​ຈັດ​ພິ​ທີ​ຢ່າງ​ຍິ່ງ​ໃຫຍ່ ໃນການເດີນສວນສະໜາມ ເພື່ອກະກຽມງານສະເຫຼີມສະຫຼອງວັນສ້າງຕັ້ງກອງຄົບຮອບ 70 ປີ

ກະຊວງປ້ອງກັນປະເທດ ຈັດພິທີຫັດແອບການເດີນສວນສະໜາມ ຂຶ້ນມື້​ວານນີ້, ທີ່ວິທະຍາກົມມະດຳ ເພື່ອກະ ກຽມງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບ ຮອບ 70 ປີ (20/1/1949-20/1/2018) ໂດຍມີ ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງຫົວໜ້າກົມໃຫຍ່ເສນາທິການກອງ ທັບ ກະຊວງປ້ອງກັນປະເທດ ບັນດາຄະນະພັກ ຄະນະບັນຊາ ພ້ອມດ້ວຍຄະນະຮັບຜິດຊອບການເດີນສ່ວນສະໜາມ 70 ປີ ກອງທັບເຂົ້າຮ່ວມ.

ສຳລັບການຫັດແອບເດີນສວນສະໜາມປະກອບມີທັງໝົດ 19 ກ້ອນກຳລັງ ໃນນັ້ນມີ ກ້ອນທຸງໄຊ ກອງທັບປະຊາຊົນລາວ ກ້ອນກອງທັບລາວອິດສະຫຼະ ກ້ອນແມ່ຍິງ 369 ກ້ອນນາຍທະຫານບົກ ກ້ອນນາຍທະຫານອາກາດ ກ້ອນກຳລັງທະຫານຊາຍແດນ ກ້ອນກຳລັງທະຫານຮາບ ກ້ອນກຳລັງທະຫານຕີພິເສດ ກ້ອນເຫຼົ່າຮົບລົດຕັງ-ຍານເກາະ ກ້ອນເຫຼົ່າຮົບປືນໃຫຍ່ໜ້າດິນ ກ້ອນເຫຼົ່າຮົບປ້ອງກັນອາກາດ ກ້ອນເຫຼົ່າຮົບເສນາຮັກ ກ້ອນກອງຫຼອນ ກ້ອນເຫຼົ່າຮົບຊ່າງແສງ ກ້ອນກຳລັງປ້ອງກັນຕົວ ກ້ອນເຫຼົ່າຮົບສື່ສານ ກ້ອນກຳລັງທະຫານທ້ອງຖິ່ນ ແລະ ກ້ອງກ້ອງແກວົງ.

#insidelaos

Cr.Vientianemai

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...