ອົງການກວດສອບແຫ່ງລັດ ມອບໃບຢັ້ງຢືນໃຫ້ນັກກວດສອບ ຂັ້ນ 1

ທີ່ອົງການກວດສອບແຫ່ງລັດ ຈັດພິທີມອບໃບຢັ້ງຢືນໃຫ້ນັກກວດສອບ ຂັ້ນ 1 ຈຳນວນ 8 ທ່ານ ຍິງ 1 ທ່ານ ແລະ ເຜີຍແຜ່ເອກະສານກ່ຽວກັບຂໍ້ຕົກລົງວ່າດ້ວຍການກໍານົດຂັ້ນນັກກວດສອບແຫ່ງລັດ ທີ່ອົງການກວດສອບແຫ່ງລັດ.

ໃຫ້ກຽດມອບໃບຢັ້ງຢືນແກ່ນັກກວດສອບແຫ່ງລັດໃນຄັ້ງນີ້ ໂດຍທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດ ມີບັນດາຫົວໜ້າກົມ ຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການມອບໃບຢັ້ງຢືນໃນຄັ້ງນີ້ ແມ່ນເປັນຄັ້ງທໍາອິດໃນການຮັບຮອງເອົານັກກວດສອບຂັ້ນ 1 ເຊິ່ງໄດ້ດຳເນີນການເຝິກອົບຮົມລະຫວ່າງວັນທີ 19 ທັນວາ 2019 ຫາ 17 ມັງກອນ 2020 ໃນການສອບເສັງຄັດເລືອກເພື່ອໃຫ້ໄດ້ຕາມມາດຖານ ແລະ ເງື່ອນໄຂທີ່ໄດ້ກຳນົດໄວ້ ໃນຂໍ້ຕົກລົງວ່າດ້ວຍຂໍ້ກຳນົດຂັ້ນນັກກວດສອບແຫ່ງລັດ ສະບັບເລກທີ 462/ອກສລ ລົງວັນທີ 7 ເມສາ 2017.

ເພື່ອເຂົ້າຮຽນໃນຫຼັກສູດເຝິກອົບຮົມນັກກວດສອບແຫ່ງລັດຂັ້ນ 1 ພາຍຫຼັງສຳເລັດອົບຮົມຕາມຫຼັກສູດຂອງສະຖາບັນເຝິກອົບຮົມ ອົງການກວດສອບແຫ່ງລັດ ສອບເສັງໄດ້ຄະແນນຕາມລະດັບຄາດໝາຍ 12 ທ່ານ ຍິງ 3 ທ່ານ ເຊິ່ງໄດ້ຈັດພິທີມອບໃບຢັ້ງຢືນຢູ່ອົງການກວດສອບພາກໃຕ້ໄປແລ້ວ 4 ທ່ານ ຍິງ 2 ທ່ານ ເຊິ່ງພາຍຳເລັດການເຝິກອົບຮົມ ນັກກວດສອບຈະໄດ້ນຳເອົາຄວາມຮູ້ທີ່ໄດ້ຮຽນມາ ໄປຈັດຕັ້ງຜັນຂະຫຍາຍໃນໜ້າທີ່ວຽກງານວິຊາສະເພາະໃຫ້ເກີດປະໂຫຍດສູງສຸດ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...