Tuesday, April 30, 2024
Lenovo

ຜູ້ນຳລາວເຮົາ ຕ້ອນຮັບບັນດາທູຕານຸທູດ ອວຍພອນວັນຊາດ ​ທີ່ 2 ທ​ັນ​ວາ

ມື້ນີ້, ທີ່ທຳນຽບປະທານປະເທດ ບັນດາຜູ້ນຳເຮົານຳໂດຍ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ພ້ອມດ້ວຍຄູ່ສົມລົດ ເຂົ້າອວຍພອນ, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ.

ໂອກາດດັ່ງກ່າວ, ທ່ານ ມິຄາອິນ ບາຣານົບ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສະຫະພັນລັດເຊຍ ປະຈຳ ສປປ ລາວ, ພ້ອມທັງເປັນທູດອາວຸໂສ ໄດ້ຕາງໜ້າໃຫ້ແກ່ບັນດາທູ ຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ລາວ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນຫລາຍດ້ານ ທີ່ ສປປ ລາວ ຍາດມາໄດ້ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະ 43 ປີຜ່ານມາ.
#insidelaos
#ອິນ​ໄ​ຊ​ລາວ
Cr.https: facebook.com/932192756984505

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ວິທີຂັບລົດເກຍ ອໍໂຕ້ ໃຫ້ປະຢັດນຳ້ມັນ

ມີຈັກມື້ນຶ່ງບໍ່ທີ່ອອກຈາກເຮືອນໄປແລ້ວ ບໍ່ມີລົດແອອັດ? ປະໂຫຍກຄຳຖາມນີ້ ເປັນຄຳຕອບທີ່ດີ ຂອງຄົນທີ່ເລືອກໃຊ້ລົດເກຍ ອໍໂຕ້ ເພາະມັນສະດວກະບາຍ, ຂັບງ່າຍ, ຂຶ້ນທາງຊັນ ກໍບໍ່ຢ້ານລົດໄຫຼ ແລະສິ່ງສຳຄັນກໍຄື ເວລາພົບຝູງລົດແອອັດ ແລ້ວເຮັດໃຫ້ເຮົາບໍ່ເມື່ອຍ. ແຕ່ບໍ່ແມ່ນວ່າ ລົດເກຍອໍໂຕ້ ຈະບໍ່ມີຈຸດດ້ອຍ ເພາະຄວາມທົນທານ, ຄ່າບຳລຸງຮັກສາ ແລະອັດຕາສິ້ນເປືອງນຳ້ມັນນັ້ນ ສູງກວ່າລົດເກຍທຳມະດາ.

ຄົນເຮັດວຽກກະຍາວ ສ່ຽງສະໝອງເສື່ອມ

ນັກວິໄຈ ໄດ້ເຕືອນຜູ້ທີ່ເຮັດວຽກເປັນກະ (ຊ່ວງເວລາເຮັດວຽກ) ໝູນວຽນໄປ ແບບບໍ່ຕາຍໂຕ ວ່າ ໃນໄລຍະເວລາຍາວ ອາດຈະເຮັດໃຫ້ຄວາມຈື່ຈຳ ແລະ ສະຕິປັນຍາເສື່ອມໂຊມລົງໄດ້.

5 ວິທີ ເປີດແອໃຫ້ປະຢັດຄ່າໄຟ

ໃນຊ່ວງນີ້ ຫຼາຍໆຄົນຄົງບໍ່ຢາກອອກໄປທາງນອກພໍປານໃດ ເພາະອາກາດຢູ່ທາງນອກນັ້ນຮ້ອນຫຼາຍ ອີກທັງຍັງເລື່ອງຂອງຝຸ່ນ PM2.5 ອີກ ຂໍເປີດແອນອນຢູ່ເຮືອນດີກວ່າ, ເຖິງວ່າການເປີດແອນອນຢູ່ບ້ານຈະເຢັນສະບາຍ ແຕ່ຄ່າໄຟທ້າຍເດືອນຄົງຈະບໍ່ເຢັນຄືແອເນາະ ດັ່ງນັ້ນ, ເຮົາມີ 5 ວິທີເປີດແອໃນຊ່ວງໜ້າຮ້ອນໃຫ້ປະຢັດຄ່າໄຟ ລອງເອົາໄປນຳໃຊ້ເບິ່ງເດີ້