Thursday, April 30, 2026
Kbank Laos โอน รับ จ่าย
-->

ລັດ​ຖະ​ມົນ​ຕີ​ຖະ​ແຫຼງ​ຂ່າວ ແນະ​ນຳໃຫ້ສະມາຄົມນັກຂ່າວ ຕ້ອງເອົາໃຈໃສ່ ກໍາແໜ້ນທ່າອ່ຽງລວມຂອງຍຸກສະໄໝ

ທ້າຍ​ອາ​ທິດ​ຜ່ານ​ມານີ້, ທີ່ໂທລະພາບແຫ່ງຊາດລາວ ນະຄອນຫລວງວຽງຈັນ, ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະ ມົນຕີ  ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໃຫ້ກຽດໂອ້ລົມ  ຕໍ່ພິທີມອບລາງ ວັນຜະລິດຕະພັນສື່ ແລະ ພິມຈຳໜ່າຍດີເດັ່ນ  ໃນຫົວຂໍ້ ປີທ່ອງທ່ຽວລາວ 2018, ໂດຍທ່ານ ໄດ້ເນັ້ນໃຫ້ບັນດາຄະ ນະພັກ  ຄະນະນໍາກະຊວງ ກໍ່ຄື ສະມາຄົມນັກຂ່າວ  ຕ້ອງໄດ້ສືບຕໍ່ເອົາໃຈໃສ່ກໍາແໜ້ນທ່າອ່ຽງລວມ ຂອງຍຸກສະ ໄໝ ແລະ ສະພາບ ແວດ ລ້ອມສາກົນ  ກໍຄືພາກພື້ນ ທີ່ຈະຍັງສືບຕໍ່ຜັນແປໄປຢ່າງສະຫລັບສັບຊ້ອນ  ແລະ ຫຼາຍບັນຫາຄາດຄະເນໄດ້ຍາກໃນຊຸມປີຕໍ່ໜ້າ.  ພ້ອມກັນນີ້, ຕ້ອງໄດ້ສຸມໃສ່ແກ້ໄຂຈຸດອ່ອນ  ແລະ ຂໍ້ຄ້າງ ຈໍານວນໜຶ່ງ ເປັນຕົ້ນ  ຍັງມີບາງອົງການ ສື່ມວນຊົນເຄື່ອນໄຫວ ບໍ່ໄປຕາມພາລະບົດບາດຕາມການອະນຸຍາດ, ຖືເບົາ,  ນຳສະເໜີຂໍ້ມູນບໍ່ຖືກຕ້ອງ-ຊັດເຈັນ,  ໃຊ້ພາສາລາວຜິດຫລັກໄວຍະກອນຊອດກະຈາ, ການໃຊ້ພາບ,  ຊື່ ແລະ ຕໍາແໜ່ງຍັງມີອັນຜິດພາດໃຫ້ເຫັນ.

ທ່ານ ບໍ່ແສງຄໍາ ວົງດາລາ ກ່າວຕື່ມວ່າ:  ຜ່ານການຈັດຕັ້ງປະຕິບັດວຽກງານໃນໄລຍະ  1 ປີມາ ຄະນະນໍາກະຊວງ ຖວທ ມີຄວາມເຂັ້ມແຂງ  ແລະ ມີຄວາມຮັບຜິດຊອບສູງ  ຕໍ່ໜ້າທີ່ວຽກງານຂອງຕົນ ຊີ້ນໍາ-ນໍາພາອ້າຍນ້ອງພະ ນັກງານ ທົ່ວກະຊວງ  ຕັ້ງໜ້າເຮັດລ້ອນໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້  ຢ່າງມີຜົນສໍາເລັດເປັນກ້າວໆມາ  ເຮັດໃຫ້ວຽກງານຖະແຫລງຂ່າວ,  ວັດທະນະທຳ ແລະ ທ່ອງທ່ຽວ  ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງທັງດ້ານປະລິ ມານ ແລະ ຄຸນນະພາບ, ຮັກສາ ໄດ້ດ້ານຄຸນ ທາດການເມືອງ  ແລະ ປະກອບສ່ວນຢ່າງຫລວງຫລາຍ ເຂົ້າໃນຜົນງານລວມ ຂອງພາລະກິດປ່ຽນແປງໃໝ່  ແລະ ການປົກປັກຮັກສາພັດທະນາປະເທດຊາດ  ໂດຍສະເພາະ ແມ່ນການໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍຂອງພັກແຜນການ, ລະບຽບກົດໝາຍຂອງລັດ,  ສ່ອງແສງຄວາມມຸ່ງມາດປາດຖະໜາ  ແລະ ຂະບວນການເຄື່ອນໄຫວຂອງປະຊາຊົນ,  ປະກອບສ່ວນສ້າງສາພັດທະນາເສດຖະ ກິດ-ສັງຄົມ, ປະກອບສ່ວນຍົກລະດັບຄວາມຮູ້ໃຫ້ປະຊາຊົນ  ແລະ ຊຸກຍູ້ຂະ ບວນ ການຕ່າງໆ  ຂອງສັງຄົມໃຫ້ມີຄວາມຄຶກຄື້ນ.  