ສິນຄ້ານຳເຂົ້າ ລາຄາສູງຂຶ້ນຫຼັງຈາກມີການປິດດ່ານໃນຂອບເຂດທົ່ວປະເທດ

ພາບປະກອບ

ຫຼັງຈາກທີ່ພະຍາດ COVID-19 ໄດ້ມີການແຜ່ລະບາດຢູ່ຫຼາຍປະເທດ, ລັດຖະບານລາວໄດ້ມີການປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີ ໃນຂອບເຂດທົ່ວປະເທດ ເພື່ອປ້ອງກັນພະຍາດດັ່ງກ່າວ ມາດຕະການນີ້ ອາດຈະເປັນສາຍເຫດໜຶ່ງເຮັດໃຫ້ລາຄາສິນຄ້າເໜັງຕິງ.

ສິນຄ້ານຳເຂົ້າຫຼາຍປະເພດຂາດຕະຫຼາດ ເພາະສາມາດນຳເຂົ້າ ໄດ້ແຕ່ຢູ່ດ່ານສາກົນ 27 ແຫ່ງໃນທົ່ວປະເທດເທົ່ານັ້ນ ແຕ່ກົງກັນຂ້າມຄວາມຕ້ອງການຂອງຕະຫຼາດພັດເພີ່ມຂຶ້ນ ນອກນັ້ນ ປະຊາຊົນຍັງມີການຊື້ສິນຄ້າໄປກັກຕຸນໄວ້.

ນາງ ມຸກ ເຈົ້າຂອງຮ້ານຂາຍສິນຄ້າອຸປະໂພກ ໄດ້ກ່າວຕໍ່ທີມຂ່າວ ໃນບໍ່ດົນມານີ້ວ່າ: ຢູ່ຮ້ານມີສິນຄ້າຫຼາຍປະເພດທີ່ລາຄາເໜັງຕິງຂຶ້ນສູງ ຍ້ອນການນຳເຂົ້າຫຼຸດລົງ ກົງກັນຂ້າມຄວາມຕ້ອງການຊື້ພັດເພີ່ມຂຶ້ນ ຍ້ອນມີປະຊາຊົນຈຳນວນຫຼາຍມາຊື້ໄປເພື່ອກັກຕຸນໄວ້ ເພາະພວກເຂົາເຊື່ອວ່າຖ້າມີການລະບາດຮຸນແຮງຂອງພະຍາດ COVID-19 ຢູ່ປະເທດເຮົາຕ້ອງມີການປິດດ່ານສາກົນຢ່າງແນ່ນອນ. 

ນາງ ມຸກ ໄດ້ກ່າວຕື່ມວ່າ: ສິນຄ້າທີ່ມີລາຄາເໜັງຕິງສູງແມ່ນສິນຄ້າປະເພດແຕ່ງຢູ່ຄົວກິນເຊັ່ນ: ນ້ຳມັນພຶດ, ນ້ຳປາ, ແປ້ງນົວ, ນ້ຳຕານ, ສະອິວ ແລະ ອື່ນໆ ນອກນັ້ນ ໝີ່ສຳເລັດຮູບ ກໍ່ແພງຂຶ້ນຫຼາຍ.

ພາບປະກອບ

ກ່ອນຈະມີການປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີ ຫຼື ກ່ອນທີ່ບໍ່ມີລະບາດຂອງພະຍາດ COVID-19 ນາງ ມຸກ ຊື້ໝີ່ເຂົ້າຮ້ານແມ່ນປະມານ 35.000ກີບຕໍ່ ແກັດ ແລະ ຂາຍ 38.000 ກີບ, ແຕ່ປັດຈຸບັນນີ້ລາຄາຊື້ແມ່ນ 52.000 ກີບຕໍ່ ແກັດ ແລະ ຂາຍ 55. 000 ກີບ. 

ເຖິງແນວໄດກໍ່ຕາມ ນາງ ມຸກ ຍັງບໍ່ແນ່ໃຈວ່າການເໜັງຕິງຂອງລາຄາສິນຄ້າດັ່ງກ່າວແມ່ນເກີດຈາກການຂາດຕະຫຼາດແທ້ບໍ ຫຼື ແມ່ນແມ່ຄ້າຢູ່ຮ້ານຂາຍສົ່ງທີ່ເປັນຜູ້ກັກຕຸນ ແລະ ຂຶ້ນລາຄາເອົາເອງຈຶ່ງເຮັດໃຫ້ຜູ້ຊື້ມາຂາຍຕໍ່ຈຳເປັນຕ້ອງຂາຍແພງກວ່າທີ່ຜ່ານມາ. 

ຢາກຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມລາຄາສິນຄ້າຢູ່ຕາມຕະຫຼາດຕ່າງໆ ໂດຍສະເພາະແມ່ນຮ້ານຂາຍສົ່ງ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...