Thursday, November 13, 2025
Kbank Laos โอน รับ จ่าย

SCG Sharing the Dream ປີທີ 7 ມອບທຶນ 310 ທຶນ ພ້ອມຂະຫຍາຍການສະໜັບສະໜູນເຖິງລະດັບປະລິນຍາຕີ

ເອັດສຊີຈີ ສານຕໍ່ໂຄງການ “SCG Sharing the Dream” ໃນ ສປປ ລາວ ເປັນປີທີ 7 ມອບທຶນການສືກສາໃຫ້ນ້ອງນັກຮຽນລະດັບມັດທະຍົມປາຍ 300 ທຶນ, ພ້ອມຂະຫຍາຍການມອບທຶນການສຶກສາຕໍ່ໃນລະດັບປະລິນຍາຕີຈົນຈົບການສຶກສາຈຳນວນ 10 ຄົນ ເປັນປີທຳອິດ.

ບໍລິສັດ ເອັດສຊີຈີ ຈັດງານມອບທືນໃຫ້ກັບນັກຮຽນທີ່ຜ່ານການຄັດເລືອກໃຫ້ເຂົ້າໂຄງການ “SCG Sharing the Dream” ເຊິ່ງຖືເປັນໜຶ່ງໃນໂຄງການກິດຈະກໍາເພື່ອສັງຄົມຂອງເອັດສຊີຈີ ທີ່ມຸ່ງສົ່ງເສີມການພັດທະນາສັກກະຍະພາບເຍົາວະຊົນຂອງປະເທດໃນອາຊຽນເພື່ອສ້າງໂອກາດທາງການສຶກສາໃຫ້ເຍົາວະຊົນທີ່ເປັນຄົນເກັ່ງ ແລະ ດີ ມີຄວາມກະຕືລືລົ້ນທີ່ຈະສຶກສາຕໍ່ມີຄວາມກະຕັນຍູ ແຕ່ຂາດເຂີນທຶນຮອນ ໄດ້ພັດທະນາສັກກະຍະພາບຂອງຕົນເພື່ອເປັນອານາຄົດທີ່ດີຂອງຊາດຕໍ່ໄປ.

ໃນປີນີ້ ມີຜູ້ໄດ້ຮັບມອບທຶນການສຶກສາລະດັບມັດທະຍົມຕອນປາຍລວມ 300 ທຶນ ສຳລັບນະຄອນຫຼວງວຽງ ຈັນຈຳນວນ 160 ທຶນ ແລະ ສຳລັບແຂວງ ຄຳມ່ວນຈຳນວນ 140 ທຶນ, ນອກຈາກນີ້ ປີນີ້ເປັນປີທຳອິດທີ່ເອັດສຊີຈີໄດ້ຄັດເລືອກນັກຮຽນທຶນ SCG Sharing the Dream ອີກ 10 ຄົນ ທີ່ເສັງຜ່ານ ແລະກຳລັງສຶກສາຢູ່ໃນລະດັບມະຫາວິທະຍາໄລ ເພື່ອສະຫນັບສະຫນຸນການສຶກສາຈົນຈົບລະດັບປະລິນຍາຕີ ໂດຍພິຈາລະນາຈາກນ້ອງທີ່ມີຄວາມມຸ່ງຫມັ້ນ ໃນການໄຝ່ຫາຄວາມຮູ້ ແລະ ໃຊ້ຄວາມຮູ້ທີ່ມີເປັນໂຕພັກດັນຄວາມສຳເລັດໃນອະນາຄົດ.