ແຕ່ຄຽງຄູ່ກັນນັ້ນ,  ຄວາມກ້າວໜ້າທາງດ້ານວິທະຍາສາດເຕັກໂນໂລຊີໃໝ່  ທີ່ທັນສະໄໝ ເຊິ່ງມີບົດບາດຕັດສິນ  ແລະ ເປັນປັດໄຈຊຸກຍູ້ໃຫ້ເສດຖະກິດຂອງໂລກເຕີບໂຕ,  ການກ້າວເຂົ້າສູ່ປະ ຊາຄົມ ອາຊຽນ,  ການເຊື່ອມໂຍງເຂົ້າສູ່ລະບົບເສດຖະກິດ  ແລະ ການຮ່ວມມືໃນຂົງເຂດອື່ນໆ  ສາມາດເປັນທ່າແຮງ, ໂອກາດ ແລະ ເປັນເງື່ອນໄຂ ທີ່ດີສົມທົບກັບທ່າແຮງບົ່ມຊ້ອນ,  ນໍາໃຊ້ກຳລັງແຮງພາຍໃນ ແລະ ພາຍນອກ,  ເຊີດຊູສະຕິຄວາມ ຮັບຜິດ ຊອບຕໍ່ໜ້າທີ່ວຽກງານໃຫ້ສູງຂຶ້ນ.

ພ້ອມນີ້, ທ່ານ ບໍ່ແສງຄໍາ ວົງດາລາ  ຍັງໄດ້ຮຽກຮ້ອງມາຍັງບັນດາຄະນະພັກ  ຄະນະນໍາກະ ຊວງ ກໍ່ຄື ສະມາຄົມນັກຂ່າວ  ເອົາໃຈໃສ່ຄົ້ນຄ້ວາ ແລະ ປັບປຸງບາງດ້ານ  ເພື່ອເຮັດໃຫ້ວຽກງານຖະ ແຫລງຂ່າວ  ໄດ້ຮັບການພັດທະ ນາໃຫ້ໜັກແໜ້ນ,  ເລິກເຊິ່ງ ແລະ ກວ້າງຂວາງຂຶ້ນກວ່າເກົ່າ  ທັງດ້ານປະລິມານ  ແລະ ຄຸນນະພາບ ເປັນຕົ້ນ ເອົາໃຈໃສ່ ເພີ່ມທະວີທາງດ້ານການເມືອງແນວຄິດ  ໃຫ້ມີຄວາມເປັນເອກະພາບ ກັບແນວທາງນະໂຍບາຍຂອງພັກ-ລັດ ທີ່ວາງອອກ;  ຄົ້ນຄວ້າ ແລະ ປັບປຸງລະບົບກົງຈັກການຈັດຕັ້ງ  ໃຫ້ສອດຄ່ອງກັບວຽກງານຕົວຈິງໃນໄລຍະໃໝ່,  ບໍ່ຄວນຢຶດຕິດແຕ່ຮູບແບບເກົ່າແບບດັ່ງເດີມ  ທີ່ຈັດຕັ້ງປະຕິບັດຜ່ານມາ, ໃຫ້ມີການກວດກາຕີ ລາຄາ, ຊັ່ງຊາຈຸດດີ-ຈຸດອ່ອນ, ບ່ອນໃດບໍ່ເໝາະສົມ ຄວນ ໂຮມ ເຂົ້າ ກັນກໍ່ຕ້ອງໂຮມ, ບ່ອນໃດຄວນສ້າງອັນໃໝ່ ທີ່ສອດຄ່ອງກັບວຽກງານຕົວຈິງ ກໍ່ຕ້ອງສ້າງຂຶ້ນໃໝ່ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບການຈັດ ຕັ້ງຮອງຮັບໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະຕົວຈິງ; ເອົາໃຈໃສ່ ໃນການຈັດວາງ ສັບຊ້ອນພະນັກ ງານ  ແລະ ກໍ່ສ້າງບຸກຄະລາກອນ ໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ,ມີຄວາມຮູ້ຄວາມສາມາດ ທາງດ້ານວິຊາສະເພາະທີ່ແນ່ນອນ  ແລະ ແທດເໝາະກັບຄວາມຮູ້ຄວາມສາມາດ  ພອນສະຫວັນຂອງແຕ່ ລະບຸກຄົນ;  ຕ້ອງພະ ຍາຍາມຫັນການຄຸ້ມຄອງບໍລິຫານວຽກງານ  ໄປສູ່ການຊົມໃຊ້ເຕັກໂນໂລຊີທີ່ທັນສະໄໝ  ເພື່ອຄວາມສະດວກໃນການຄຸ້ມຄອງບໍລິຫານວຽກງານໃຫ້ເປັນລະບົບ,  ສາມາດຕິດຕໍ່ປະສານງານມີຄວາມວ່ອງໄວ, ໂປ່ງໃສ, ສາມາດ ກວດສອບໄດ້;  ເອົາໃຈໃສ່ ແກ້ໄຂຄວາມຜິດພາດດ້ານເນື້ອໃນ  ແລະ ຮູບ ການໃນປີທີ່ຜ່ານມາໃຫ້ໄດ້ ດ້ວຍການຍົກສູງ ຄວາມຮັບຜິດຊອບໃນການບັນນາທິການເນື້ອໃນ  ແລະ ຮູບການ ຕາມທິດຫັນໄປສູ່ຄຸນນະພາບ  ແລະ ທັນສະໄໝ,ວ່ອງໄວ, ຊັດເຈນ  ແລະ ທັນການ, ສ້າງ ຄວາມເຂັ້ມແຂງ  ແລະ ກຸ້ມຕົນເອງເທື່ອລະກ້າວ,  ໃນນັ້ນໃຫ້ເອົາໃຈໃສ່ປັບປຸງເນື້ອໃນຂ່າວ,  ບົດ ແລະ ລາຍການຕ່າງໆ ຂອງສື່ໃຫ້ມີຫລາຍຮູບແບບ,  ຫລາຍສີສັນ, ຮັບປະກັນການນຳເອົາແນວທາງນະໂຍບາຍ,  ກົດໝາຍ, ລະບຽບການ,  ສາລະໜ້າຮູ້, ຊີວິດ,ວັດທະນະທຳ-ສັງຄົມ  ໄປເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ຢ່າງທົ່ວເຖິງ,  ວ່ອງໄວທັງຢູ່ພາຍໃນ ແລະ ປະເທດຕ່າງໆໃນໂລກ;  ເອົາໃຈໃສ່ສູ້ຊົນປະຕິບັດໂຄງການຫັນເປັນດີຈີຕອນທົ່ວປະ ເທດ,  ຂະຫຍາຍ ໂທລະໂຄ່ງ ໃຫ້ໄດ້ 350 ບ້ານ  ໃນປີ 2019 ຕາມທີ່ສະພາແຫ່ງຊາດໄດ້ຮັບຮອງ  ແລະ ເອົາ ໃຈໃສ່ເຮັດໜ້າທີ່  ໃນການໂຄສະນາປີທ່ອງທ່ຽວລາວ-ຈີນ  ໃຫ້ໃຫ້ມີຫລາຍຮູບແບບ, ຫລາຍສີສັນ  ແລະ ມີຫລາຍກິດຈະກໍາໃຫ້ມີຄວາມຟົດຟື້ນ ເພືອດຶງດູດ ນັກທ່ອງທ່ຽວ ເຂົ້າມາທ່ຽວລາວ ໃຫ້ໄດ້ຕາມແຜນ ການທີກໍານົດໄວ້ ໃນປີ 2019; ບັນດາສື່ຕ່າງໆ  ຕ້ອງຮູ້ໝູນໃຊ້ສື່ສັງຄົມອອນລາຍເຂົ້າຮັບໃຊ້ ວຽກງານຂອງຕົນຢ່າງມີປະສິດທິຜົນ,  ເປັນຊ່ອງທາງ ໃນການເຜີຍແຜ່ຂໍ້ມູນຂ່າວສານຂອງຕົນ  ໃຫ້ວ່ອງໄວທັນກັບສະພາບການ  ຄວາມນິຍົມຊົມໃຊ້ຕົວຈິງ ຂອງສັງຄົມ;  ແລະພ້ອມກັນສືບຕໍ່ດໍາເນີນການຈັດການແຂ່ງຂັ້ນ ດ້ານວິຊາສະເພາະ ໃຫ້ເປັນຂະບວນການ ທີ່ກວ້າງຂວາງໃນຂອບເຂດທົ່ວປະເທດ,  ສາມາດຊອກເຫັນໄດ້ບຸກຄົນຫ້າວຫັນ,  ບຸກຄົນດີເດັ່ນ, ບົດ, ຂ່າວ,  ຮູບພາບທີ່ໂດດເດັ່ນໃຫ້ຫລາຍ  ແລະ ຕັ້ງນາມມະຍົດໃຫ້ສົມກຽດ,  ມອບລາງວັນ ໃຫ້ເໝາະສົມກວ່າເກົ່າ  ເພື່ອເປັນການກະຕຸກຊຸກຍູ້ວຽກງານ ໃຫ້ມີຄວາມຄຶກຄື້ນ,  ມີການພັດທະນາຢ່າງຕັ້ງໜ້າ ແລະ ວ່ອງໄວທັນສະໄໝ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.