ແຕ່ນີ້ຕໍ່ໄປ ການຈ່າຍຄ່າພາສີທີ່ດິນເປັນເລື່ອງງ່າຍໆ ໄປຈ່າຍຢູ່ໃສກໍໄດ້ພຽງປາຍນີ້ວເທົ່ານັ້ນ


ມື້ນີ້, ທີ່ກະຊວງການເງິນ, ກົມສ່ວນສາອາກອນ ກະຊວງການເງິນ ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຈັດພິທີເປີດການທົດລອງຊໍາລະຄ່າພາສີທີ່ດິນ ຜ່ານລະບົບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໂດຍມີທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວນສາອາກອນ ທ່ານ ນາງ ເພັດມາລາພອນ ວົງຈັນ ຮອງສູນບໍລິການເອເລັກໂຕຣນິກ ແລະຜະລິດຕະພັນບັດ ພ້ອມດ້ວຍພະນັກງານວິຊາການຈາກກົມ ແລະ ທະນາຄານເຂົ້າຮ່ວມ.

ທ່ານ ພູທະນູເພັດ ໄຊສົມບັດ ກ່າວວ່າ: ກົມສ່ວນສາອາກອນ ເລີ່ມຕົ້ນການຮ່ວມມືກັບ ທຄຕລ ຄັ້ງທໍາອິດ ແມ່ນການພັດທະນາລະບົບຮັບຊໍາລະຄ່າທໍານຽມຜ່ານ ທຄຕລ ໃນທ້າຍປີ 2017 ເຊິ່ງໄດ້ປະສົບຜົນສໍາເລັດໃນລະດັບທີ່ໜ້າພໍໃຈ ໂດຍໄດ້ຮັບຄວາມສົນໃຈ ແລະຄວາມເຊື່ອຖືຈາກສັງຄົມຢ່າງກວ້າງຂວາງ ໂດຍສືບເນື່ອງມາຈາກໂຄງການດັ່ງກ່າວ ລັດຖະບານຈຶ່ງເລັ່ງເຫັນໄດ້ວ່າ ການເກັບລາຍຮັບເຂົ້າງົບປະມານແຫ່ງລັດຜ່ານທະນາຄານນີ້ ເຮັດໃຫ້ມີຄວາມສະດວກຕໍ່ປະຊາຊົນ ແລະພາກລັດ ເຊິ່ງສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ທັນເວລາ ຖືກຕ້ອງ ມີຄວາມໂປ່ງໃສ ແລະສາມາດກວດສອບຄືນໄດ້.

ການຊໍາລະພາສີທີ່ດິນສາມາດຊໍາລະໄດ້ 3 ຊ່ອງທາງຄື: ຜ່ານເຄົ້າເຕີ້ ທຄຕລ ຜ່ານແອັບ BCEL one ແລະ ຜ່ານຕົວແທນ ທຄຕລ ໃນໄລຍະທໍາອິດຈະເປີດໃຫ້ ກະຊວງການເງິນ ແລະ ທຄຕລ ທົດລອງນໍາໃຊ້ກ່ອນເປັນເວລາ 1 ອາທິດ ຫຼັງຈາກນັ້ນ ຈະເປີດໃຫ້ປະຊາຊົນໃນຂອບເຂດນະຄອນຫຼວງວຽງຈັນໄດ້ນໍາໃຊ້ ແລະຈະເປີດນໍາໃຊ້ຢ່າງເປັນທາງການໃນຂອບເຂດທົ່ວປະເທດ ໃນວັນທີ 1 ມັງກອນ 2019 ທີ່ຈະມາເຖິງນີ້. ສໍາບັບການຊໍາລະພາສີທີ່ດິນຜ່ານລະບົບຂອງ ທຄຕລ ນີ້ ພຽງແຕ່ປະກອບເອກະສານຄື: ໃບຕາດິນ ໃບຢັ້ງຢືນສິດນໍາໃຊ້ ພ້ອມດ້ວຍໃບຮັບເງິນຊໍາລະປີສຸດທ້າຍທີ່ທ່ານມາຊໍາລະ ເຊິ່ງສາມາດໃຊ້ຊໍາເນົາ ຫຼື ຕົ້ນສະບັບກໍ່ໄດ້ ເພື່ອປະກອບເອກະສານຊໍາລະພາສີທີ່ດິນ ຫຼັງຈາກຊໍາລະແລ້ວຈະໄດ້ຮັບໃບບິນເພື່ອເປັນຫຼັກຖານໃນການຊໍາລະແກ່ເຈົ້າຂອງໃບຕາດິນ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,