ວາງສີລາລືກ ໂຄງການທາງດ່ວນນະຄອນຫຼວງວຽງຈັນ ໝາຍເລກ 1

ທີ່ເຂດເສດຖະກິດສະເພາະ ບຶງທາດຫຼວງ ນະຄອນຫຼວງວຽງຈັນ ມີພິທີວາງສີລາລືກ ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ ໝາຍເລກ 1 ໂດຍການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາລັດຖະມົນຕີ ຮອງເຈົ້າຄອງນະຄອນຫຼວງ ບັນດາພະແນກການ ແລະ ພາກສ່ວນກ່ຽວຂ້ອງ.

ໂຄງການທາງດ່ວນວຽງຈັນ ໝາຍເລກ 1 ເປັນການລົງທຶນ ຂອງເອກະຊົນ 100% ໃນຮູບແບບ BOTອາຍຸສໍາປະທານ 50 ປີ ມີມູນຄ່າການລົງທຶນ ປະມານ 200 ລ້ານໂດລາ ປະມານ 1.778 ຕື້ກີບ (ໃນນີ້ ລວມມີຄ່າຊົດເຊີຍ ແລະ ທົດແທນມູນຄ່າເສຍຫາຍ ໃຫ້ຜູ້ຖືສິດນໍາໃຊ້ ແລະ ສິດໃຊ້ທີ່ດິນ ທີ່ຖືກໂຄງການກວມເອົາປະ ມານ 50 ລ້ານໂດລາສະຫະລັດ).

ສໍາລັບໄລຍະຂອງການກໍ່ສ້າງ ຄາດວ່າຈະໃຫ້ສໍາເລັດພາຍໃນ 24 ເດືອນ ຂະນະທີ່ຈະສຸມໃສ່ສ້າງໃຫ້ສໍາເລັດໄລຍະແຕ່ບຶງທາດຫຼວງ ຫາ ຖະໜົນ 450 ປີ ເພື່ອຄໍານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...