ເປີດເວທີສົນທະນາດີຈີຕອນລາວ ກ່ຽວກັບການຄ້າທາງເອເລັກໂຕນິກ

ມື້ນີ້, ກະຊວງອຸສາຫະກຳ ແລະການຄ້າໄດ້ຮ່ວມກັບສະຖານທູດສະຫະລັດອາເມຣິກາ ແລະສະຖານທູດເຢຍລະ ມັນປະຈຳລາວ ຈັດເວທີສົນທະນາດີຈີຕອນລາວ ກ່ຽວກັບການຄ້າທາງເອເລັກໂຕນິກຂຶ້ນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ, ທ່ານ ເຣນາ ບິດເຕີ ເອກອັກຄະລັດຖະທູດແຫ່ງສະຫະລັດອາເມຣິກາ ປະຈຳລາວ ແລະທ່ານ ເຈນ ປີເຕີ ເອກອັກຄະລັດຖະທູດແຫ່ງເຢຍລະມັນປະຈຳລາວ, ມີພາກສ່ວນທຸລະກິດ,​ ນັກວາງນະໂຍບາຍ, ຊ່ຽວຊານ ແລະປັນຍາຊົນຈາກຫຼາຍປະ ເທດເຂົ້າຫຼາຍກ່ວາ 150 ທ່ານ.

ເວທີສົນທະນາຄັ້ງນີ້ ໄດ້ຮັບການສະໜັບສະໜູນທາງດ້ານການເງິນຈາກ USAID ແລະໂຄງການ Rrlate-GIZ ໂດຍມີຈຸດປະສົງໃນການສົນທະນາແລກປ່ຽນກ່ຽວກັບທ່າອ່ຽງຂອງການພັດທະນາການຄ້າເອເລັກໂຕນິກ ແລະກຳນົດທິດທາງປະຕິບັດສຳລັບ ສປປ ລາວ ໃນບາດກ້າວຕໍ່ໄປ, ທັງນີ້ກໍເນື່ອງຈາກວິຖີຂອງຄົນເຮົາໃນທຸກມື້ນີ້ແມ່ນກຳລັງກ້າວໄປໃນທ່າອ່ຽງທີ່ເກືອບວ່າຂາດບໍ່ໄດ້ກັບສະມາດໂຟນ ແລະອິນເຕີເນັດ ພ້ອມກັນນັ້ນການດຳເນີນທຸລະກິດກໍ່ໄດ້ຫັນໄປສູ່ແບບດີຈີຕອນ ນັບມື້ຫຼາຍຂຶ້ນ ແລະໄປຄຽງຄູ່ກັບການນຳໃຊ້ເຕັກໂນໂລຢີເຂົ້າໃນການຜະລິດ ແລະການດຳເນີນທຸລະກິດຕ່າງໆ. ຕາມການສຳຫຼວດຂອງອາຊຽນກໍ່ເຫັນໄດ້ວ່າທຸລະກິດຂະໜາດນ້ອຍ ແລະກາງຂອງລາວ ກໍ່ໄດ້ນຳໃຊ້ສື່ອອນລາຍຈຳໜ່າຍຜະລິດຕະພັນ ແລະບໍລິການຂອງຕົນເຊິ່ງກວມເອົາ 14% ຂອງຈຳນວນໃນປີ 2017 (ລາວຈັດຢູ່ອັນດັບ 7 ຂອງອາຊຽນ), ໃນຂະບວນວິວັດຂອງການນຳໃຊ້ເຕັກໂນໂລຢີດັ່ງກ່າວເຂົ້າໃນການເຄື່ອນໄຫວຂອງພາກທຸລະກິດເຫັນວ່າລາວເຮົາຈະມີໂອກາດທີ່ຈະເຮັດໃຫ້ຄວາມແຕກໂຕນຂອງການແຂ່ງຂັນກັບພາຍນອກໃນຫຼາຍໆດ້ານຫຼຸດໜ້ອຍຖອຍລົງໄດ້, ແຕ່ເຖິງຢ່າງໃດກໍ່ຕາມເພື່ອເຮັດໃຫ້ແນວຄວາມຄິດດັ່ງກ່າວປະກົດຜົນເປັນຈິງ ສປປ ລາວ ຈະຕ້ອງໄດ້ກຽມພ້ອມ ແລະມີລະບຽບພັກດັນ ແລະເອື້ອອຳນວຍເພື່ອເຮັດໃຫ້ຄວາມເປັນໄປໄດ້ດັ່ງກ່າວ ປະກົດຜົນເປັນຈິງໃນອະນາຄົດ.

ສໍາລັບເວທີສົນທະນາຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ແລະແລກປ່ຽນບົດຮຽນດ້ານການຄ້າທາງເອເລັກໂຕນິກທີ່ປະກອບມີບົດຮຽນການຄຸ້ມຄອງຈາກໄທ, ບົດຮຽນທຸລະກິດການຄຸ້ມຄອງຈາກບໍລິສັດ Expedia, ບົດຮຽນຈາກທະນາຄານມຽນມາ ແລະຈາກຊ່ຽວຊານທີ່ມີປະສົມການທາງດ້ານນີ້ໃນພາກພື້ນອາຊີອາຄະເນ.

ທ່ານ ນາງ ເຂັມມະນີ ພົນເສນາກ່າວວ່າ: ສປປ ລາວ ຈະໄດ້ສ້າງກົນໄກປະສານງານພາຍໃນລະຫວ່າງຂະແໜງການຂຶ້ນ ເນື່ອງຈາກວຽກງານພັດທະນາ ການຄ້າທາງເອເລັກໂຕຣນິກ ເປັນວຽກງານທີ່ກ່ຽວຂ້ອງກັບຫຼາຍຂະ ແໜງການ ແລະບົດບາດຂອງກະຊວງອຸດສາຫະກໍາ ແລະການຄ້າຕາມການມອບໝາຍຂອງລັດຖະບານ ທີ່ໃຫ້ເປັນການພັກດັນ ແລະພັດທະນາວຽກງານນີ້, ຊຶ່ງກະຊວງ ອຄ ຈະສຶບຕໍ່ສຸມໃສ່ 2 ບົດບາດສໍາຄັນ:

1. ເຮັດໃຫ້ຜູ້ປະກອບການບໍລິການພາຍໃນໄດ້ເຂົ້າເຖິງຕະຫຼາດຫຼາຍຂຶ້ນ

2. ເຮັດໃຫ້ຜູ້ຊົມໃຊ້ເຂົ້າເຖິງຜະລິດຕະພັນສິນຄ້າ ແລະການບໍລິການທີ່ມີຄວາມປອດໄພ ມີຄຸນນະພາບ ແລະລາຄາສົມເຫດສົມຜົນ.

ຊຶ່ງພາລະບົດບາດນີ້ ຈະສຶບຕໍ່ໃນຍົກຂອງການປະຕິວັດອຸດສາຫະກໍາ 4.0, ສະນັ້ນ ຈະໄດ້ຮ່ວມກັບກະຊວງໄປສະນີ ແລະໂທລະຄົມມະນາຄົມ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ, ທະນາຄານກາງ, ໂຍທາງທິການ ແລະຂົນສົ່ງ ແລະຂະແໜງການອື່ນໆ ເພື່ອເຮັດໃຫ້ພື້ນຖານໂຄງລ່າງດ້ານເຕັກໂນໂລຊີ ແລະສິ່ງອໍານວຍດ້ານວິທະຍາສາດທີ່ກ່ຽວຂ້ອງມິີຄວາມເອື້ອອໍານວຍຫຼາຍຂຶ້ນ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.