ແຈ້ງການ! ໃຫ້ປິດສະຫນາມກິລາກ໊ອຟຊົ່ວຄາວ ເພື່ອປ້ອງກັນການແຜ່ລະບາດເຊື້ອພະຍາດ COVID-19

ເຖິງ: ບັນດາສະຫນາມກິລາກ໊ອຟ, ສະຫນາມຝຶກຊ້ອມຕີກ໊ອຟໃນຂອບເຂດທົ່ວປະເທດ

ເລື່ອງ: ໃຫ້ປິດການບໍລິການຊົ່ວຄາວ ເພື່ອປ້ອງກັນການແຜ່ລະບາດເຊື້ອພະຍາດ COVID-19

– ອີງຕາມ ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ລົງວັນທີ 29/03/2020 ວ່າດ້ວຍການເພີ້ມທະວິມາດຕະການສະກັດກັ້ນ, ກັນການລະບາດ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດCOVID-19;

– ອີງຕາມ ແຈ້ງການ ກ່ຽວກັບການຜັນຂະຫຍາຍຄໍາສັ່ງເລກທີ 06 ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບ ຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ COVID-19 ຂອງຂະແຫນງສຶກສາ ແລະ ກິລາ ສະບັບເລກທີ 40O/ສສກ, ລົງວັນທິ 30 ມີນາ 2020.

ຫ້ອງການກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງ ບັນດາຜູ້ປະກອບການ ສະຫນາມກີລາ ກ໊ອຟ ແລະ ສະຫນາມຝຶກຊ້ອມຕິກ໊ອຟ (ສະຫນາມໄດຣກ໊ອຟ) ໃນຂອບເຂດທົ່ວປະເທດໃຫ້ຊາບວ່າ ເພື່ອເປັນການຜັນຂະຫຍາຍການຈັດຕັ້ງປະຕິບັດຄໍາສັ່ງ 06/ນຍ, ລົງວັນທີ 29 ມີນາ 2020 ແລະ ແຈ້ງການຂອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 400/ສສກ, ລົງວັນທີ 30 ມີນາ 2020, ຂໍ້ 5: ວ່າດ້ວຍການຫ້າມ ເຄື່ອນໄຫວທຸລະກິດກິລາກາຍຍະກໍາທຸກຮູບແບບເຊັ່ນ: ສູນອອກກໍາລັງກາຍ, ສະຫນຸກເກີ, ສັງວຽນໄກ່, ເດີ່ນກິລາກາງແຈ້ງ ແລະ ໃນຮົ່ມ, ການໃຫ້ບໍລິການ ແລະ ຝຶກຊ້ອມນັກກິລາຂອງແຕ່ລະສະຫະພັນ ແລະ ອື່ນໆ. ສະນັ້ນ, ເພື່ອເປັນການປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດ coVID-19 ໃຫ້ໄດ້ຮັບຜົນສໍາ ເລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ຫ້ອງການກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການເພີ່ມເຕີມ ດັ່ງນີ້:

1. ໃຫ້ບັນດາຜູ້ປະກອບການສະຫນາມກີລາກ໊ອຟ, ສະຫນາມຝຶກຊ້ອມຕີກ໊ອຟ ໃນຂອບເຂດທົ່ວປະເທດ ປິດການບໍລິການຊົ່ວຄາວ ສະຫນາມກີລາກ໊ອຟ ແລະ ສະຫມາມຝຶກຊ້ອມຕີກ້ອຟ;

2. ສໍາລັບບາງສະຫນາມກີລາກ໊ອຟ ທີ່ລວມມີກິດຈະການໂຮງແຮມ, ຣີສອດ ແລະ ຮ້ານອາຫານນັ້ນ ແມ່ນອະນຸຍາດໃຫ້ເປີດບໍລິການສະເພາະໃນພາກສ່ວນ ທີ່ກ່ຽວຂ້ອງກັບທີ່ພັກອາໄສ ແລະ ຮ້ານອາຫານເທົ່ານັ້ນ, ສະຖານທີ່ທີ່ອະນຸຍາດໃຫ້ເປີດນີ້ ຕ້ອງປະຕິບັດຕາມມາດຕະການປ້ອງກັນ ທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ວາງອອກຢ່າງເຂັ້ມງວດ, ພ້ອມທັງໃຫ້ຈັດຕັ້ງໃຫ້ພະນັກງານຜັດປ່ຽນກັນມາເຮັດວຽກ ເພື່ອຫລຸດຜ່ອນຄວາມແອອັດ;

3. ໃຫ້ກົມກີລາລະດັບສູງ, ກະຊວງສຶກສາທິການ ແລະ ກິລາ ປະສານສົມທົບກັບ ສະຫະພັນກີລາກ໊ອຟ ແຫ່ງຊາດ ຈັດຕັ້ງໂຄສະນາເຜີຍແຜ່, ອະທິບາຍເນື້ອໃນຈິດໃຈແຈ້ງການສະບັບນີ້ ໃຫ້ຜູ້ປະກອບການສະຫນາມກີລາກ໊ອຟ, ສະຫນາມຝຶກຊ້ອມຕີກ໊ອຟໃຫ້ເຂົ້າໃຈ ແລະ ຮ່ວມມືຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

4. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ວັນທີ 13 ເມສາ ເຖິງ 21 ເມສາ 2020. ໃນກໍລະນີມີການ ປ່ຽນແປງຫ້ອງການກະຊວງຈະແຈ້ງໃຫ້ຊາບຕື່ມ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ຈັດຕັ້ງປະຕີບັດຕາມທາງຄວນດ້ວຍ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...