Friday, May 1, 2026
Kbank Laos โอน รับ จ่าย
-->

ຕ້ອງຮູ້! ໂອກາດ ແລະ ສິ່ງທ້າທາຍຂອງ ສປປ ລາວ ຫຼັງວິກິດ ໂຄວິດ-19

ໃນ​ໄລຍະ​ຜ່ານ​ມາ ເຖິງ​ແມ່ນ​ວ່າ​ລັດຖະບານ​ຈະ​ມີ​ມາດ​ຕະການ​ຕ້ານ, ສະກັດ​ກັ້ນ ແລະ ມີ​ນະໂຍບາຍ​ຊ່ວຍ​ປະ​ຄັບ​ປະຄອງ​ເສດຖະກິດ​ຫຼາຍ​ດ້ານ​ກໍ​ຕາມ, ໃນ​ໄລຍະ​ກາງ ແລະ ຍາວ, ຜົນ​ກະທົບ​ທີ່​ເປັນ​ທັງ​ສິ່ງ​ທ້າ​ທາຍ ແລະ ໂອກາດ ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ລາວ ຈະ​ຍັງ​ຄົງ​ມີ​ຢູ່​ຢ່າງ​ຫຼີກ​ລ່ຽງ​ບໍ່​ໄດ້ ເປັນຕົ້ນ​ແມ່ນ:

+ ດ້ານ​ສິ່ງ​ທ້າ​ທາຍ ວິ​ກິດ​ການ​ທາງ​ດ້ານ​ການ​ສະໜອງ ແລະ ຄວາມ​ຕ້ອງການ:

ການ​ໃຊ້​ມາດ​ຕະການ​ປິດ​ກິດຈະການ ແລະ ປິດ​ປະເທດ​ຊົ່ວຄາວ ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ລະບົບ​ເສດຖະກິດ ແລະ ການ​ຜະລິດ​ຢ່າງ​ຫຼີກ​ລ່ຽງ​ບໍ່​ໄດ້, ບັນດາ​ຫົວໜ່ວຍ​ການ​ຜະລິດ ແລະ ບໍລິການ​ຕ່າງໆ ດໍາ​ເນີນ​ການ​ແບບ​ບໍ່​ເຕັມ​ກໍາ​ລັງ ຫຼື ຢຸດຊະງັກ, ເຮັດ​ໃຫ້​ມີ​ການ​ເລີກ​ຈ້າງ​ແຮງ​ງານ, ບັນດາ​ທຸລະ​ກິດ​ທີ່​ຕິດ​ພັນ​ກັບ​ຕ່ອງ​ໂສ້​ການ​ສະໜອງ ກໍບໍ່​ສາ​ມາດ​ດໍາ​ເນີນ​ການ​ໄດ້​ຍ້ອນ​ຂາດ​ວັດຖຸ​ດິບ ຫຼື ປັດ​ໄຈ​ການ​ຜະລິດ ທີ່​ຕ້ອງ​ນໍາ​ມາ​ຈາກ​ບ່ອນ​ອື່ນ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ສະພາບ​ດັ່ງກ່າວ ເຮັດ​ໃຫ້​ຕົ້ນ​ທຶນ​ຂອງ​ທຸລະ​ກິດ​ເພີ່ມ​ຂຶ້ນ ແລະ ສົ່ງ​ຜົນ​ກະທົບ​ດ້ານ​ລົບ​ຕໍ່​ຜະລິດ​ຕະ​ພາບ​ການ​ຜະລິດ, ເຮັດ​ໃຫ້​ເກີດ​ບັນຫາ​ດ້ານ​ການ​ສະໜອງ, ອີກ​ດ້ານ​ໜຶ່ງ ປະເທດ​ເຮົາ​ຍັງ​ເພິ່ງ​ພາ​ການ​ນໍາ​ເຂົ້າ​ສິນຄ້າ​ໃຊ້​ສອຍ​ທີ່​ຈໍາ​ເປັນ​ໃນ​ຊີວິດ​ປະ​ຈໍາ​ວັນ ລວມ​ທັງ​ອຸປະກອນ​ການ​ແພດ​ຂັ້ນ​ພື້ນຖານ ເພື່ອປ້ອງ​ກັນ​ພະຍາດ ຊຶ່ງ​ປະເທດ​ທີ່​ຜະລິດ ແລະ ສົ່ງ​ອອກ​ໄດ້​ປັບ​ມາ​ເປັນ​ສິນຄ້າ​ຄວບ​ຄຸມ ແລະ ຖ້າ​ຫາກ​ສະຖານະ​ການ​ຍັງ ແກ່ຍາວ ຍິ່ງ​ມີ​ຄວາມ​ຫຍຸ້ງຍາກ​ຂຶ້ນ​ກ້າວ​ໄປ​ສູ່​ການ​ຂາດແຄນ​ສິນ​ຄ້າ​ຈໍາ​ເປັນ.

