Home Economy ຊົມ​ເຊີຍ! ລັດຖະບານເຕົ້າໂຮມສອງເຂດເສດຖະກິດພິເສດ ຢູ່ແຂວງສະຫວັນນະເຂດ

ຊົມ​ເຊີຍ! ລັດຖະບານເຕົ້າໂຮມສອງເຂດເສດຖະກິດພິເສດ ຢູ່ແຂວງສະຫວັນນະເຂດ

0
ຊົມ​ເຊີຍ! ລັດຖະບານເຕົ້າໂຮມສອງເຂດເສດຖະກິດພິເສດ ຢູ່ແຂວງສະຫວັນນະເຂດ

ທ້າຍ​ອາ​ທິດ​ຜ່ານ​ມານີ້, ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ເປັນປະທານ ໃນພິທີປະກາດໂຮມເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ເຂດການຄ້າຊາຍແດນ-ບ້ານແດນສະຫວັນ ເຂົ້າກັນ ເປັນຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ. ເພື່ອເປັນກໍາລັງແຮງລວມສູນ ໃນການຕິດຕາມກວດກາ ແລະ ຄຸ້ມຄອງ, ຊຸກຍູ້-ສົ່ງເສີມ, ອຳນວຍຄວາມສະດວກໃນການດຶງດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາເສດຖະກິດຂອງແຂວງສະຫວັນນະເຂດ ກໍຄື ປະເທດຊາດ ໃຫ້ມີຄວາມເຂັ້ມແຂງຍິ່ງໆຂຶ້ນ.

ທີ່​ມາ: ຂ​ປ​ລ