ຄວາມງົດງາມແຫ່ງສິລະປະລາວໃຕ້--------------------------ນີ້ຄືຮູບພາບທີ່ສົມບູນແບບຂອງທາດທ່ານກ່ຳ ຫຼືພຣະຄຣູນະສັມປັນໂນ ອະດີດເຈົ້າອາວາດວັດພູເຂົາແກ້ວມະນີວັນ ຢູ່ບ້ານຫົວດອນຊ້າງໄພ ເມືອງໂຂງ ແຂວງຈຳປາສັກ
ທ່ານໃດທີ່ສົນໃຈໃນລາຍລະອຽດວ່າທ່ານກ່ຳແມ່ນໃຜຄລິກທີ່ລິ້ງລຸ່ມນີ້: facebook.com/139833160307649
Cr.facebook.com/140384156919216
ພິທີທຳລາຍຢາສູບນອກລະບົບ (ຢາສູບເຖື່ອນ) ຈັດຂຶ້ນບໍ່ດົນມານີ້ ຢູ່ສູນບຳບັດຂີ້ເຫຍື້ອ ຫຼັກ 32 ນະຄອນຫຼວງວຽງຈັນ ໂດຍມີຕາງໜ້າຈາກກົມຕຳຫຼວດສິ່ງແວດລ້ອມ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຢາສູບທີ່ນຳມາທຳລາຍຄັ້ງນີ້ ແມ່ນຢາສູບນອກລະບົບ ເຊິ່ງນຳເຂົ້າບໍ່ຖືກຕ້ອງຕາມກົດໝາຍ ບໍ່ໄດ້ຜ່ານການເສຍພາສີ-ອາກອນ ບໍ່ມີສະຫຼາກເປັນພາສາລາວ ບໍ່ມີຄຳເຕືອນສຸຂະພາບດ້ວຍຮູບພາບ ຂະໜາດ 75% ແລະ ສະແຕັມພາສີ ທີ່ເຈົ້າໜ້າທີ່ຕຳຫຼວດສິ່ງແວດລ້ອມ ໄດ້ລົງກວດກາຢູ່ຕາມຫ້າງຮ້ານຕ່າງໆ...
ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2019 ໄດ້ໄຂຂຶ້ນຢູ່ທີ່ສະໂມສອນ ຄະນະກວດກາສູນກາງພັກ (ຫຼັກ6) ໃນວັນທີ 8 ມັງກອນ 2020.
ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ມີບັນດາສະຫາຍຮອງປະທານ, ຄະນະພັກ-ຄະນະກວດກາສູນກາງພັກ, ຄະນະພັກ, ຄະນະປະຈຳ,...
ຕາມການໃຫ້ສຳພາດຂອງທ່ານ ບຸນ ໄຊບຸນທິບ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫລວງນໍ້າທາ ໄດ້ໃຫ້ຮູ້ກ່ຽວກັບການລະບາດພະຍາດອະຫິວາໝູອາຟຼິກາຢູ່ບ້ານໂຮງເລື່ອຍເມືອງຫລວງນໍ້າທາວ່າ: ຕາມການໄດ້ຮັບແຈ້ງຂ່າວ ຈາກອົງການປົກຄອງບ້ານໂຮງເລື່ອຍເມືອງຫລວງນໍ້າທາວ່າ ຢູ່ພາຍໃນບ້ານ ມີໝູເຫງົາ ແລະ ຕາຍເປັນຈຳນວນຫລາຍໂຕ ຈາກນັ້ນຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫລວງນໍ້າທາ ຈິ່ງໄດ້ສົມທົບກັບຂະແໜງລ້ຽງສັດ ແລະ ການປະມົງພະແນກກະສິກຳ ແລະປ່າໄມ້ແຂວງ ລົງຕິດຕາມກວດກາຕົວຈິງເຫັນວ່າພົບເຊື້ອພະຍາດອະຫິວາໝູອາຟຼິກາແທ້ ມາໃນວັນທີ 31 ຕຸລາ 2019 ນໍາໂດຍທ່ານ ບຸນ ໄຊບຸນທິບ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ທ່ານພ້ອມດ້ວຍພະ ນັກງານວິຊາການທີ່ກ່ຽວຂ້ອງ ຕະຫລອດຮອດອົງການປົກຄອງບ້ານໂຮງເລື່ອຍ ໄດ້ພາກັນກຳຈັດໝູຢູ່ພາຍໃນບ້ານຈໍານວນ...