ມາ​ຮູ້​ຈັກ! ຜີ​ຮ້າຍ 6 ຕົວ ທີ່​ສິງ​ຢູ່​ກັບ​ຄົນ​ລາວ ບໍ່​ໃຫ້​ກ້າວ​ໜ້າ ຈະ​ເລີນ​ຮຸ່ງ​ເຮືອງ

        ສົບ ຄື​ຄົນ​ທີ່​ຕາຍ ມີ​ນ້ຳ​ເຫຼືອງ​ໄຫຼຍ້ອຍ​ອອກ​ມາ

        ຜີ ຄືຄວາມ​ຊົ່ວ, ກິ​ເລດ​ທັງ​ຫຼາຍ ແລະ​ອະ​ບາຍ​ຍະ​ມຸກ​ເປັນ​ຕົ້ນ.

ອະ​ບາຍ​ຍະ​ມຸກ ຄື ຜີ​ທີ່​ສິງ​ຢູ່​ໃນ​ເຮືອນ​ຮ່າງ​ຂອງ​ມະ​ນຸດນັ້ນ​ເອງ ມີ​ແຕ່​ຈະ​ນຳ​ຄວາມ​ພິ​ນາ​ດ​ມາ​ໃຫ້ ອະ​ບາຍ​ຍະ​ມຸກ​ເປັນ​ປາກ​ທາງ​ແຫ່ງ​ຄວາມ​ຈິບ​ຫາຍ​ວາຍວອດ, ເປັນ​ປາກ​ທາງ​ແຫ່ງ​ຄວາມ​ເສື່ອມ ແລະ​ເປັນ​ປາກ​ທາງ​ແຫ່ງ​ຄວາມ​ຫາ​ຍະ​ນະ.

ຜີ​ຕົວ​ທີ່ 1 ມັກ​ກິນ​ເຫຼົ້າ​ເປັນ​ນິດ​ໄສ ບໍ່​ມັກ​ກິນ​ເຂົ້າ​ປາ​ເປັນ​ອາ​ຫານ.

ຜີ​ຕົວ​ທີ່ 2 ມັກ​ທ່ຽວ​ກາງ​ຄືນ ບໍ່​ຮັກ​ລູກ​ຮັກ​ເມຍ ແລະ​ຮັກ​ຄົນ​ໃກ້​ຊິດ.

ຜີ​ຕົວ​ທີ່ 3 ມັກ​ທ່ຽວ​ໜ້າ​ຮ້ານ ປາ​ກົດ​ໂຕ​ຢູ່​ທຸກວົງ​ດົນ​ຕີ ແລະ​ຕາມ​ຜັບ​ບາ.

ຜີ​ຕົວ​ທີ່ 4 ຄົບ​ຄົນ​ຊົ່ວ​ມົ້ວ​ກັບ​ໂຈນ ໜີບໍ່​ພົ້ນ​ຄຸກ​ຕະ​ລາງ

ຜີ​ຕົວ​ທີ່ 5 ມັກ​ຫຼິ້ນ​ການ​ພະ​ນັນ ​ເປັນ​ຕົ້ນ ເບ້ຍ, ເຈ້​ຍໄພ້,ຕີ​ໄກ່, ໄຮ​ໂລ…

ຜີ​ຕົວ​ທີ່ 6 ຂີ້​ຄ້ານ​ໃນ​ການ​ເຮັດ​ຢູ່​ທຳ​ກິນ ມີ​ທັງ​ໜີ້​ສິນ ແລະ​ຄວາມ​ທຸກ​ຍາກ.

        ຖ້າ​ຄົນລາວບໍ່​ມີ 6 ສິ່ງນີ້, ​ຈະ​ເລີນ, ກ້າວ​ໜ້າ ຮຸ່ງ​ເຮືອງ​ແນ່ນອນ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...