ຮອງລັດຖະມົນຕີ ກະສິກຳ ຮຽກຮ້ອງກະຊິກອນປັບປຸງ ຄຸນນະພາບການຜະລິດ ໃຫ້ສາມາດແຂ່ງຂັນ

ພາບປະກອບ

ທ່ານ ບຸນຂວາງ ຄຳ​ບຸນເຮືອງ​ ຮ​ອງລັດຖະມົນ​ຕີ ກະຊວງກະສິກຳ ​ແລະ ປ່າ​ໄມ້ ໄດ້ຮຽກຮ້ອງໃຫ້ຊາວກະສິກອນ ແລະ ກຸ່ມຜູ້ຜະລິດພືດ-ຜັກ ສຸມໃສ່ປັບປຸງຄຸນນະພາບການຜະລິດ ທີ່ສາມາດແຂ່ງຂັນທາງດ້ານປະລິມານ ແລະ ຄຸນນະພາບ, ມີຄວາມປອດໄພ ແລະ ສິ່ງສຳຄັນ ແມ່ນລາຄາທີ່ສາ ມາດແຂ່ງຂັນໃນລະດັບສາກົນ.

ເນື່ອງຈາກ ສປປ ລາວ ມີຂໍ້ໄດ້ປຽບຫລາຍດ້ານ ໃນການຜະລິດກະສິກຳສະອາດ ເພາະມີທ່າ​ແຮງ​ທາງດ້ານທຳມະຊາດ ເປັນຕົ້ນແມ່ນ ດິນ, ນໍ້າ ແລະ ສະພາບແວດລ້ອມ ທີ່ຍັງສະອາດ ແລະ ບໍລິສຸດ, ແຕ່ສິ່ງທ້າທ້າຍຂອງພວກເຮົາກໍຄື ເຮັດແນວໃດຈະຮັກສາສິ່ງທີ່ມີຢູ່ນີ້​ໃຫ້​​ມີ​ຄວາມ​ໝັ້ນຄົງ ແລະ ຍືນ​ຍົງ.

ທ່ານ ຮ​ອງລັດຖະມົນ​ຕີ ກະຊວງກະສິກຳ ​ແລະ ປ່າ​ໄມ້ ​ກ່າວ​ໃນ​ກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບການພັດທະນາກະສິກຳອິນຊີລາວ ຄັ້ງທີ 7 ພາຍໃຕ້ຫົວຂໍ້ “ການພັດທະນາແບບສີຂຽວ: ຍຸດທະສາດແຫ່ງຊາດ ແລະ ຄວາມສາມາດແຂ່ງຂັນ ໃນລະດັບສາກົນ” ທີ່ນະຄອນຫລວງ​ວຽງ​ຈັນ

ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ ທ່ານ ສົມ​ຈິດ ອິນ​ທະ​ມິດ ຮ​ອງລັດຖະມົນ​ຕີ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ທ່ານ ນາງ ມິ​ໂຮະ ຊິ​ໂຣ​ໂຕຣິ ຜູ້​ຕາງໜ້າ​ຈາກ​ອົງການ​ແອນ​ແທກ, ມີອົງການ​ຈັດ​ຕັ້ງ​ສາກົນ ​ແລະ ​ຄູ່​ຮ່ວມ​ພັດທະນາ ​ເຂົ້າ​ຮ່ວມ.

ທ່ານ ບຸນຂວາງ ຄຳ​ບຸນເຮືອງ ໄດ້ຊີ້ໃຫ້ເຫັນວ່າ:

ເຖິງວ່າປະເທດເຮົາມີທ່າແຮງຫລາຍດ້ານ ແຕ່ພື້ນຖານວັດຖຸ-ເຕັກນິກການຜະລິດພັດຍັງອ່ອນນ້ອຍ, ການຜະລິດກະສິກຳຍັງເປັນຂະໜາດນ້ອຍ​ ແລະ ກະແຈກກະຈາຍ, ບໍ່​ສາມາດແຂ່ງຂັນດ້ານປະລິມານ ແລະ ຄຸນນະພາບ ເຮັດໃຫ້ການຜະລິດເປັນສິນຄ້າຂອງລາວ ປະເຊີນໜ້າກັບອຸປະສັກ ແລະ ສິ່ງທ້າທາຍຫລາຍຢ່າງ.

