ຮູ້​ໄວ້! ປະ​ເທດຫວຽດນາມ ​ແມ່ນ​ຜູ້​ລົງ​ທຶນອັນດັບ 3 ຢູ່ໃນ ສ​ປ​ປລາວ

ໃນຕອນເຊົ້າມື້ນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ໄດ້ຮ່ວມເປັນປະທານຊີ້ນຳກອງປະຊຸມຄັ້ງທີ 41 ປະຈຳປີ 2019 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານແຫ່ງສປປ ລາວ ແລະ ລັດຖະບານແຫ່ງສສຫວຽດນາມ ຢູ່ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ. ໃນກອງປະຊຸມສອງຝ່າຍໄດ້ຮ່ວມກັນຕີລາຄາຜົນຂອງການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄັ້ງທີ 40 ກໍ່ຄື ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືປະຈໍາປີ 2018 ແລະ ພ້ອມກັນປຶກສາຫາລື ກ່ຽວກັບທິດທາງການຮ່ວມມືໃນປີ 2019.

ສອງຝ່າຍໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືໃນປີ 2018 ຜ່ານມາ, ເຊິ່ງບັນລຸຜົນສຳເລັດໃນຫລາຍດ້ານເປັນຕົ້ນ: ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດ ໄດ້ດຳເນີນເປັນປົກກະຕິ; ການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ ກໍ່ໄດ້ຮັບການປັບປຸງດ້ານຄຸນນະພາບ ແລະ ເປີດກວ້າງດ້ວຍຫລາຍຮູບການ. ປັດຈຸບັນ ຈໍານວນນັກສຶກສາລາວ ທີ່ກໍາລັງຄົ້ນຄວ້າ ຢູ່ ສສ ຫວຽດນາມ ມີທັງໝົດ 14.644 ຄົນ.

ໃນນັ້ນ, ທຶນລັດຖະບານ 4.228 ຄົນ; ດ້ານການລົງທຶນ, ມາຮອດປັດຈຸບັນ, ການລົງທຶນຂອງບັນດາວິສາຫະກິດ ຫວຽດນາມ ຢູ່ລາວ ມີທັງໝົດ 409 ໂຄງການ, ມູນຄ່າ 4,1 ຕື້ໂດລາສະຫະລັດ, ຈັດຢູ່ໃນອັນດັບ 03 ໃນຈໍານວນບັນດາປະເທດ ແລະ ເຂດແຄວ້ນ ທີ່ມີວິສາຫະກິດມາລົງທຶນຢູ່ລາວ; ມູນຄ່າການຄ້າລະຫວ່າງສອງປະເທດ ໃນປີ 2018 ບັນລຸໄດ້ 1 ຕື້ໂດລາສະຫະລັດ, ເພີ່ມຂື້ນ 13% ທຽບໃສ່ໄລຍະດຽວຂອງປີ 2017; ການຈັດຕັ້ງປະຕິບັດບັນດາໂຄງການທີ່ນໍາໃຊ້ທຶນຊ່ວຍເຫລືອ ກໍ່ໄດ້ມີຄວາມຄືບໜ້າດີສົມຄວນ, ມີ 12 ໂຄງການໄດ້ສໍາເລັດ, ມອບ-ຮັບ ແລະ ໄດ້ນໍາໃຊ້ໃນປີ 2018; ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ, ທ້ອງຖິ່ນຕ່າງໆ ຂອງສອງຝ່າຍໄດ້ເພີ້ມທະວີການພົບປະແລກປ່ຽນບົດຮຽນ ແລະ ເປີດກວ້າງການຮ່ວມມືຊ່ວຍເຫລືອ ເຊິ່ງກັນ ແລະ ກັນຢ່າງແທດເໝາະກັບຕົວຈິງ ແລະ ມີປະສິດທິຜົນ; ບັນດາກົນໄກ, ນະໂຍບາຍການຮ່ວມມື ໄດ້ຮັບການພິຈາລະນາ, ປັບປຸງດັດແກ້ຢ່າງທັນການ, ສອດຄ່ອງກັບສະພາບຕົວຈິງຂອງ ແຕ່ລະປະເທດ ກໍຄືລະບຽບການສາກົນ.

ທີ່​ມາ: facebook.com/1863267440451053

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...