ປັບໃໝຊາວຄ້າຂາຍ! ຈໍາໜ່າຍສິນຄ້າເກີນລາຄາກຳນົດ ຢູ່ຕະຫຼາດຫົວຂົວ

ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ນະ­ຄອນ­ຫຼວງ​ວຽງ​ຈັນ ສົມ­ທົບ​ກັບ​ກົມ​ການ​ຄ້າ​ພາຍ​ໃນ​ກະ­ຊວງ​ອຸດ­ສາ­ຫະ­ກຳ-ການ​ຄ້າ ແລະ ເມືອງ​ໄຊ​ເສດ​ຖາ ພ້ອມ​ທັງ​ຕຳ­ຫຼວດ​ເສດ­ຖະ­ກິດ ໄດ້​ລົງ​ມາ​ຕິດ­ຕາມ​ກວດ­ກາ​ລາ­ຄາ​ສິນ­ຄ້າ ແລະ ສະ­ພາບ​ການ​ຊື້-ຂາຍ​ຢູ່​ຕະ­ຫຼາດ​ຫົວ​ຂົວ ເມືອງ​ໄຊ​ເສດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ.

ທ່ານ ນັນ​ຕາ ສາ­ນຸ​ວົງ ຮອງ​ຫົວ­ໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ກ່າວ​ວ່າ:

ຜ່ານ​ການ​ລົງ​ກວດ­ກາ​ຕິດ­ຕາມ​ສະ­ພາບ​ການ​ຊື້-ຂາຍ ແລະ ລາ­ຄາ​ສິນ­ຄ້າ ອີງ­ໃສ່​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ​ເລກ​ທີ 0653/ອຄ.ນວ.ຄພນ ລົງ​ວັນ​ທີ 3 ເມ­ສາ 2020 ໂດຍ​ກຳ­ນົດ​ລາ­ຄາ​ຈຳ­ໜ່າຍ​ສິນ­ຄ້າ​ຫຼາຍ​ປະ­ເພດ​ໄວ້ ໜຶ່ງ​ໃນ​ນັ້ນ ກຳ­ນົດ​ລາ­ຄາ​ຈຳ­ໜ່າຍ​ຂາຍ­ຍ່ອຍ​ຊີ້ນ​ໝູ ປະ­ເພດ 1 ໃນ​ລາ­ຄາ 40.000 ກີບ/ກິ​ໂລ ປະ­ເພດ 2 ລາ­ຄາ 38.000 ກີບ/ກິ​ໂລ ບັນ­ດາ​ຕະ­ຫຼາດ​ທີ່​ໄດ້​ລົງ​ສຳ​ຫຼວດ ປະ­ກອບ​ມີ 8 ຕະ­ຫຼາດ​ໃຫຍ່​ຄື:

ຕະ­ຫຼາດ​ໄຮ​ຄຳ ໂນນ​ຄໍ້ ໜອງ​ຈັນ ໂພນ​ສະ­ຫວ່າງ ໂພນ​ຕ້ອງ​ຈອມ​ມະ­ນີ ຫ້ວຍ​ຫົງ ສີ​ໄຄ​ຕະ­ຫຼາດ​ອົດ​ຊີ ແລະ ຕະ­ຫຼາດ​ຫົວ​ຂົວ ພົບ 3 ຕະ­ຫຼາດ​ທີ່​ຂາຍ​ຊີ້ນ​ໝູ​ເກີນ​ກຳ­ນົດ​ຄື: ໜອງ​ຈັນ ລາວ-ອົດ​ຊີ ແລະ ຫົວ​ຂົວ.

ສຳ­ລັບ​ການ​ລົງ​ກວດ­ກາ​ຢູ່​ຕະ­ຫຼາດ​ຫົວ​ຂົວ​ໃນ​ມື້­ນີ້ ກໍ​ໄດ້​ພົບ​ເຫັນ​ແມ່​ຄ້າ​ຈຳ­ນວນ 2 ຄົນ ຂາຍ​ເກີນ​ລາ­ຄາ​ທີ່​ກຳ­ນົດ​ໄວ້ ຕໍ່​ກັບ​ຜູ້​ທີ່​ຂາຍ​ເກີນ​ລາ­ຄາ ແມ່ນ​ໄດ້​ຖືກ​ປັບ​ໃໝ​ຕາມ​ລະ­ບຽບ.

ທ່ານ ນັນ​ຕາ ສາ­ນຸ​ວົງ ໄດ້​ກ່າວ​ຮຽກ­ຮ້ອງ​ເຖິງ​ຊາວ​ຄ້າ­ຂາຍ ປະ­ຕິ­ບັດ​ຕາມ​ແຈ້ງ​ການ​ຢ່າງ​ເຂັ້ມ​ງວດ ເນື່ອງ​ຈາກ​ລາ­ຄາ​ສິນ­ຄ້າ​ແມ່ນ​ໄດ້​ກຳ­ນົດ​ອອກ​ມາ​ຕາມ​ໂຄງ​ປະ­ກອບ​ລາ­ຄາ ຫາກ​ພົບ​ເຫັນ​ບໍ່​ປະ­ຕິ­ບັດ​ຕາມ​ແຈ້ງ​ການ ແມ່ນ​ຈະ​ໄດ້​ປະ­ຕິ­ບັດ​ຕາມ​ລະ­ບຽບ​ການ​ທີ່​ກຳ­ນົດ​ໄວ້ ຄື ປັບ​ໃໝ 1 ລ້ານ​ກີບ ຫາ 3 ລ້ານ​ກີບ ນອກ­ຈາກ​ນັ້ນ ຖ້າ​ຜູ້​ບໍ­ລິ­ໂພກ​ພົບ​ເຫັນ​ຊາວ​ຄ້າ­ຂາຍ​ຂາຍ​ເກີນ​ລາ­ຄາ​ທີ່​ກຳ­ນົດ ແມ່ນ​ໃຫ້​ເກັບ​ຫຼັກ​ຖານ ແລະ ຂໍ້​ມູນ​ທີ່​ລະ­ອຽດ​ແລ້ວ​ໂທ​ແຈ້ງ​ຜ່ານ​ໝາຍ​ເລກ 1510.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...