ສົມ​ຄວນ​ແລ້ວ! ​ຄົນ​ບໍ່​ດີ​ຕ້ອງ​ໄດ້​ຮັບ​​​ຜົນກຳ​ທີ່​ຕົນ​ເອງ​ເຮັດ​ໄວ້ ສານ​ຕັດ​ສິນລົງໂທດ ປະທານ ບໍລິສັດ PS ພີເອສ ແລ​ະ​ຄົນອື່ນ​ທີ່​ກ່ຽວ​ຂ້ອງ

ມື້ນີ້, ​ທີ່ສານປະຊາຊົນນະຄອນຫລວງວຽງຈັນ ໄດ້ຕັດ​ສິນລົງໂທດຕັດອິດສະຫລະພາບນາງ ສຸກນາລີ ເທບສີເມືອງ ປະທານບໍລິສັດ ພີເອັສ (PS) ຈໍາຄຸກ 29 ປີ ແຕ່ອິງຕາມຫລັກການຂອງມາດຕາ 45 ວັກ 2 ຂອງກົດໝາຍອາຍາສະບັບປັບປຸງປີ 2005 ສານຈຶ່ງເຫັນຄວນໃຫ້ປະຕິບັດໂທດຕົວຈິງ 15 ປີ, ພ້ອມປັບໃໝ 2.856 ລ້ານກີບ ໃນຂໍ້ຫາໂຄສະນາຕ້ານ ສປປ ລາວ, ເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ, ສໍ້ໂກງຊັບພົນລະເມືອງ, ຊື້-ຂາຍອາວຸດເສິກຜິດກົດໝາຍ, ຄອບຄອງສິ້ນສ່ວນ-ອະໄວຍະວະສັດປ່າປະເພດຫວງຫ້າມ ແລະ ຟອກເງິນ.

ຕັດສິນລົງໂທດທ້າວ ປໍເຮີ ຈໍາຄຸກ 27 ປີ ແຕ່ອິງ ຕາມຫລັກການຂອງມາດຕາ 45 ວັກ 2 ຂອງກົດໝາຍອາຍາສະບັບປັບປຸງປີ 2005 ສານຈຶ່ງເຫັນຄວນໃຫ້ປະຕິບັດໂທດຕົວຈິງ 15 ປີ, ພ້ອມປັບໃໝ 2.846 ລ້ານກີບ ໃນຂໍ້ຫາໂຄສະນາຕ້ານ ສປປ ລາວ, ເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ, ສໍ້ໂກງຊັບພົນລະເມືອງ, ຄອບຄອງສິ້ນສ່ວນ-ອະໄວຍະວະສັດປ່າປະເພດຫວງຫ້າມ ແລະ ຟອກເງິນ.

ຕັດສິນລົງໂທດທ້າວ ຈັນຄໍາ ພູມະນີວົງ ຈໍາຄຸກ 3 ປີກັບ 3 ເດືອນ, ພ້ອມປັບໃໝ 6 ລ້ານກີບ ໃນຂໍ້ຫາມີອາວຸດເສິກຜິດກົດໝາຍ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສີນລົງໂທດທ້າວ ອານົງສັກ ພົງສະຫວັດ ຈໍາຄຸກ 12 ປີກັບ 3 ເດືອນ, ພ້ອມປັບໃໝ 704 ລ້ານກີບ ໃນຂໍ້ຫາສໍ້ໂກງຊັບພົນລະເມືອງ ແລະ ຟອກເງິນ.

ຕັດສິນລົງໂທດ ໄມວັນ ພູມະນີວົງ ຈໍາຄຸກ 2 ປີ 6 ເດືອນ, ພ້ອມປັບໃໝ 5 ລ້ານກີບ ໃນຂໍ້ຫາສໍ້ໂກງຊັບພົນລະເມືອງ. ຕັດສີນລົງໂທດທ້າວ ຄໍາສິງ ພູມະນີວົງ ຈໍາຄຸກ 3 ປີກັບ 3 ເດືອນ, ພ້ອມປັບໃໝ 7 ລ້ານກີບ ໃນຂໍ້ຫາຊື້-ຂາຍອາວຸດເສີກຜິດກົດໝາຍ ແລະ ສໍ້ໂກງຊັບພົນລະເມືອງ.

ຕັດສິນລົງໂທດທ້າວ ໄຊຊົງ ຈໍາຄຸກ 4 ປີກັບ 9 ເດືອນ, ພ້ອມປັບໃໝ 26 ລ້ານກີບ ໃນຂໍ້ຫາເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ.

ຕັດສິນລົງໂທດທ້າວ ບຸນທໍາ ຈໍາຄຸກ 5 ປີ, ພ້ອມປັບໃໝ 27 ລ້ານກີບ ໃນຂໍ້ຫາເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ.

ຕັດສິນລົງໂທດທ້າວ ແກ້ວ ຈໍາຄຸກ 5 ປີ, ພ້ອມປັບໃໝ 28 ລ້ານກີບ ໃນຂໍ້ຫາເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ.

ຕັດສິນລົງໂທດນາງ ຈັນສະໝອນ ແກ້ວມະນີ ຈໍາຄຸກ 5 ປີ, ພ້ອມປັບໃໝ 27 ລ້ານກີບ ໃນຂໍ້ຫາເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ.

ຕັດສິນລົງໂທດທ້າວ ໄຊດວງສີ ຊົງຈື ຈໍາຄຸກ 4 ປີກັບ 6 ເດືອນ, ພ້ອມປັບໃໝ 25 ລ້ານກີບ ໃນຂໍ້ຫາໂຄສະນາຕ້ານ ສປປ ລາວ ແລະ ສໍ້ໂກງຊັບພົນລະເມືອງ.

ຕັດສິນລົງໂທດທ້າວ ໄຈເຮີ ຈໍາຄຸກ 5 ປີ, ພ້ອມປັບໃໝ 30 ລ້ານກີບ ໃນຂໍ້ຫາໂຄສະນາຕ້ານ ສປປ ລາວ, ເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ.

ສ່ວນວັດຖຸຊັບສິນຕ່າງໆ ເຊັ່ນ: ເງິນ, ທີ່ດິນ, ອາຄານ, ​ພາຫະນະ, ກົນຈັກ ແລະ ອື່ນໆ ຂອງພວກກ່ຽວ ໂດຍເຈົ້າໜ້າທີ່ໄດ້ກວດກາລະອຽດແລ້ວ ແລະ ໄດ້ອາຍັດ ແລະ ຍຶດໄວ້ນັ້ນ ສານໄດ້ຕັດສີນນໍາເອົາວັດຖຸຊັບສີນດັ່ງກ່າວມາປະຕິບັດພາງໃຊ້ແທນໃຫ້ບັນດາໂຈດທາງແພ່ງຕາມລະບຽບກົດໝາຍ.

#insidelaos
Cr. ນສພ ລາວພັດທະນາ
ຮູບ​ປະ​ກອບ: ມະ​ຫາ​ຊ​ົນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...