ທະນາຄານໂລກ ອະນຸມັດ​ງົບ​ສຸກ​ເສີນ ​18 ລ້ານໂດລາ ແກ່ລາວ ​ຕອບ​ໂຕ້​​ໄວຣັດ​ໂຄ​ວິດ-19 ​

ທະນາຄານໂລກ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ອະນຸມັດງົບປະມານຈຳນວນ 18 ລ້ານໂດລາສະຫະລັດ ໃຫ້ແກ່ ສປປ ລາວ ເພື່ອຊ່ວຍ ໃນການຕອບໂຕ້ ແລະ ຮັບມື ກັບການລະບາດ ຂອງ​ໄວຣັດໂຄວິດ-19 ກໍຄື ການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ, ການກວດຫາກໍລະນີຕິດເຊື້ອ ແລະ ການຄົ້ນຫາຜູ້ທີ່ໃກ້ຊິດ ກັບຜູ້ຕິດເຊື້ອ, ການຄຸ້ມຄອງກໍລະ ນີຜູ້ຕິດເຊື້ອ ແລະ ການສື່ສານ, ທັງການໃຫ້ຄວາມຮູ້ກ່ຽວ ກັບການລະບາດ ຂອງພະຍາດ ດັ່ງກ່າວ.

ໂຄງການນີ້ ຍັງຈະຊ່ວຍຍົກລະດັບ ຄວາມອາດສາມາດໃນການເຝົ້າລະວັງ ແລະ ທັກສະການ ປິ່ນປົວຂອງທີມແພດໝໍ ຂອງ ສປປ ລາວ ອີກດ້ວຍ.

ທ່ານນາງ ມາຣຽມ ເຊີຣ໌ແມນ, ອຳ​ນວຍ​ການທະນາຄານໂລກ ປະຈໍາປະເທດ ມຽນມາ, ກໍາປູເຈຍ ແລະ ສປປ ລາວ ໄດ້ກ່າວວ່າ “ດ້ວຍການປະຕິບັດມາດຕະການການສະກັດກັ້ນທີ່ຕື່ນຕົວ ແລະ ເຄັ່ງຄັດ ຂອງລັດຖະບານລາວ ການສູນເສຍຊີວິດ ແລະ ຜົນກະທົບຕໍ່ເສດຖະກິດ ຈາກການລະບາດຂອງ ໂຄວິດ-19 ຈະເບົາບາງລົງ. ໄລຍະນີ້ ​ເປັນ​ໄລຍະ​ທີ່ສໍາຄັນທີ່ປະຊາຄົມສາກົນ ຈະຕ້ອງໄດ້ເຂົ້າມາຊ່ວຍ ສປປ ລາວ ໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບສາທາລະນະສຸກ ແລະ ເສີມສ້າງຄວາມອາດສາມາດໃນການຕອບໂຕ້.”

ໂຄງການ​ດັ່ງກ່າວ, ໄດ້ຖືກຮ່າງຂຶ້ນມາພາຍໃຕ້ກອບການຊ່ວຍເຫລືອແບບຮີບດ່ວນ ຕໍ່ກັບການລະບາດຂອງພະຍາດໂຄວິດ-19 ຂອງທະນາຄານໂລກໃນທົ່ວໂລກ ​ຊຶ່ງຖືກອອກແບບມາເພື່ອ ຕອບສະໜອງຢ່າງຮີບດ່ວນ ຕໍ່ຄວາມຕ້ອງການໄລຍະສັ້ນ ແລະ ຊ່ວຍເຫລືອບັນດາປະເທດ ໃນການສ້າງລະບົບສາທາລະນະສຸກ ໃຫ້ມີຄວາມເຂັ້ມແຂງ ເພື່ອຮັບມືກັບເຫດສຸກເສີນໃນໄລຍະຍາວ.

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ໄດ້ກ່າວວ່າ “ລັດຖະບານ ສປປ ລາວ ຕີລາຄາສູງ ຕໍ່ການຊ່ວຍເຫລືອຢ່າງ​ທັນ​ການຂອງທະນາຄານໂລກໃນຄັ້ງນີ້ ຊຶ່ງເປັນການຊ່ວຍໃຫ້ ລະບົບສາທາລະນະສຸກ ພາຍໃນປະເທດມີຄວາມເຂັ້ມແຂງ ພ້ອມທັງເປັນອີກ ກຳລັງແຮງໜຶ່ງຊຸກຍູ້ ການຕອບໂຕ້ ແລະ ຄວບຄຸມການແຜ່ລະພາດຂອງ covid-19 ຊຶ່ງລັດ​ຖະ​ບານ ສ​ປ​ປ ລາວ ພວມວ​າງ​ມາດ​ຕະ​ການ​ ທີ່​ຈຳ​ເປັນ​ ເພື່ອ​ຮັບ​ມືກັບໂລກ​ລະ​ບາດນີ້”.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...