ມື້ນີ້, 13:30 ເປັນມື້ເປີດໂຕຂອງຫນັງ “ສຽງສຸດທ້າຍ” ເຊິ່ງເປັນຜົນງານກຳກັບຂອງ ອ້າຍ ໂຈໂຈ້ ມິຣາໂຄ້

ມື້ນີ້, 13:30 ເປັນມື້ເປີດໂຕຂອງຫນັງ “ສຽງສຸດທ້າຍ” ເຊິ່ງເປັນຜົນງານກຳກັບຂອງ ອ້າຍ ໂຈໂຈ້ ມິຣາໂຄ້.

The Last Voices “ສຽງສຸດທ້າຍ” ເປັນຮູບເງົາທີ່ໃຫ້ແຮງບັນດານໃຈ ເຂົ້າກັບຄົນທີ່ສັດທາໃນຄວາມຝັນ, ຖ່າຍທອດເລື່ອງລາວໂດຍຫນຸ່ມໂດ້ ຜູ້ຊ່ວຍພໍ່ຄົວສຸດຂີ້ອາຍ ແລະຟ້າໂປຼດິວເຊີ້ ທີ່ມີຄວາມມຸ່ງຫມັ້ນໃນການຢາກສ້າງນັກຮ້ອງທີ່ມີຄຸນນະພາບປະດັບວົງການ. ໂດ້ ຫນຸ່ມຂີ້ອາຍທີ່ຕ້ອງມາປະກວດຮ້ອງເພງດ້ວຍຄວາມຈຳເປັນ, ແຕ່ເລິກໆແລ້ວ ໂດ້ກໍມີຄວາມຝັນຢາກເປັນນັກຮ້ອງເຊັ່ນກັນ, ຟ້າຈຶ່ງເປັນອີກຫນຶ່ງແຮງຊຸກດັນ ທີ່ພາໂດ້ໄປໃຫ້ເຖິງຝັນ.

ຢ່າລືມ! ມື້ວັນທີ່ 22/11/2018 ສຽງສຸດທ້າຍເປີດໂຕທົ່ວປະເທດ ເມເຈີປາກເຊ,ສະຫວັນນະເຂດ ແລະນະຄອນຫລວງວຽງຈັນ.
#insidelaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...