ພະສົງສາມະເນນ​ ອຸ​ດົມ​ໄຊ ຮ່ວມໃຈບໍລິຈາກເລືອດຊ່ວຍເຫຼືອສັງຄົມ ກວ່າ 180 ອົງ

ບໍ່​ດົນ​ມານີ້, ຢູ​ທີ່ສູນເລືອດແຂວງອຸດົມໄຊ ນຳໂດຍ, ທ່ານ ສັງທອງ ສັນຕິສຸກ ຫົວໜ້າສູນເລືອດ, ພ້ອມດ້ວຍຄະ ນະ ໄດ້ລົງຮັບບໍລິຈາກເລືອດ ຢູ່ໂຮງຮຽນ ມສ ສັນຕິພາບ, ເປັນກຽດເຂົ້າຮ່ວມໂດຍ, ທ່ານ ນາງ ຈັນມະນີ ສຸທິວົງ ຜູ້ອໍານວຍການໂຮງຮຽນດັ່ງກ່າວ, ພ້ອມດ້ວຍຄູ-ອາຈານ ແລະ ພະສົງສາມະເນ​ນ ເຂົ້າຫລາຍກວ່າ 180 ອົງ.

ໃນໂອກາດດັ່ງກ່າວ, ສະຫາຍ ນິນໄຊ ພົມພູມີ ຜູ້ຕາງໜ້າໜ່ວຍໂຄສະນາສູນເລືອດ ໄດ້ເຜີຍ ແຜ່ໃຫ້ຮູ້ພາລະບົດ ບາດວຽກງານກາແດງ, ຂະບວນການກາແດງສາກົນ ແລະ 7 ຫລັກການພື້ນຖານ ຂອງຂະບວນການກາແດງສາກົນ, ນະໂຍບາຍຂອງສູນເລືອດແຫ່ງຊາດ ກໍຄື ສູນເລືອດແຂວງ ທີ່ມີຄວາມສຳຄັນເພື່ອຊ່ວຍເຫລືອສັງຄົມ ແລະ ມາດຖານເຂື່ອນໄຂຂອງຜູ້ທີ່ຈະບໍລິຈາກເລືອດ.

ທີ່​ມາ: facebook.com/421087478095038

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...