ສະຫລອງ 50 ປີສາຍສຳພັນ ການຮ່ວມມື ພະລັງງານ ລາວ-ໄທ

 ຢູ່ໂຮງໝໍມິດຕະພາບ 150 ຕຽງ ນະຄອນຫລວງວຽງຈັນ,ໄດ້ຈັດງານສະເຫລີມສະຫລອງ 50 ປີ ສາຍສຳພັນ ແລະ ການຮ່ວມມື ພະລັງງານ ລາວ-ໄທ (16/12/1967-16/12/2018), ໃຫ້ກຽດເປັນປະທານ ຂອງ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ແຫ່ງ ສປປ ລາວ ແລະ ທ່ານ ສິຣິ ຈິຣະພົງພັນ ລັດຖະມົນຕີ ວ່າ ການ ກະຊວງ ພະລັງງານ ແຫ່ງ ຣາຊະອານາຈັກໄທ, ມີບັນດາ ທ່ານອຳນວຍການໂຮງໝໍມິດຕະ ພາບ 150 ຕຽງ, ຜູ້ວ່າຣາຊະການ ແຂວງ ໜອງຄາຍ ແລະ ບັນດາແຂກທີ່ຖືກເຊີນ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ຄຳມະນີ ອິນທິລາດ ກ່າວວ່າ: ມີຄວາມຍິນດີເປັນຢ່າງຍິ່ງ ທີ່ໄດ້ມາຮ່ວມໃນງານສະ ເຫລີມສະຫລອງ 50 ປີ ສາຍສຳພັນ ແລະ ການຮ່ວມມື ພະລັງງານ ລາວ-ໄທ ພາຍໃຕ້ບັນຍາກາດແຫ່ງມິດຕະ ພາບ ທີ່ເປັນມູນເຊື້ອອັນດີງາມ, ຊຶ່ງປະຊາຊົນ 2 ຊາດ ລາວ-ໄທ ໄດ້ພ້ອມກັນຖະນຸຖະໜອມ ແລະ ປົກປັກຮັກ ສາມາເປັນເວລາຍາວນານ, ຈຸດພິເສດ ແລະ ເງື່ອນໄຂທີ່ອຳນວຍຄວາມສະດວກໄດ້ກາຍເປັນພື້ນຖານ ເຮັດໃຫ້ການພົວພັນຮ່ວມມື ລາວ-ໄທ ດ້ານພະລັງງານໄດ້ຮັບການພັດທະນາ ໃຫ້ຂະຫຍາຍຕົວຢ່າງມີຄຸນນະພາບໃໝ່ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ-ໄທ ເປັນຢ່າງດີຕະຫລອດມາ.

#insidelaos

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...