ຢ່າງໃດກໍຕາມໃນສະພາບປັດຈຸບັນ, ຜູ້ບໍລິໂພກຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ມີຄວາມຮຽກຮ້ອງຕ້ອງການຜົນຜະລິດ ທີ່ມີຄຸນນະພາບ, ປອດໄພ ແລະ ການຜະລິດ ທີ່ເປັນມິດກັບສິ່ງແວດລ້ອມ ນັບມື້ນັບສູງຂຶ້ນ. ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນສຳລັບປະເທດເຮົາຕ້ອງໄດ້ຫັນປ່ຽນ ທັດສະນະການຜະລິດກະສິກຳ ໃຫ້ຕອບສະໜອງກັບຄວາມຕ້ອງການ ຂອງຜູ້ບໍລິໂພກ ກໍຄື ຕະຫລາດ

ໂດຍສະເພາະແມ່ນການຫັນຮູບແບບການຜະລິດ ເຂົ້າສູ່ລະບົບມາດຕະຖານ ເພື່ອຮອງຮັບກັບທ່າອ່ຽງຂອງສັງຄົມ, ທັງສາມາດເຊື່ອມໂຍງເຂົ້າກັບສາກົນ ແລະ ພາກພື້ນ. ໄລຍະຜ່ານມາ ສປປ ລາວ ໄດ້ມີການລິເລີ່ມການສົ່ງເສີມການຜະລິດກະສິກຳສະອາດໃນຫລາຍດ້ານ ເປັນຕົ້ນ ແມ່ນດ້ານນິຕິກຳ ແລະ ເຕັກນິກຕ່າງໆລົງສູ່ປະຊາຊົນ, ແຕ່ການພັດທະນາ ແລະ ການສົ່ງເສີມນັ້ນ ແມ່ນຍັງຢູ່ໃນຂອບເຂດຈຳກັດ ບໍ່ຂະຫຍາຍລົງສູ່ລວງກວ້າງ.

ໃນໂອກາດດຳເນີນກອງປະຊຸມຄັ້ງນີ້, ກະຊວງກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ຈັດງານວາງສະແດງກະ ສິກຳ​ອິນ​ຊີ​​​ ຢູ່​ ອານຸສອນສະຖານເຈົ້າຟ້າ​ງຸ່ມ, ​ໂດຍມີກຸ່ມຜູ້ຜະລິດ, ສະມາຄົມ, ສະຫະກອນ, ຜູ້ປະກອບການ, ບໍລິສັດ ແລະ ຜູ້ປະກອບການທັງໝົດ ຈຳນວນ 78 ຫົວໜ່ວຍເຂົ້າຮ່ວມ. ໃນນັ້ນ, ໄດ້ມີການວາງ ສະແດງດ້ານກະສິກຳອິນຊີ ຈຳນວນ 66 ຫົວໜ່ວຍ ແລະ ດ້ານກະສິກຳທີ່ດີ 02 ຫົວໜ່ວຍ, ຊຶ່ງຜົນຜະລິດ ແລະ ຜະລິດຕະພັນທີ່ນໍາມາວາງສະແດງໃນຄັ້ງນີ້ ປະກອບມີ ພືດຜັກ, ໝາກໄມ້, ເຂົ້າ, ຊາ, ກາເຟ ແລະ ຜະລິດຕະພັນປຸງແຕ່ງຈໍານວນໜຶ່ງ.

ແຫຼ່ງຂໍ້ມູນ: ຂ່າວ-ພາບ: ສຸກທະວີ , ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...