9 ເດືອນ ສູນກາງອະນຸມັດການລົງທຶນພາກເອກະຊົນ 37 ໂຄງການ

9 ເດືອນປີ 2019 ລັດຖະບານໄດ້ອະນຸມັດໃຫ້ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດລົງທຶນ ຈຳນວນ 37 ໂຄງການມີທຶນຈົດທະບຽນຫຼາຍກວ່າ 2 ຕື້ໂດລາສະຫະລັດ ແລະ ໄດ້ຂຶ້ນທະບຽນວິສາຫະກິດຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຈຳນວນ 10 ພັນກວ່າຫົວໜ່ວຍ.

ວັນທີ 16 ທັນວາ 2019 ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມວຽກງານແຜນການ ແລະ ການລົງທຶນ ປະຈຳປີ 2019 ຂຶ້ນທີ່ຫໍປະຊຸມແຫ່ງຊາດ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາທ່ານຮອງລັດຖະມົນຕີ, ຮອງປະທານອົງການທຽບເທົ່າຂັ້ນສູນກາງ, ຮອງເຈົ້າຄອງນະຄອນຫຼວງ, ຮອງເຈົ້າແຂວງ, ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນທົ່ວປະເທດເຂົ້າຮ່ວມ.

ທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ໄລຍະ 9 ເດືອນ 2019 ຜ່ານມາ ລັດໄດ້ອະນຸມັດໃຫ້ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດລົງທຶນຈຳນວນ 37 ໂຄງການ, ມີທຶນຫຼາຍກວ່າ 7 ຕື້ໂດລາສະຫະລັດ ແລະ ທຶນຈົດທະບຽນຫຼາຍກວ່າ 2 ຕື້ໂດລາສະຫະລັດ ( ສະເພາະສູນກາງອະນຸມັດ ) ແລະ ຕົວເລກການນໍາເຂົ້າທຶນຜ່ານລະບົບທະນາຄານ 6 ເດືອນ ປີ 2019 ມີຈໍານວນປະມານ 223 ລ້ານໂດລາສະຫະລັດ; ໄດ້ຂຶ້ນທະບຽນວິສາຫະກິດຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຈຳນວນ 10.200 ຫົວໜ່ວຍ ໃນຈຳນວນທຶນຫຼາຍກວ່າ 74.787 ກວ່າຕື້ກີບ ຫຼື ເທົ່າກັບ 9 ຕື້ກວ່າໂດລາສະຫະລັດ.

ສໍາລັບການລົງທຶນໃນເຂດເສດຖະກິດພິເສດ ຈຳນວນ 12 ເຂດ ສາມາດປະຕິບັດໄດ້ 12.473 ເຮັກຕາ ໃນເນື້ອທີ່ທັງໝົດ 29.458 ເຮັກຕາ ແລະ ມີບໍລິສັດເຂົ້າມາລົງທຶນ ທັງໝົດ 114 ບໍລິສັດ ທີ່ມາຈາກ ສປ ຈີນ, ໄທ, ຍີ່ປຸ່ນ ແລະ ປະເທດອື່ນໆ ແລະ ລົງທຶນແລ້ວ 1,06 ຕື້ກວ່າໂດລາສະຫະລັດ. ໃນນັ້ນ, ລົງທຶນຫຼາຍກວ່າໝູ່ແມ່ນເຂດສາມຫຼ່ຽມຄໍາ, ເຂດບໍ່ເຕັນແດນງາມ, ເຂດກວມລວມໄຊເສດຖາ ແລະ ເຂດບຶງທາດຫຼວງ. ສາມາດສ້າງວຽກເຮັດງານທໍາ ທັງໝົດ 8.094 ຄົນ. ໃນນັ້ນ, ແຮງງານລາວ 1.862 ຄົນ ກວມເອົາ 23%.

ນອກນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ເນັ້ນເຖິງບັນດາຈຸດອ່ອນຂໍ້ຄົງຄ້າງຫຼາຍດ້ານ ເປັນຕົ້ນການຈັດສັນໂຄງການ, ການແກ້ໄຂໜີ້ສິນ, ການແກ້ໄຂຜົນການກວດສອບ, ການອໍານວຍຄວາມສະດວກໃນການດຶງດູດການລົງທຶນ, ການຈັດຕັ້ງປະຕິບັດການບໍລິການລົງທຶນຜ່ານປະຕູດຽວ ແລະ ບັນຫາອື່ນໆ ທີ່ບັນດາພາກສ່ວນກ່ຽວຂ້ອງຕ້ອງເອົາໃຈໃສ່ແກ້ໄຂ ເພື່ອກ້າວໄປສູ່ການຫັນປ່ຽນໃໝ່ ແລະ ຄຸນນະພາບໃໝ່.

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ຍັງໄດ້ຮຽກຮ້ອງມາຍັງຜູ້ແທນກອງປະຊຸມ ຈົ່ງສຸມໃສ່ປຶກສາຫາລືປະກອບຄຳເຫັນຕໍ່ແຜນພັດທະນາເສດຖະກິດ – ສັງຄົມ ປີ 2020 ແລະ ບັນດາດໍາລັດ, ນິຕິກຳລຸ່ມກົດໝາຍຂອງຂະແໜງແຜນການ ແລະ ການລົງທຶນ ເພື່ອ ຄວາມເປັນເອກະພາບ ແລະ ເພື່ອລາຍງານຕໍ່ກອງປະຊຸມລັດຖະບານເປີດກວ້າງທີ່ຈະຈັດຂຶ້ນລະຫວ່າງວັນທີ 18 – 20 ທັນວາ 2019.

ຂ່າວ: ກາວຊົ່ງ; ຮູບ: ສອນໄຊ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...