ໃນ​ດ້ານ​ຄວາມ​ຕ້ອງການ ກໍ​ຄື ຜົນ​ກະທົບ ຂອງ​ການ​ແຜ່​ລະບາດ​ດັ່ງກ່າວ ເຮັດ​ໃຫ້​ປະຊາຊົນຢ້ານ​ກົວ ແລະ ກັງວົນ​ຕໍ່​ການ​ແຜ່​ລະບາດ ລວມ​ທັງ​ສະພາບ​ການ​ທີ່​ບໍ່​ມີຄວາມ​ແນ່ນອນ, ແຮງ​ງານ​ບໍ່​ມີ​ວຽກ​ເຮັດ​ງານ​ທໍາ​ຫຼາຍ​ຂຶ້ນ, ລາຍ​ຮັບ​ຫຼຸດ​ລົງ ຫຼື ສູນ​ເສຍ​ລາຍ​ຮັບ ຈຶ່ງ​ໃຊ້​ຈ່າຍ​ໜ້ອຍ​ລົງ ແລະ ເລືອກ​ໃຊ້​ຈ່າຍ​ສະເພາະ​ສິ່ງ​ທີ່​ຈໍາ​ເປັນ​ຕໍ່​ການ​ດໍາ​ລົງ​ຊີວິດ​ເທົ່າ​ນັ້ນ ເຮັດ​ໃຫ້​ຄວາມ​ຕ້ອງການ​ສິນຄ້າ ແລະ ບໍລິການ ຫຼຸດ​ລົງ.

ຜົນ​ກະທົບ​ຂອງ​ການ​ແຜ່​ລະບາດ​ພະຍາດCOVID-19 ເຮັດ​ໃຫ້​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ບໍ່​ບັນລຸ​ໄດ້​ເງື່ອນໄຂ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ການ​ເປັນ​ປະເທດ​ດ້ອຍ​ພັດທະນາ​ໃນ​ອີກ 4 ປີ ຂ້າງ​ໜ້າ ແລະ ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ການ​ບັນລຸ​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ (SDG) ແລະ ການ​ຍົກ​ລະດັບ​ເປັນ​ປະເທດ​ລາຍ​ຮັບ​ປານ​ກາງ​ສູງ​ໃນ​ປີ 2030.

ນອກຈາກ​ນີ້ ການ​ປະຕິບັດ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ໃນຕໍ່ໜ້າ ໂດຍ​ສະເພາະ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ແຫ່ງ​ຊາດ​ຄັ້ງ​ທີ 9 ຍິ່ງ ຈະ​ມີ​ຄວາມ​ຫຍຸ້ງຍາກ​ຂຶ້ນ​ຍ້ອນ​ສະພາບ​ການ​ພາຍ​ໃນ ແລະ ພາຍ​ນອກ​ປ່ຽນແປງ​ໄປ ແລະ ອາດ​ຕ້ອງ​ຄົ້ນຄວ້າ​ປັບ​ຮ່າງ ແຜນ​ພັດທະນາ​ລວມ​ທັງ​ການ​ກໍາ​ນົດ​ທິດ ແລະ ບູ​ລິ​ມະ​ສິດ​ການ​ພັດທະນາ​ຄືນ​ໃໝ່.

