ນັກທຸລະກິດ ເຊື່ຶອໝັ້ນການທ່ອງທ່ຽວວັງວຽງ ຈະສືບຕໍ່ຂະຫຍາຍຕົວ

ນັກທຸລະກິດດ້ານໂຮງແຮມ- ເຮືອນພັກຂອງເມືອງວັງວຽງ ສະແດງຄວາມເຊື່ອໝັ້ນໃນທ່າແຮງດ້ານການທ່ອງ ທ່ຽວຢູ່ວັງວຽງ ຈະສືບຕໍ່ຂະຫຍາຍຕົວຍິ່ງຂຶ້ນໃນອະນາຄົດ, ຂະນະດຽວກັນກໍ່ຢາກໃຫ້ມີການປັບປຸງຜັງເມືອງ, ລະບົບລະບາຍນໍ້າເປື້ອນ ແລະອື່ນໆ ເພື່ອຄວາມຍືນຍົງຂອງການທ່ອງທ່ຽວ.

ຜູ້ຕາງໜ້າກຸ່ມທຸລະກິດໂຮງແຮມ-ເຮືອນພັກ ໃຫ້ສຳພາດເມືອງວັງວຽງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍທ່າແຮງທີ່ມີຢູ່ຂອງເຂດນີ້, ການທ່ອງທ່ຽວຈະສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ ຊຶ່ງຖ້າເສັ້ນທາງລົດໄຟລາວ-ຈີນ, ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງສຳເລັດ ແລະເປີດບໍລິການເວລາໃດໝັ້ນໃຈວ່ານັກທ່ອງທ່ຽວພາຍໃນ ແລະຕ່າງປະເທດຍິ່ງຈະເຂົ້າມາຫລາຍ.

ທ່ານ ສົມພັນ ສີສຸລາດ ປະທານກຸ່ມທຸລະກິດ ໂຮງແຮມ-ເຮືອນພັກ ເມືອງວັງວຽງ , ທັງເປັນເຈົ້າຂອງໂຮງແຮມ Silver Naga ໄດ້ໃຫ້ສຳພາດວ່າ:

ສະພາບການທ່ອງທ່ຽວຢູ່ວັງວຽງໂດຍລວມ ເຫັນວ່າຍັງຢູ່ໃນທ່າດີ, ເຖິງວ່າໃນປີ 2019 ຜ່ານມາ ຈຳນວນນັກທ່ອງທ່ຽວຈາກຕ່າງປະເທດ ຫລຸດລົງເລັກນ້ອຍຍ້ອນສະພາບລວ ຂອງພາກພື້ນກໍ່ຄືປະເທດອ້ອມຂ້າງ, ໃນອະນາ ຄົດ ກໍ່ເຊື່ອໝັ້ນວ່າການທ່ອງທ່ຽວຢູ່ວັງວຽງ ຈະຂະຫຍາຍຕົວຕໍ່ເນື່ອງໄປເລື້ອຍໆ ຍ້ອນທ່າແຮງທີ່ມີ ໂດຍສະເພາະທຳມະຊາດອັນສວຍງາມ.

ເຖິງຢ່າງໃດກໍ່ດີ ເພື່ອຮັກສາໄດ້ທ່າແຮງທີ່ມີ ແລະ ສາມາດ ນໍາໃຊ້ໃຫ້ຍືນຍົງ ກໍ່ຢາກໃຫ້ມີການວາງແຜນປັບປຸງຕື່ມດ້ານຜັງເມືອງ-ລະບົບທໍ່ລະບາຍນໍ້າເປື້ອນ , ຮັກສາສະພາບແວດລ້ອມທຳມະຊາດພູຜາ ແລະ ແມ່ນໍ້າໃຫ້ດີ ມີຄວາມສະອາດສວຍງາມຕະຫລອດໄປ, ກຳນົດຂອບເຂດການພັດທະນາຈະແຈ້ງ ເພື່ອບໍ່ໃຫ້ແຕະຕ້ອງແຫລ່ງຊັບພະຍາກອນທຳມະຊາດທີ່ມີຢູ່ ເສຍພາບພົດອັນສວຍງາມຂອງມັນໄປ.

ຈະເຮັດໄດ້ແນວນັ້ນ ກໍ່ຕ້ອງມີການປະສານສົມທົບຮ່ວມມືກັນທຸກພາກສ່ວນ ທັງພາກລັດ, ພາກທຸລະກິດ, ຕະ ຫລອດຮອດປະຊາຊົນຢ່າງໜັກແໜ້ນ ພ້ອມພັດທະນາ ແລະປະກອບທຸລະກິດ ຖືກຕ້ອງລະບຽບກົດໝາຍຢ່າງເອກະພາບ, ໃຫ້ມີຄວາມປອດໄພສູງ, ມີການບໍລິການທີ່ດີ , ມີຄວາມສະອາດ ແລະ ສະດວກສະບາຍ.

ທ່ານ ສົມພັນ ສີສຸລາດ ຍັງໃຫ້ຮູ້ວ່າ ປັດຈຸບັນ ໂຮງແຮມ-ເຮືອນພັກ-ຣີສອດຢູ່ວັງວຽງ ມີທັງໝົດ 170 ແຫ່ງ. ໃນນັ້ນເຮືອນພັກ ກວມສ່ວນຫລາຍ ປະມານ 130 ກວ່າແຫ່ງ.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.