ລັດຖະມົນຕີສາທາ ສະເໜີທິດທາງ ການປັບປຸງຄຸນນະພາບ ແລະການບໍລິການປິ່ນປົວຕໍ່​ສ​ະ​ພາ​ແຫ່ງ​ຊາດ (ລໍ​ເບິ່ງ​ຜົນ​ໃນ​ອະ​ນາ​ຄົດ​ວ່າ​ຈະ​ໄດ້​ຜົນ​ຮັບ​ແນວ​ໃດ?)

ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາ ລະນະສຸກ ໄດ້ຊີ້ແຈງຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໂດຍທ່ານໄດ້ສະເໜີທິດທາງແກ້ໄຂ ໃນການປັບປຸງຄຸນນະພາບ ການບໍລິການປິ່ນປົວຢູ່ໂຮງໝໍ ແລະ ສຸກສາລາ, ເຊິ່ງໃນໄລຍະຜ່ານມາ ມີສຽງຈົ່ມວ່າຈາກສັງຄົມ ຕໍ່ກັບການປິ່ນປົວຂອງ ບັນດາແພດໝໍຢູ່ລາວ ບໍ່ມີຄຸນນະພາບ, ພະນັງງານແພດ-ໝໍບາງຄົນ ບໍ່ມີຈັນຍາບັນ-ຈັນຍາທຳ, ປິ່ນປົວແບບເລືອກປະຕິບັດ ແລະ ອື່ນໆ.


ຕໍ່ບັນຫາດັ່ງກ່າວ, ກະຊວງສາທາລະນະສຸກ ໄດ້ມີທິດທາງໃນການແກ້ໄຂ ໂດຍຈະສຸມໃສ່ສຶກສາອົມຮົມແນວຄິດການເມືອງ ໃຫ້ແກ່ພະນັກງານແພດໝໍ ໂດຍສະແດງສະແດງອອກ ໃນຈັນຍາບັນ, ຈັນຍາທຳ ແລະ ດ້ານວິຊາສະເພາະໃຫ້ດີຂຶ້ນ; ປັບປຸງຄືນການຈັດຕັ້ງ ພະລະບົດບາດ, ຕຳແໜ່ງງານ ແລະ ປະເມີນພະນັກງານ ທັງດ້ານຈຳນວນ ແລະ ຄຸນນະພາບ; ຊັບຊ້ອນຈຳນວນແພດໝໍ ໃຫ້ສອດກັບ ຄວາມຕ້ອງການ ຂອງຈຸດສຸມພັດທະນາ ຊົນນະບົດ ແລະ ຈຸດສຸມວິຊາສະເພາະ ຂອງຂະແໜງການ; ປະຕິບັດນະໂຍບາຍຊຸກຍູ້ຈູງໃຈ ໃຫ້ນາມມະຍົດແພດແຫ່ງຊາດ, ແພດປະຊາຊົນ, ຕຳແໜ່ງວິຊາການ ແລະ ຊຸກຍູ້ຜູ້ທີ່ເຮັດວຽກ ຢູ່ເຂດຫາງໄກສອກຫລີກ ພ້ອມປະຕິບັດວິໄນ ຕໍ່ຜູ້ກະທຳຜິດ; ລົງທຶນໃສ່ພື້ນຖານໂຄງລ່າງ, ປັບປຸງລະບົບການຮຽນ-ການສອນ ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໃຫ້ກົມກຽວກັນ, ປັບປຸງລະບຽບ ແລະ ລະບົບການບໍລິການຄົນເຈັບ ຢູ່ສະຖານທີ່ຂອງລັດ ແລະ ເອກະຊົນ ໃຫ້ຊັດເຈນຮັດກຸມຂຶ້ນກວ່າເກົ່າ; ປັບປຸງລະບົບການໂຄສະນາ ຂໍ້ມູນຂ່າວສານ ດ້ານການແພດ ຢ່າງກວ້າງຂວາງ, ເອົາໃຈໃສ່ປັບປຸງວຽກງານ ກວດກາພາຍໃນ  ແລະ ປະຕິບັດຜົນ ຂອງການກວດສອບ ໃຫ້ມັນຖືກຕ້ອງ, ພ້ອມທັງຈະປະຕິຮູບການ ບໍລິການປິ່ນປົວໃຫ້ໄປສູ່ທັນສະໄໝ.


ໂອກາດດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ກໍຄື ກະຊວງສາທາລະນະສຸກ ເຂັ້ມງວດກ່ຽວກັບການຄຸ້ມຄອງໂຮງໝໍ ແລະ ຮ້ານຂາຍຢາເອກະຊົນ ໃຫ້ໄປຕາມລະ ບຽບກົດໝາຍ, ຕິດຕາມກວດກາການ ໂຄສະນາຊັບພະຄຸນ ຂອງຢາປົວພະຍາດເກີນ ຂອບເຂດ, ບັນຫາການບໍລິການ ຂົນສົ່ງຄົນເຈັບຈາກໂຮງໝໍເມືອງ ໄປໂຮງໝໍແຂວງ ຍັງມີລັກສະນະຊັກຊ້າ ແລະ ບັນຫາສຳຄັນ ອື່ນໆຈຳນວນໜຶ່ງ.

#insidelaos

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...