ຄວາມ​ອາດ​ສາມາດ​ໃນ​ການ​ປັບ​ໂຕ​ເຂົ້າ​ສູ່​ຍຸກ​ດີຈີຕ໋ອນ ຫຼັງ COVID-19:

ໃນ​ໄລຍະ​ການ​ແຜ່​ລະບາດ​ຂອງCOVID-19 ເຫັນ​ໄດ້​ວ່າ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ມີ​ບົດ​ບາດ​ສໍາ​ຄັນ​ໃນ​ການ​ເຮັດ​ວຽກ ແລະ ການ​ດໍາ​ເນີນທຸລະ​ກິດ ຫຼື ມີ​ການ​ກ້າວ​ເຂົ້າ​ສູ່​ຍຸກ​ດີຈີຕ໋ອນ​ຢ່າງ​ເຕັມ​ຮູບ​ແບບ​ໄວ​ຂຶ້ນ ຊຶ່ງ​ສິ່ງ​ດັ່ງກ່າວ​ນີ້​ຖື​ເປັນ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ​ສໍາ​ລັບ ປະເທດ​ເຮົາ​ໃນ​ການ​ປັບ​ຕົວ​ໃຫ້​ທັນ​ກັບ​ການ​ປ່ຽນແປງ​ໃໝ່​ໃນ​ສະພາບ​ທີ່​ຍັງ​ຂາດ​ຄວາມ​ພ້ອມ​ຫຼາຍ​ດ້ານ ທັງ​ໃນ​ພາກ​ລັດ ແລະ ພາກ​ທຸລະ​ກິດ ລວມ​ທັງ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ປະ ຊາ​ຊົນ.

ສໍາ​ລັບ ສປປ ລາວ ພື້ນຖານ​ໂຄງ​ລ່າງ​ດ້ານ​ເຕັກໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ລວມ​ທັງ​ການ​ບໍລິການ​ອິນ​ເຕີ​ເນັດ ເຖິງ​ວ່າ​ມີ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ກໍ​ຕາມ ແຕ່​ກໍຍັງ​ບໍ່​ທັນ ພຽງພໍ ແລະ ສະດວກ​ວ່ອງໄວ​ເທົ່າ​ທີ່​ຄວນ.

ການ​ເຂົ້າ​ເຖິງ ແລະ ການ​ນໍາ​ໃຊ້​ໃຫ້​ເກີດ​ປະໂຫຍດ​ຍັງ​ບໍ່​ຫຼາຍ​ເທົ່າ​ທີ່​ຄວນ, ຄວາມ​ຮູ້​ຄວາມ​ສາມາດ​ໃນ​ການ​ປັບ​ໂຕ ແລະ ນໍາ​ໃຊ້​ກໍ​ຍັງ​ຈໍາ​ກັດ, ສິ່ງ​ທ້າ​ທາຍ​ອີກ​ອັນ​ໜຶ່ງ​ ກໍ​ຄື​ການ​ນໍາ​ໃຊ້​ໄປ​ໃນ​ທາງ​ທີ່ຜິດ ທີ່​ກໍ່ໃຫ້ເກີດ​ອາ​ຊະ​ຍາ​ກໍາ​ທາງ​ເຄືອ​ຂ່າຍ​ຄອມ​ພິວ​ເຕີ(Cybercrime) ຊຶ່ງ​ຮຽກຮ້ອງ​ໃຫ້​ຕ້ອງ​ມີ​ລະບົບ​ປ້ອງ​ກັນ​ທີ່​ດີ ລວມ​ທັງ​ລະບຽບ​ກົດໝາຍ​ທີ່​ຮັດ​ກຸມ.

