ສະຫຼຸບຜົນສຳເລັດ ຄະນະກິລາລາວເຂົ້າຮ່ວມແຂ່ງຂັນກິລາຊີເກມ ຄັ້ງທີ 30

ທາ່ນ ນາງແສງເດືອນ ຫລ້າຈັນທະບູນ

ພິທີສະຫຼຸບຜົນສຳເລັດຂອງຄະນະກິລາລາວເຂົ້າຮ່ວມແຂ່ງຂັນກິລາຊີເກມ ຄັ້ງທີ 30 ທີ່ ປະເທດ ຟີລິບປິນ ແລະ ມອບເງິນລາງວັນໃຫ້ແກ່ນັກກິລາລາວ ໂດຍການເປັນປະທານຂອງທາ່ນ ນາງແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ

ລັດຖະບານມອບເງິນລາງວັນ 1 ຫຼຽນຄຳ, 5 ຫຼຽນເງິນ ແລະ 29 ຫຼຽນທອງ ລວມເປັນ 35 ຫຼຽນ ລວມເງິນສະໜັບສະໜູນທັງໝົດຈາກລັດຖະບານ ຈຳນວນ 652.980.000 ກີບ (ຫົກຮ້ອຍຫ້າສິບສອງລ້ານເກົ້າແສນເກົ້າສິບພັນກີບຖ້ວນ)

ພ້ອມນັ້ນ ຍັງມີບໍລິສັດລາວຄົມມະນາຄົມ ໄດ້ມອບເງິນລາງວັນສຳລັບຫຼຽນຄຳ ຫຼຽນລະ 10 ລ້ານກີບ, ຫຼຽນເງິນ 6 ລ້ານກີບ ແລະ ຫຼຽນທອງ 3 ລ້ານກີບລວມທັງໝົດ ຈຳນວນ 127 ລ້ານກີບ (ໜຶ່ງຮ້ອຍຊາວເຈັດລ້ານກີບ)

ພ້ອມນັ້ນຍັງໄດ້ອຸປະຖຳອິນເຕີເນັດໃຫ້ໃຊ້ກັບນັກກິລາທີ່ໄດ້ຮັບຫຼຽນລາງວັນ ອິນເຕີເນັດຟີ 6 ເດືອນ, ບໍລິສັດເບຍລາວ ມອບເງິນລາງວັນສຳລັບຫຼຽນຄຳ ຫຼຽນລະ 5 ລ້ານກີບ, ຫຼຽນເງິນ 3 ລ້ານກີບ ແລະ ຫຼຽນທອງ 1 ລ້ານກີບ ລວມເປັນເງິນທັງໝົດຈຳນວນ 49 ລ້ານກີບ (ສີ່ສິບເກົ້າລ້ານກີບ) ລວມຈຳນວນເງິນທີ່ຈະມອບໃນພິທີຄັ້ງນີ້ ເປັນຈຳນວນເງິນ 828.980.000 ກີບ (ແປດຮ້ອຍຊາວແປດລ້ານເກົ້າແສນແປດສິບພັນກີບຖ້ວນ).

ແຫຼ່ງຂໍ້ມູນ: Lao su su ລາວ ສູ້ ສູ້

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...