ທ່ານ​ ປະລິນຍາເອກ ນາງ ສີສຸກ ວົງວິຈິດ ຫົວຫນ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ກ່າວ​ວ່າ: “ຂ້າພະເຈົ້າຂໍຂອບໃຈທາງ ເອັດສຊີຈີ ທີ່ສະໜັບສະໜຸນໃຫ້ມີໂຄງການດີໆແບບນີ້ ຂໍຂອບໃຈຜູ້ອຳນວຍການໂຮງ ຮຽນ ຄູ ອາຈານ ທີ່ໃສ່ໃຈປະຕິບັດໜ້າທີ່ຂອງຕົນໃຫ້ດີຂື້ນໄປເລື້ອຍໆ ເພື່ອບັນລຸຜົນສຳເລັດໃນການຈັດຕັ້ງປະຕິ ບັດແຜນພັດທະນາການສຶກສາ ໃຫ້ມີການພັດທະນາທີ່ມີຄຸນນະພາບດີຂຶ້ນຕາມນະໂຍບາຍຂອງກະຊວງສຶກສາທິ ການ ແລະ ກິລາ ຕະຫຼອດເຖິງນ້ອງນັກຮຽນໃຫ້ຕັ້ງໃຈຮຽນ ແລະ ເຮັດຄວາມດີຕະຫຼອດໄປ”


ທ່ານ ຊະນະ ພູມີ Vice President, Cement and Construction Business, Cement-Building Materials, SCG ກ່າວວ່າ: “ເອັດສຊີຈີເຊື່ອວ່າປະເທດຊາດຈະເຂັ້ມແຂງໄດ້ກໍ່ຕ້ອງເລີ່ມຈາກ “ຄົນ” ທີ່ມີຄຸນນະພາບເຊິ່ງບໍ່ໄດ້ໝາຍເຖິງແຕ່ຄົນເກັ່ງ ຫຼື ຄົນທີ່ມີຄວາມສາມາດຢ່າງດຽວເທົ່ານັ້ນ ແຕ່ຕ້ອງເປັນຄົນດີນຳ ດີຕໍ່ຄອບຄົວ ຕໍ່ຊຸມຊົນ ຕໍ່ສັງຄົມ ແລະ ຕົນເອງ ສະນັ້ນ ເອັດສຊີຈີ ເຫັນຄວາມສຳຄັນຂອງໄຝ່ຝັນແລະຄວາມມຸ່ງຫມັ້ນ ຢາກເຊີນຊວນໃຫ້ນ້ອງໆທຸກຄົນ ໃນທີ່ນີ້ ຮ່ວມຈຸດປະກາຍຄວາມໄຝ່ຝັນແລະຄວາມມຸ່ງຫມັ້ນສູ່ຄວາມສຳເລັດໃນອະນາຄົດ ແລະ ສະແດງໃຫ້ເຫັນວ່າຄວາມໄຝ່ຝັນຄືພະລັງສຳຄັນທີ່ເປັນຈຸດເລີ່ມຕົ້ນໄປສູ່ການພັດທະນາສັງຄົມ ແລະ ປະເທດຊາດໃຫ້ກ້າວຕໍ່ໄປໃນອະນາຄົດ”.

ໂຄງການທຶນການສຶກສາ “SCG Sharing the Dream” ເປັນໂຄງການຂອງບໍລິສັດເອັດສຊີຈີ ທີ່ເຮັດຂຶ້ນໃນພູມມິພາກອາຊຽນເຊັ່ນ: ສປປ ລາວ, ໄທ, ຫວຽດນາມ, ອິນໂດເນເຊຍ, ຟິລິບປິນ, ກຳປູເຈຍ ແລະ ມຽນ ມາ ໂດຍປັດຈຸບັນໂຄງການໄດ້ມອບທຶນການສຶກສາໃຫ້ນັກຮຽນປີລະຫຼາຍກວ່າ 6,000 ຄົນ ທົ່ວພູມມິພາກອາຊຽນ ເພື່ອຮ່ວມພັດທະນາປະເທດທີ່ເອັດສຊີຈີເຂົ້າໄປດຳເນີນທຸລະກິດ, ສຳລັບ ສປປ ລາວ ເອັດສຊີຈີ ດຳເນີນໂຄງການນີ້ຢ່າງຕໍ່ເນື່ອງຕະຫລອດ 7ປີ.