ນອກຈາກ​ນີ້ ການ​ປັບ​ຕົວ​ເຂົ້າ​ກັບ​ສະພາບ​ໃໝ່ ຕ້ອງ​ອາໄສ​ການ​ລົງທຶນ​ໃສ່​ດ້ານວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ​ຢ່າງ​ຫຼວງຫຼາຍ ແລະ ຮີບ​ດ່ວນ ຊຶ່ງ​ເປັນ​ອີກ​ໜຶ່ງ​ສິ່ງ​ທ້າ​ທາຍ ໃນ​ສະພາບ​ທີ່​ງົບປະມານ​ຂອງ​ພາກ​ລັດ ແລະ ເອກະ​ຊົນ​ຍັງ​ຈໍາ​ກັດ.

+ ດ້ານ​ກາລະ​ໂອກາດ:

ໃນ​ໄລຍະ​ສັ້ນ ຖ້າ​ປະເທດ​ເຮົາ​ສາມາດ​ຄວບ​ຄຸມ​ການ​ແຜ່​ລະບາດ​ໄດ້​ໄວ​ກໍ​ຈະ​ເປັນ​ໂອກາດ​ອັນ​ດີ​ໃນ​ການ​ຟື້ນ​ຟູ​ເສດຖະກິດ, ການ​ເລັ່ງ​ສົ່ງເສີມ​ການ​ຜະລິດ​ພາຍ​ໃນ​ເພື່ອ​ທົດ​ແທນ​ການ​ນໍາ​ເຂົ້າ ແລະ ຂະຫຍາຍ​ການ​ສົ່ງ​ອອກ​ໃນ​ສະພາບ​ທີ່ ປະເທດ​ອື່ນ​ໄດ້​ຮັບ​ຜົນ​ກະທົບ​ໜັກ ແລະ ຍັງ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຜະລິດ ໂດຍ​ສະເພາະ​ແມ່ນ​ການ​ຜະລິດ​ສິນຄ້າ ໃຊ້​ສອຍ​ໃນ​ຊີວິດ​ປະ​ຈໍາ​ວັນ, ສະບຽງ​ອາຫານ ແລະ ອຸປະກອນ​ການ​ແພດ​ຂັ້ນ​ພື້ນ​ຖານ.

ໃນ​ໄລຍະ​ສັ້ນ ຄາດ​ວ່າການ​ທ່ອງ​ທ່ຽວ​ຍັງ​ຈະ​ບໍ່​ສາມາດ​ກັບ​ຄືນ​ສູ່​ສະ​ພາບ​ປົ​ກກະຕິ​ໂດຍ​ໄວ ຈຶ່ງ​ເປັນ​ໂອກາດ​ອັນ​ດີ​ໃນ​ການ ລົງທຶນ​ພັດທະນາ​ແຫຼ່ງ​ທ່ອງ​ທ່ຽວ, ຊຸກຍູ້​ສົ່ງເສີມ​ການທ່ອງທ່ຽວ​ພາຍ​ໃນ, ປັບປຸງ​ອາຄານ ແລະ ສະ ຖານທີ່​ພັກ, ຮ້ານ​ອາຫານ ແລະ ການ​ບໍລິການ​ຕ່າງໆ ໃຫ້​ໄດ້​ມາດຖານ​ສາກົນ ແລະ ເປັນ​ທີ່​ດຶງ​ດູດ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ ເພື່ອ​ເປັນ​ການ ກະກຽມ​ຄວາມ​ພ້ອມ​ຮອງ​ຮັບ​ການ​ບໍລິການ​ທ່ອງ​ທ່ຽວ​ທີ່​ຈະ​ຄ່ອຍໆ​ເພີ່ມ​ຂຶ້ນ​ໃນ​ຕໍ່​ໜ້າ.

