ເປີດໃຫ້ສະໝັກແລ້ວ!!! ທຶນການສຶກສາ 100% ຈາກ UN University Japan

ທຶນການສຶກສາ ລະດັບປະລິນຍາເອກ (3 ປີ) ຢູ່ມະຫາວິທະຍາໄລ ສະຫະປະຊາຊາດ (United Nation University) ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເປີດໃຫ້ຜູ້ສົນໃຈ ຈາກປະເທດ ກໍາລັງພັດທະນາ (ລວມທັງ ສປປ ລາວ) ສະໝັກເອົາທຶນ ເພື່ອສຶກສາຕໍ່ລະດັບປະລິນຍາເອກ ໃນສາຂາ ວິທະຍາສາດ ຄວາມຍືນຍົງ  (Sustainability Science).

ໂດຍນັກຮຽນ ຈະໄດ້ ເຮັດການຄົ້ນຄວ້າວິໄຈ ຜ່ານການຄົ້ນຄວ້າ ພ້ອມທັງເສີມສ້າງ ທັກສະໃນການຄິດແບບວິເຄາະ ແລະ ແກ້ໄຂບັນຫາ ພ້ອມທັງເຄື່ອງມືທີ່ຈໍາເປັນ ທີ່ຈະນໍາໃຊ້ເຂົ້າໃນການ ແກ້ໄຂປັນຫາຄວາມຍືນຍົງ.

ປິດຮັບສະໝັກ: 10 ເມສາ 2020

ລາຍລະອຽດ ແລະ ວິທີການສະໝັກ ພ້ອມແບບຟອມການສະໝັກທີ່:

https://ias.unu.edu/en/admissions/degrees/phd-in-sustainability-science-2020.html#overview

Developing Countries in Japan at the United Nations University 

Application Deadline: Apr 10, 2020 

Visit: https://ias.unu.edu/en/admissions/degrees/phd-in-sustainability-science-2020.html#overview

Candidates from developing countries now have the chance to pursue a three-year PhD programme scholarship in the field of Sustainability Science at the United Nations University in Japan. Through coursework and research, PhD students will increase their critical thinking and problem-solving skills, as well as the technical literacy important for addressing sustainability problems.

ແຫຼ່ງຂໍ້ມູນ: LAO YOUTH RADIO STATION, FM 90.0 MHZ

ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 MHz

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...