ແຈ້ງການ! ເປີດຮັບສະໝັກສອບເສັງເຂົ້າບັນຈຸລັດຖະກອນໃໝ່ ທີ່ວິທະຍາໄລເຕັກນິກແຂວງວຽງຈັນ ສົກຮຽນ 2019-2020

➡ແຈ້ງເຖິງ ບັນດານັກຮຽນ-ນັກສຶກສາ ທີ່ຮຽນຈົບວິຊາຊີບ ວຸດທິຊັ້ນສູງ, ປະລິນຍາຕີ, ປະລິນຍາໂທ ຊາບທົ່ວເຖິງກັນວ່າ ໃນສົກຮຽນ 2019-2020 ວິທະຍາໄລເຕັກນິກແຂວງວຽງຈັນໄດ້ຮັບຕົວເລກໂກຕ່າລັດຖະກອນຄູ ຈຳນວນ 2 ທຶນ:

ເຊິ່ງວິທະຍາໄລມີຄວາມຕ້ອງການຄູສອນ 6 ສາຂາວິຊາຮຽນ ແຕ່ຈະຮັບພຽງ 2 ທຶນເທົ່ານັ້ນ ສະນັ້ນຈະໄດ້ສອບເສັງຄັດເລືອກບັນຈຸເຂົ້າເປັນລັດຖະກອນຄູໃຫມ່ ໃນ 6 ສາຂາວິຊາ ຄື:

– ສາຂາວິຊາ ກໍ່ສ້າງເຄຫະສະຖານ
– ສາຂາວິຊາ ບໍລິຫານທຸລະກິດ
– ສາຂາວິຊາ ຄອມພິວເຕີ
– ສາຂາວິຊາ ທ່ອງທ່ຽວ-ໂຮງແຮມ ແລະ ອາຫານ
– ສາຂາວິຊາ ສ້ອມແປງກົນຈັກ (ລົດຍົນ)
– ສາຂາວິຊາ ໄຟຟ້າເຕັກນິກ, ໄຟຟ້າຄວບຄຸມ.

ລາຍລະອຽດເພີ່ມເຕີ່ມອ່ານເພີ່ມໃນແຈ້ງການ ຫຼື ໂທສອບຖາມຂໍ້ມູນໄດ້ທີ 020 2227 1241
023 400152

ແຫຼ່ງຂໍ້ມູນ: ວິທະຍາໄລເຕັກນິກແຂວງວຽງຈັນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...