ບັນຍາຍພິເສດ ພາຍໃຕ້ຫົວຂໍ້ “ບົດເພງກັບວັນນະຄະດີ ແລະສັງຄົມລາວ”

ທ່ານ ບົວເງິນ ຊາພູວົງ

ພາກວິຊາສ້າງຄູພາສາລາວ-ວັນນະຄະດີ ຄະນະສຶກສາສາດ(ຄສສ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີບັນຍາຍພິເສດ ພາຍໃຕ້ຫົວຂໍ້ “ບົດເພງກັບວັນນະຄະດີ ແລະສັງຄົມລາວ” ຂຶ້ນທີ່ ສະໂມສອນໃຫຍ່ ມຊ.

ໂດຍໃຫ້ກຽດບັນຍາຍໂດຍທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ, ສິລະປິນແຫ່ງຊາດ ສາຂາສິລະປະການສະແດງ, ເຂົ້າຮ່ວມພິທີໂດຍທ່ານ ວິຊຽນ ທອງທະວີ ຮອງຄະນະບໍດີ ຄສສ, ມີບັນດາຫົວໜ້າພະແນກ, ຮອງພະແນກ, ຫົວໜ້າພາກວິຊາ, ແຂກທີ່ຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

ການບັນຍາຍຄັ້ງນີ້, ແມ່ນມີຈຸດປະສົງແນໃສ່ເພື່ອສົ່ງເສີມການສ້າງຄວາມເຂົ້າໃຈ ແລະເຫັນໄດ້ເຖິງຄວາມສໍາຄັນຂອງບົດເພງທີ່ມີຕໍ່ວັນນະຄະດີ ແລະສັງຄົມລາວ, ພ້ອມທັງເປັນການແນະນໍາແນວທາງການສົ່ງເສີມເພງລາວໃຫ້ມີຄວາມກ້າວໜ້າ; ທັງນີ້ກໍເພື່ອເປັນການປົກປັກຮັກສາວັດທະນະທໍາອັນລໍ້າຄ່າຂອງຊາດ ໂດຍສະເພາະແມ່ນບົດເພງລາວຕັ້ງແຕ່ອະດີດ ຈົນຮອດປັດຈຸບັນ.

ໃນໂອກາດນີ້, ທ່ານ ບົວເງິນ ຊາພູວົງ ໄດ້ບັນຍາຍເຖິງຫຼາຍບັນຫາ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມພູກພັນ ກັບສຽງເພງ ແຕ່ອະດີດຈົນຮອດປັດຈຸບັນ ແລະໄດ້ມີຜົນງານການປະດິດແຕ່ງອັນໂດດເດັ່ນ ແລະເປັນເອກະລັກສະເພາະຂອງທ່ານ ທີ່ມີຊື່ສຽງໂດ່ງດັງໃຫ້ແກ່ປະເທດຊາດຕະຫຼອດມາ, ເປັນຕົ້ນແມ່ນ ບົດເພງ “ເຢັນລະບາຍຊາວນາ, ບ້ານແມ່ເຮົາ…”

ແຕ່ລະບົດເພງທີ່ທ່ານປະພັນອອກມາ ແມ່ນຖ່າຍທອດໃຫ້ເຫັນເຖິງເນື້ອຫາທີ່ມີຄວາມສໍາຄັນ ຕໍ່ກັບວັນນະຄະດີ ແລະສັງຄົມລາວໂດຍສະເພາະແມ່ນຄວາມຮັກ, ຄວາມພູກພັນກັບບ້ານເກີດເມືອງນອນ ແລະຄວາມຫວງແຫນເຖິງປະເທດຊາດຂອງຕົນ.

ພ້ອມນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນເຖິງວິທີການ ແລະຮູບແບບໃນການປະຕິດແຕ່ງ, ວິທີປະພັນບົດເພງ ແລະໃຫ້ທິດຊີ້ນໍາແກ່ນັກຂຽນ, ນັກປະພັນ, ນັກຮຽນຮູ້ປັນຍາຊົນ ແລະຜູ້ທີ່ມີຄວາມສົນໃຈມັກຮັກໃນຜົນງານເພງ ທັງນີ້ກໍເພື່ອຊຸກຍູ້ສົ່ງເສີມໃຫ້ເຂົາເຈົ້າສ້າງວົງການເພງລາວໃຫ້ກັບມາມີບັນຍາດການ ແລະສ້າງຄວາມມ່ວນຊື່ນໃຫ້ສັງຄົມລາວຕະຫຼອດໄປ ເພື່ອເປັນການປົກປັກຮັກສາ ແລະເສີມສ້າງວັດທະນະທໍາອັນດີງາມຂອງລາວ ໃຫ້ຍືນຍົງທະນົງແກ່ນຕະຫຼອດໄປ ໂດຍສະເພາະວົງການສິລະປະວັນນະຄະດີ.

ແຫຼ່ງຂໍ້ມູນ: NUOL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.