ການພິຈາລະນາຄັດເລືອກນັກຮຽນເຂົ້າໂຄງການໃນ ສປປ.ລາວ ເອັດສຊີຈີໄດ້ຮັບຄວາມຮ່ວມມືຈາກ ສະມາຄົມຮ່ວມນຳ້ໃຈກັບເດັກນ້ອຍລາວ (Action with Lao Children) ໃນການເປິດຮັບສະໝັກນັກຮຽນມັດ ທະຍົມສຶກສາຊັ້ນມໍ 5-7 ຈາກໂຮງຮຽນລັດຖະບານທົ່ວນະຄອນຫຼວງວຽງຈັນ ແລະ ແຂວງຄຳມ່ວນ ເພື່ອຄັດສັນເຍົາວະຊົນຄົນດີ, ມີຄວາມກະຕັນຍູ ໄຝ່ຮຽນຮູ້ ແລະ ມຸ່ງໝັ້ນສ້າງຝັນດ້ານການສຶກສາ ໂດຍມີຄະນະກຳມະ ການຄັດເລືອກ ເຊິ່ງປະກອບໄປດ້ວຍ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ພະແນກສຶກ ສາທິການແລະກິລາ ແຂວງຄຳມ່ວນ, ຝ່າຍວິຊາການຂະແໜງມັດທະຍົມ, ຫົວໜ້າສູນພັດທະນາການສຶກສາສຳລັບເດັກນ້ອຍ ແລະ ພະນັກງານເອັດສຊີຈີ.

ກ່ຽວ​ກັບ SCG
ເອັດສຊີຈີ ກຸ່ມບໍລິສັດຊັ້ນນຳໃນພູມມິພາກອາຊຽນ ປັດຈຸບັນປະກອບດ້ວຍ 3 ທຸລະກິດຫຼັກໄດ້ແກ່: ເອັດສຊີຈີ ຊີມັງ-ຜະລິດຕະພັນກໍ່ສ້າງ, ເອັດສຊີຈີ ເຄມິຄອລສ໌ ແລະ ເອັດສຊີຈີ ແພັກເກັດຈິ້ງ. ຕະຫຼອດໄລ​ຍະ​ເວ​ລາຫຼາຍກວ່າ 105 ປີ ​ເອັ​ດສ​ຊີ​ຈີ ໄດ້​ດຳ​ເນີນ​ທຸ​ລະ​ກິດຕາມແນວທາງການພັດທະນາຢ່າງຍືນຍົງ ພາຍໃຕ້ຫຼັກບໍລິສັດພິບານທີ່ດີ ມຸ່ງສູ່ຄວາມເປັນຜູ້ນຳໃນອາຊຽນ ແລະ ກຽມພ້ອມສຳລັບການແຂ່ງຂັນໃນລະດັບໂລກ ພັດທະນາໂຕເອງຢ່າງບໍ່ຢຸດຢັ້ງ ໂດຍສ້າງສັນນະວັດຕະກຳເພື່ອສ້າງມູນຄ່າເພີ່ມ ແລະ ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິ ໂພກ, ນອກຈາກນັ້ນ ຍັງມຸ່ງສ້າງຄວາມຈະເລີນກ້າວໜ້າຢ່າງຍືນຍົງໃຫ້ກັບທຸກຊຸມຊົນທີ່ເຂົ້າມາດຳເນີນທຸລະກິດ

ເອັດສຊີຈີ ເລີ່ມດຳເນີນທຸລະກິດໃນ ສປປ ລາວ ຕັ້ງແຕ່ປີ ຄສ 2003 ດໍາເນີນທຸລະກິດພາຍໃຕ້ 4 ບໍລິສັດຄື: Khammouane Cement (KCL), SCG Trading Lao, CPAC Lao, SCG Logistic (Lao) ເພື່ອຜະລິດ ແລະ ຈັດຈຳໜ່າຍປູນຊີມັງ, ສິນຄ້າວັດສະດຸກໍ່ສ້າງ ແລະ ຕົບແຕ່ງເຮືອນຄົບວົງຈອນສຳລັບທຸກຄວາມຕ້ອງການຂອງຜູ້ບໍລິໂພກ ພາຍໃຕ້ຍີ່ຫໍ້ SCG ແລະ COTTO ເປັນຕົ້ນແມ່ນສິນຄ້າກຸ່ມຫຼັງຄາ, ຝາ, ເພດານ, ກະເບື້ອງເຊລາມິກ, ສະນວນກັນຄວາມຮ້ອນ, ສຸຂະພັນ, ກ໊ອກນຳ້ ແລະ ຄອນກຣີດສຳເລັດຮູບ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.