ທະຫານແຂວງອຸດົມໄຊ ປະກາດການເລື່ອນຊັ້ນໃຫ້ນາຍທະຫານໃນທົ່ວທະຫານແຂວງ

ພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດຂື້ນໃນວັນທີ່ 9 ມັງກອງ 2020 ນີ້ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳຢີນ ແສງສຸລີ ເລຂາພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ໂຮງຮຽນ, ໂຮງໝໍ, ກອງບັນຊາການທະຫານເມືອງ, ກອງພັນນ້ອຍ414, ກອງຮ້ອຍເອກະລາດ ແລະພະນັກງານທີ່ຮັບການເລື່ອນຊັ້ນເຂົ້າຮ່ວມ.

ໃນພິທີ ພັນຕີ ບຸນທັນ ໄຊຊົງ ຮອງຫົວໜ້າພະແນກພະນັກງານຂື້ນຜ່ານຂໍ້ຕົກລົງຂອງ ລັດຖະມັນຕີກະຊວງປ້ອງກັນປະເທດ ແລະຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງອຸດົມໄຊ ຈຳນວນ 153 ສະຫາຍ,

ໃນນີ້ ເລື່ອນຊັ້ນວາທີ ຂື້ນ ຮ້ອຍຕີ 76 ສະຫາຍ, ຮ້ອຍຕີ ຂື້ນ ຮ້ອຍໂທ 18 ສະຫາຍ, ຮ້ອຍໂທ ຂື້ນ ຮ້ອຍເອກ 25 ສະຫາຍ, ຮ້ອຍເອກ ຂື້ນ ພັນຕີ 8 ສະຫາຍ, ເລື່ອນທຽບຊັ້ນ ວາທີ ຂື້ນ ຮ້ອຍຕີ 10 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍຕີ ຂື້ນຮ້ອຍໂທ 4 ສະຫາຍ ແລະ ເລື່ອນທຽບຊັ້ນຮ້ອຍເອກ ຂື້ນ ພັນຕີ 5 ສະຫາຍ, ເປັນກຽດຂື້ນປະດັບຊັ້ນໂດຍ ສະຫາຍ ພັນເອກ ຄຳຢີນ ແສງສຸລີ ເລຂາພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ.

ພ້ອມດຽວກັນນີ້ຍັງໄດ້ປະກາດການຈັດຕັ້ງຂັ້ນພະແນກການຢູ່ກອງບັນຊາການທະຫານແຂວງອຸດົມໄຊ ໂດຍໄດ້ແຕ່ງຕັ້ງເອົາ ສະຫາຍ ພັນຕີ ສົມອົກ ສຸວັນນະສິງ ເປັນຫົວໜ້າພະແນກສູ້ຮົບຫ້ອງເສນາທິການ, ພັນຕີ ທອງເພັດ ສີນນະຄອນ ເປັນຮອງພະແນກອົບຮົມຫ້ອງເສນາທິການ.

ໃນຕອນທ້າຍພິທີໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພັນເອກ ຄຳຢີນ ແສງສຸລີ ເລຂາພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ ເຊິ່ງກ່ອນອຶ່ນໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍຍາດມາໄດ້.

ພ້ອມທັງເນັ້ນໜັກໃຫ້ສືບຝືກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນນາຍທະຫານທີ່ມີຄວາມຮູ້ຄວາມສາມາດ ແລະສາມາດຊີ້ນຳ-ນຳພາບັນຊາອ້າຍນ້ອງໃນກົມກອງຈັດຕັ້ງປະບັດໜ້າທີ່ວຽກງານໄດ້ສຳເລັດຜົນ, ໃຫ້ມີຄວາມເຂັ້ມແຂງທາງດ້ານລະບຽບ, ເປັນເຈົ້າການປັກປັກຮັກສາຂອບຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ, ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮ້ອຍ.

ແຫຼ່ງຂໍ້ມູນ: ໂດຍ: ທະນູວັນ, ກອງບັນຊາການທະຫານແຂວງອຸດົມໄຊ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...