຍາກ, ຊັກຊ້າ, ບໍ່ໂປ່ງໃສ.

ສະນັ້ນ, ເພື່ອເຂົ້າລະບຽບການ ແລະມາດຕະການໃນການຄຸ້ມຄອງຕິດຕາມ ແລະກວດກາພາຫະນະຜ່ານດ່ານສາກົນທາງບົກດ້ວຍການນຳໃຊ້ລະບົບ ບ53 ແບບເອເລັກໂຕຣນິກທີ່ເປັນເຄື່ອງມືທັນສະໄໝໃຫ້ແກ່ເຈົ້າໜ້າທີ່ພາສີໃນການຄຸ້ມຄອງພາຫະນະເຂົ້າ-ອອກທ່ອງທ່ຽວຢ້ຽມຢາມເປັນການຊົ່ວຄາວ, ພາຫະນະຂົນສົ່ງສິນຄ້າຜ່ານດ່ານພາສີສາກົນໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ, ທັງສະດວກວ່ອງໄວໂປ່ງໃສ, ສອດຄ່ອງຖືກຕ້ອງຕາມລະບຽບກົດໝາຍກໍານົດໄວ້, ຫັນການຄຸ້ມຄອງລາຍຮັບສູ່ລະບົບທັນສະໄໝໃນຂະແໜງພາສີທີ່ເກີດມີຫາງສຽງຈົ່ມວ່າຂອງສັງຄົມໂດຍສະເພາະແມ່ນການຈັດເກັບລາຍຮັບຍັງເກັບເປັນເງິນສົດເປັນຕົ້ນຄ່າທໍານຽມຕ່າງໆ.

ກະຊວງການເງິນໄດ້ອະນຸມັດໃຫ້ບໍລິສັດ ຄໍາປະເສີດ ຄອມພີວເຕີ ຈໍາກັດ ຜູ້ດຽວພັດທະນາລະບົບ (ບ53) ແບບທັນສະໄໝ, ເບື້ອງຕົນຈະໄດ້ໄປຕິດຕັ້ງ ແລະທົດລອງ ນໍາໃຊ້ຢູ່ດ່ານພາສີສາກົນຂົວມິດຕະພາບ I, ດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາແລະດ່ານພາສີສາກົນຂົວມິດຕະພາບ IV ແຂວງບໍ່ແກ້ວ, ຄາດຄະເນວ່າຈະເປີດທົດນໍາໃຊ້ໃນເດືອນມັງກອນປີ 2020 ແລະຈະສືບຕໍ່ຜັນຂະຫຍາຍນຳໃຊ້ຢູ່ບັນດາດ່ານສາກົນໃນຂອບເຂດທົ່ວປະເທດ.

ອີງຕາມຕົວເລກລາຍງານເບື້ອງຕົ້ນຢູ່ດ່ານພາສີສາກົນຂົວມິດຕະພາບ I ມີ ຈໍານວນຜູ້ໂດຍສານທີ່ເດີນທາງເຂົ້າ-ອອກປະເທດໃນແຕ່ລະວັນ, ສະເລ່ຍຜູ້ໂດຍສານທີ່ເດີນ ທາງຂາເຂົ້າມີປະມານ 700 ກວ່າຄົນຕໍ່ວັນ, ພາຫະນະ (ປະເພດລົດ ບັນທຸກ) ປະມານ 500 ຄັນຕໍ່ວັນ, ສ່ວນການເດີນທາງຂາອອກຂອງຜູ້ໂດຍສານ 1.800 ຄົນຕໍ່ວັນພາຫະນະ (ປະເພດລົດເບົາ) ປະມານ 782 ຄັນຕໍ່ວັນ, ຖ້າເປັນ ວັນພັກລັດຖະການ ຫຼືມື້ທີ່ມີເທດສະການຕ່າງໆປະລິມານຜູ້ໂດຍສານຫຼືລົດສ່ວນໂຕແມ່ນເພີ່ມ ຂຶ້ນຫຼາຍເທົ່າຕົວ.

ແຫຼ່ງຂໍ້ມູນ: ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...