ເມືອງຈໍາປາສັກບັນລຸໄດ້ລາຍຮັບ 13ລ້ານກ່ວາກີບຕໍ່ຄົນຕໍ່ປີ

ໃນໄລຍະ5 ປີຜ່ານມາ ດ້ານເສດຖະກິດ-ສັງຄົມຂອງເມືອງຈໍາປາສັກ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເລ່ຍໃນລະດັບ 6,7%ຕໍ່ປີ ລວມຍອດຜະລິດຕະພັນ 5 ປີ ປະຕິບັດໄດ້ 3.746 ຕື້ກີບ ທຽບໃສ່ແຜນການລື່ນ 5%, ສະເພາະປີ2019 ປະຕິບັດໄດ້ 900 ຕື້ກວ່າກີບສະເລ່ຍລາຍຮັບຕໍ່ຄົນບັນລຸໄດ້ 13,7 ລ້ານກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 1.600 ກວ່າໂດລາສະຫະລັດ.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຈຳປາສັກຄັ້ງທີ VIII ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 13 ມັງກອນ 2020, ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງແຂວງຈໍາປາສັກ, ມີທ່ານ ນິພອນ ວຽງປະເສີດ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາຄະນະປະຈໍາພັກແຂວງ, ຄະນະບໍລິຫານງານພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ,ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພາຍໃນກອງປະຊຸມ ທ່ານ ຄໍາຕັນ ຊົມພັນດອນ ເຈົ້າເມືອງເມືອງຈຳປາສັກ ໃຫ້ຮູ້ວ່າ:

ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຜູ້ແທນອົງຄະນະພັກເມືອງຈຳປາສັກມີຄວາມໝາຍຄວາມສຳຄັນຫຼາຍ ເພາະໄດ້ຈັດຕັ້ງປະຕິບັດຕາມກົດລະບຽບຂອງພັກກໍຄືຫຼັກການ ແລະ ທິດນຳໃນການກໍ່ສ້າງພັກໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງພ້ອມທັງມີຄວາມປອດໃສ, ເຂັ້ມແຂງ, ໜັກແໜນ.

ຜູ້ແທນກອງປະຊຸມໃຫຍ່ຈະໄດ້ພ້ອມກັນຄົ້ນຄວ້າຮັບຮອງເອົາເອກະສານສຳຄັນທີ່ເປັນຍຸດທະສາດຂອງຄະນະບໍລິຫານງານພັກເມືອງສະໄໝທີ VIII, ຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອເປັນແກນນຳຂອງອົງຄະນະພັກທີ່ຈະນຳພາຜັນຂະຫຍາຍມະຕິຂອງພັກ ແລະ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຕະຫຼອດສະໄໝທີ VIII ແຕ່ປີ 2020-2024 ໃຫ້ປະກົດຜົນເປັນຈິງຕາມທ່າແຮງທີ່ບົ່ມຊ້ອນຂອງເມືອງເມືອງຈຳປາສັກເປັນຕົ້ນ ທ່າແຮງດ້ານການທ່ອງທ່ຽວດ້ານວັດທະນະທຳ, ວັດຖຸບູຮານ ໂດຍສະເພາະແມ່ນວັດພູຈຳປາສັກເຊິ່ງແມ່ນມໍລະດົກໂລກຂອງລາວທີ່ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວໃນແຕ່ລະປີເປັນຈຳນວນຫຼາຍ.

ທ່ານ ຄໍາຕັນ ຊົມພັນດອນ ຍັງໃຫ້ຮູ້ຕື່ມວ່າ:

ໃນໄລຍະ 5 ປີທີ່ຜ່ານມາ (2015-2019) ທົ່ວເມືອງມີຄວາມເປັນລະບຽບຮຽບຮ້ອຍ ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນຮັບປະກັນຄວາມສະຫງົບໂດຍພື້ນຖານ, ນອກຈາກນີ້ ດ້ານເສດຖະກິດ-ສັງຄົມ ກໍ່ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເລ່ຍຢູ່ໃນລະດັບ 6,7% ຕໍ່ປີ, ລວມຍອດຜະລິດຕະພັນ 5 ປີ ປະຕິບັດໄດ້ 3.746 ຕື້ກີບ ທຽບໃສ່ແຜນການລື່ນ 5%, ສະເພາະປີ2019 ປະຕິບັດໄດ້ 900 ຕື້ກວ່າກີບ, ສະເລ່ຍລາຍຮັບຕໍ່ຄົນບັນລຸໄດ້ 13,7 ລ້ານກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 1.600 ກວ່າໂດລາສະຫະລັດ.

ທັງນີ້, ສໍາລັບໂຄງປະກອບເສດຖະກິດກວມຫຼາຍກ່ວາໝູ່ແມ່ນ ຂະແໜງກະສິກຳ 45,05%, ຮອງລົງມາແມ່ນອຸດສະຫະກຳ 35,17%, ບໍລິການ 19,78%, ການລະດົມທຶນເພື່ອພັດທະນາຂອງເມືອງ ເຂົ້າໃສ່ການພັດທະນາບັນລຸ 415 ຕື້ກວ່າກີບ, ທຽບໃສ່ແຜນການປະຕິບັດໄດ້ລື່ນ 2,57%, ໃນນັ້ນທຶນຂອງລັດ 43,6ຕື້ກີບ, ເອກະຊົນພາຍໃນ ແລະ ຕ່າງປະເທດ 148,2 ຕື້ກີບ,

ທຶນຊ່ວຍເຫຼືອເພື່ອການພັດທະນາ 93 ຕື້ກວ່າກີບ, ສິນເຊື່ອທະນາຄານ 130ຕື້ກວ່າກີບ ເຮັດໃຫ້ໂຄງປະກອບເສດຖະກິດຂອງເມືອງຫັນປ່ຽນໄປຕາມທິດທີ່ຕັ້ງໜ້າຕາມທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ ທ່ານ ເຈົ້າເມືອງເມືອງຈໍາປາສັກ ກ່າວ.

ແຫຼ່ງຂໍ້ມູນ: Champasak RADIO Station 100.7 Mhz

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,