ນະຄອນຊຽງໄຮ້ ມອບອຸປະກອນການແພດ ຕ້ານໂຄວິດ-19 ໃຫ້ນະຄອນຫຼວງວຽງຈັນ

ນະຄອນຊຽງໄຮ້ ສປ ຈີນ ໄດ້ມອບອຸປະກອນການແພດ ຕ້ານພະຍາດໂຄວິດ-19 ໃຫ້ ນະຄອນຫລວງວຽງຈັນ ໃນວັນທີ 21 ເມສາ 2020

ໃນນັ້ນປະກອບມີ: ຜ້າອັດປາກ-ດັງ N95 ຈໍານວນ 3.000 ອັນ, ຜ້າອັດປາກແພດນໍາ ໃຊ້ທົ່ວໄປ 30.000 ອັນ ແລະ ຊຸດປ້ອງກັນພະຍາດ 400 ຊຸດ ລວມມູນຄ່າທັງໝົດ 13.500 ໂດລາສະຫະລັດ ຫລື ປະມານ 128 ລ້ານກີບ.

ເພື່ອຮັບໃຊ້ເຂົ້າໃນວຽກ ງານຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19 ເຊິ່ງຕ່າງໜ້າມອບໂດຍທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ.

ໂອກາດນີ້, ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ກໍໄດ້ຕາງໜ້າໃຫ້ແກ່ອຳນາດການປົກ ຄອງນະຄອນຫລວງວຽງຈັນ ສະແດງຄວາມຂອບອົກ ຂອບໃຈມາຍັງທ່ານ ຈຽງ ຈາຍຕົງ ກໍຄື ນະຄອນຊຽງໄຮ້ ທີ່ໄດ້ປະກອບສ່ວນຄວາມສຳຄັນໃນວຽກງານຕ້ານ ການແຜ່ລະບາດ ພະຍາດໂຄວິດ-19 ຢູ່ ສປປ ລາວ

ແລະ ທ່ານໄດ້ສະແດງຄວາມຢືນຢັນວ່າ ຈະນຳເຄື່ອງຊ່ວຍເຫລືອດັ່ງກ່າວ ໄປນຳໃຊ້ໃຫ້ເກີດຜົນປະໂຫຍດສຸງສຸດ ເພື່ອສະກັດກັ້ນບໍ່ໃຫ້ເຊື້ອພະຍາດດັ່ງກ່າວ ຂະຫຍາຍອອກເປັນວົງກວ້າງ ແລະ ເຮັດໃຫ້ ສປປ ລາວ ກັບຄືນສູ່ສະພາບປົກກະຕິໂດຍໄວ.

ແຫຼ່ງຂໍ້ມູນ: ຂ່າວ: ກິດຕາ, ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...