ຍິ່ງໃຫຍ່ຂຶ້ນ! ດ່ານທ້ອງຖິ່ນດາກຕະອ໊ອກ ແຂວງເຊກອງ ຍົກລະດັບຂຶ້ນເປັນດ່ານສາກົນ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຫັນດີໃຫ້ຍົກລະດັບດ່ານທ້ອງຖີ່ນດາກສະອ໊ອກ ຂື້ນມາເປັນດ່ານສາກົນ ຕາມແຈ້ງການສະບັບເລກທີ 2204/ຫສນຍ, ລົງວັນທີ 17 ທັນວາ 2019.

ດ່ານທ້ອງຖີ່ນ ດາກຕະອ໊ອກ ຕັ້ງຢູ່ເມືອງ ດາກຈື້ງ ແຂວງເຊກອງ ສປປ ລາວ ປະຈຸບັນຖືກຍົກລະດັບເປັນດ່ານສາກົນດາກຕະອ໊ອກ ເຊິ່ງເປັນຄູ່ດ່ານສາກົນກັບ ດ່ານສາກົນນາມຢາງ, ເມືອງ ນາມຢາງ, ແຂວງກວາງນາມ ສສ ຫວຽດນາມ.

ຄູ່ດ່ານສາກົນດາກຕະອ໋ອກ-ນາມຢາງ ມີເສັ້ນທາງເຊື່ອມໂຍງຫາ ທ່າກໍ່າປັ່ນດານັງ, ແຂວງດານັງ, ສສ ຫວຽດນາມ.

ອີງຕາມແຈ້ງການກ່ຽວກັບການຍົກລະດັບດ່ານທ້ອງຖີ່ນ ດາກຕະອ໊ອກ (ແຂວງເຊກອງ) ແລະ ນາມຢາງ (ແຂວງກວງນາມ) ຂື້ນເປັນດ່ານສາກົນ ເລກທີ 2204/ຫສນຍ, ລົງວັນທີ 17 ທັນວາ 2019 ແມ່ນເຫັນດີໃຫ້ຍົກລະດັບດ່ານດັ່ງກ່າວໃຫ້ເປັນດ່ານສາກົນ ໂດຍມອບໝາຍໃຫ້ ແຂວງເຊກອງ ສົມທົບກັບ ກະຊວງການຕ່າງປະເທດ ຈັດຕັ້ງປະຕິບັດຕາມການແຈ້ງການສະບັບນີ້.

ດ່ານສາກົນ ດາກຕະອ໊ອກ ເປັນຈຸດເຊື່ອມໂຍງລະຫວ່າງສາມປະເທດ (ໄທ-ລາວ-ສສ ຫວຽດນາມ) ອິກແຫ່ງ  ໜຶ່ງ ຢູ່ແຂວງເຊກອງ ພາກໃຕ້ຂອງ ສປປ ລາວ ເລີ້ມແຕ່ຄູ່ດ່ານສາກົນວັງເຕົ່າ-ຊ່ອງແມັກ ຫາຄູ່ດ່ານສາກົນ ດາກຕະອ໊ອກ-ນາມຢາງ ແລະ ເຊື່ອມຕໍ່ທ່າກໍ່າປັ່ນດານັງ ເຊິ່ງຈະມີໄລຍະທາງສັ້ນກ່ວາດ່ານສາກົນອື່ນ ໂດຍມີໄລຍະທາງປະມານ 187 ກມ ຖ້າທຽບໃສ່ ການເຊີື່ອມຕໍ່ລະຫວ່າງຄູ່ດ່ານສາກົນວັງເຕົ່າ-ຊ່ອງແມັກ ແລະ ຄູ່ດ່ານສາກົນພູເກືອ-ເບີ້ອີ.

ໄລຍະທາງແຕ່ ແຂວງເຊກອງ ໄປຫາດ່ານສາກົນ ດາກຕະອ໊ອກ ມີຄວາມຍາວປະມານ 123 ກມ ແລະ ດ່ານສາກົນ ດາກຕະອ໊ອກ ຫາທ່າກໍ່າປັ່ນດານັງ ປະເທດຫວຽດນາມ ປະມານ  147 ກມ ເຊິ່ງມີໄລຍະທາງທັງໝົດແຕ່ ແຂວງເຊກອງ ໄປຫາ ທ່າກໍາປັ່ນດານັງປະມານ 270ກມ.

ຈາກດ່ານສາກົນວັງເຕົ່າ, ແຂວງຈໍາປາສັກ ຫາດ່ານດາກຕະອ໊ອກ ແຂວງ ເຊກອງ ມີໄລຍະທາງ ປະມານ 293 ກມ ລວມແລ້ວ ແຕ່ດ່ານວັງເຕົ່າ ຫາ ທ່າກໍາປັ່ນດານັ່ງໂດຍຜ່ານດ່ານດາກຕະອ໊ອກ ມີປະມານ 440 ກມ.

ແຕ່ຖ້າເດີນທາງແຕ່ ດ່ານສາກົນວັງເຕົ່າ ໄປຜ່ານດ່ານສາກົນພູເກືອ ແຂວງອັດຕະປື ໄປຫາ ທ່າກໍ່າປັ່ນດານັງ ແມ່ນມີໄລຍະທາງເຖິງ 627 ກມ.

ລາຍລະອຽດ:

ແຫຼ່ງຂໍ້ມູນ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal 

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.