ມາ​ຮູ້​ຈັ​ກ! ຖະແຫລງການຮ່ວມ ລະຫວ່າງ ສອງລັດຖະບານ ລາວ-ໄທ

ພາຍຫລັງສຳເລັດການເຂົ້າຮ່ວມກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ (Joint Cabinet Retreat-JCR) ຄັ້ງທີ 3, ໄດ້ມີຖະແຫລງການຮ່ວມ ເຊິ່ງສອງຝ່າຍ ໄດ້ສະແດງຄວາມເພິ່ງພໍໃຈ ທີ່ເຫັນວ່າການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ໄດ້ຂະ ຫຍາຍຕົວຢ່າງບໍ່ຢຸດຢັ້ງ ທັງໃນຂອບທະວີພາຄີ ແລະ ພະຫຸພາຄີ ອັນເປັນການຕອບສະໜອງ ຕໍ່ສິດຜົນປະໂຫຍດ ຂອງປະຊາຊົນສອງຊາດຢ່າງ​ແທ້​ຈິງ ເພື່ອ​ພ້ອມ​ກັນ​ກ້າວ​ໄປ​ສູ່ ​ຄວາມ​ວັດທະນາ​ຖາວອນ.

ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ຢືນຢັນສືບຕໍ່ ເພີ່ມທະວີສົ່ງເສີມ ແລະ ອໍານວຍຄວາມສະດວກ ໃນການຮ່ວມມື ດ້ານເສດຖະກິດ ກໍຄື ການຄ້າ, ການລົງທຶນ ແລະ ການຮ່ວມມືດ້ານພະລັງງານ ໄຟຟ້າ ໃຫ້ຂະຫຍາຍຕົວຂຶ້ນກວ່າເກົ່າ ເພື່ອພ້ອມກັນພັດທະນາ ປະກອບສ່ວນເຮັດໃຫ້ການ ສ້າງປະຊາຄົມເສດຖະກິດອາຊຽນ ມີຄວາມເຂັ້ມແຂງຍິ່ງຂຶ້ນ, ໂດຍສະເພາະ ການຮ່ວມທຶນນໍາກັນ ເພື່ອສ້າງຖານຜະ ລິດອັນດຽວກັນ. ທັງນີ້, ກໍເພື່ອຈະເປັນການສົ່ງເສີມ ການຄ້າໃຫ້ເຕີບໂຕໄວຂຶ້ນ.

ພ້ອມນັ້ນ, ທັງສອງຝ່າຍ ຍັງໄດ້ທົບທວນຄືນຜົນ ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ໃນແຕ່ລະດ້ານ ແລະ ໄດ້ເປັນເອກະພາບກັນ ກ່ຽວກັບທິດທາງ ໃນການເສີມຂະຫຍາຍ ການພົວພັນ ລະຫວ່າງ ສອງປະເທດ ໃນຕໍ່ໜ້າໃຫ້ມີຄວາມຄືບໜ້າ ແລະ ມີບາດກ້າວອັນໃໝ່ ເພື່ອປູພື້ນຖານໃຫ້ແກ່ການ ກ້າວໄປສູ່ການເປັນຄູ່ຮ່ວມ ຍຸດທະສາດ ເພື່ອການພັດທະນາ ແບບຍືນຍົງໃນອານາຄົດ.

#insidelaos

#ອິນ​ໄຊ​ລາວ

Cr.KPL

ຮູບ​ປະ​ກອບ: https://gdb.voanews.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...