+ ໂອກາດ​ໃນ​ໄລຍະ​ກາງ ຫາ ໄລຍະ​ຍາວ:

ປະເທດ​ເຮົາ​ຍັງ​ມີ​ໂອກາດ ແລະ ທ່າແຮງ​ໃນ​ການ​ຜະລິດ​ກະ​ສິ​ກໍາ​ສະອາດ​ເພື່ອ​ສົ່ງ​ອອກ ໂດຍ​ອາໄສ​ທ່າແຮງ​ທີ່​ປະຊາຊົນ​ສ່ວນ​ໃຫຍ່​ເປັນ​ຊາວ​ກະສິກອນ ,ເງື່ອນໄຂ​ທີ່​ດິນ​ທໍາ​ການ​ຜະລິດ​ຍັງ​ອຸດົມສົມບູນ ປອດ​ສານ​ເຄ​ມີ​ຖ້າ​ທຽບ​ກັບ​ປະເທດ​ອື່ນ.

ວິ​ກິດ​ການ​ໃນ​ຄັ້ງ​ນີ້​ເຮັດ​ໃຫ້​ຄົນ​ທົ່ວ​ໂລກ​ຫັນ​ມາ​ໃສ່ໃຈ​ສຸຂະພາບ​ຫຼາຍ​ຂຶ້ນ, ເລືອກ​ບໍລິໂພກ​ແຕ່​ອາຫານ​ສະອາດ ປອດ​ສານພິດ​ມີ​ປະໂຫຍດ​ຕໍ່​ສຸຂະພາບ ສະນັ້ນ​ຈຶ່ງ​ຖື​ເປັນ​ໂອກາດ​ອັນ​ດີ​ໃນ​ການ​ເລັ່ງ ພັດທະນາ​ກະ​ສິ​ກໍາ​ສະອາດ​ເພື່ອ​ສົ່ງ​ອອກ.

ຍ້ອນ​ສະພາບ​ຄວາມ​ຫຍຸ້ງຍາກ​ມັນ​ໄດ້​ບີບ​ບັງຄັບ​ໃນ​ຕົວ ເຮັດ​ໃຫ້​ປະຊາຊົນ​ລາວ​ຕ້ອງ​ໄດ້​ປັບ​ການ​ດໍາ​ລົງ​ຊີວິດ​ຄືນໃໝ່ ໂດຍສະເພາະມີ​ການ​ປະ​ຢັດ​ມັດທະຍັດ​ຫຼາຍ​ກວ່າ​ເກົ່າ, ການ​ໃຊ້​ຈ່າຍ​ຫຼິ້ນ​ກິນ​ຟຸມ​ເຟືອຍ, ສິນຄ້າ​ຕ່າງປະເທດ ແລະ ການຈັດ​ງານ​ບຸນ​ປະເພນີ​ຕ່າງໆ​ຢ່າງ​ຟຸມ​ເຟືອຍ​ກໍມີ​ທ່າ​ອ່ຽງ​ຫຼຸດ​ລົງ, ການ​ຊົມໃຊ້​ສິນຄ້າ​ຕ່າງປະເທດ​ອາດ​ຫຼຸດ​ລົງ.

ສະນັ້ນ ລັດ​ຄວນ​ຖື​ເອົາ​ວິ​ກິດ​ການ​ໃນ​ຄັ້ງ​ນີ້​ເປັນ​ໂອກາດ​ໃນ​ການ​ລົງ​ໂຄສະນາ​ເຜີຍແຜ່ ແລະ ຊຸກຍູ້​ໃຫ້​ປະຊາຊົນ​ຄົນ​ລາວ​ຫັນປ່ຽນ​ຈາກ​ສັງຄົມ ບໍລິໂພກ ມາ​ເປັນ​ສັງຄົມ​ການ​ຜະລິດ​ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ແຫຼ່ງຂໍ້ມູນ: ຂ່າວ: ຄຳ​ເຮືອງ ຄຳ​ປະສິດ, ໜັງສຶພິມປະຊາຊົນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.