ສະຫຼຸບຂ່າວ ວຽງຈັນທາຍ ປະຈຳວັນທີ 12 ກຸມພາ 2021

ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມກັບແຂວງອັດຕະປື ສືບຕໍ່ວຽກງານ ພາກພື້ນ ແລະ ສາກົນ

ແຂວງອັດຕະປືໄດ້ເຊັນສັນຍາຫຼາຍວຽກງານສຳຄັນ ກັບກະຊວງອຸດສາຫະກຳ ແລະ ການຄ້າ ໃນວຽກງານການເຊື່ອມໂຍງເສດຖະກິດໃຫ້ເຂົ້າກັບສາກົນ ແລະ ເພື່ອຊອກຕະຫຼາດໃນການຂາຍສິນຄ້າລາວ ກໍຄືແຂວງອັດຕະປື

ຜັນຂະຫຍາຍແນວທາງ ແລະ ແຜນການໃນການພັດທະນາເສດຖະກິດ – ອຸດສາຫະກຳ 5 ປີຂ້າງໜ້າ ( 2021 – 2025 ) ໃຫ້ກັບແຂວງອັດຕະປື…ອ່ານເພີ່ມເຕີມ

ຍັງມີການລັກລອບນໍາເຂົ້າສິນຄ້າ ແບບຜິດກົດໝາຍດ້ວຍທ່າເຮືອນ້ອຍ ທີ່ແຂວງສະຫວັນນະເຂດ

ຢູ່ທີ່ນະຄອນໄກສອນພົມວິຫານ ປະຊາຊົນຍັງມີການລັກລອບນໍາເຂົ້າສິນຄ້າ ແບບຜິດກົດໝາຍ ຂອງຄົນລາວທີ່ໄປເຮັດວຽກຢູ່ໄທ ຕາມລຽບແມ່ນໍ້າຂອງ

ເຈົ້າແຂວງສະຫວັນນະເຂດ ເລີຍລົງກວດກາ ຈຸດທ່າເຮືອນ້ອຍດັ່ງກ່າວ ແລະ ຊີ້ນໍາເຈົ້າໜ້າທີ່ໃຫ້ເຂັ້ມງວດ ໃນການສະກັດກັ້ນ ແລະ ກວດກາລາດຕະເວນຕາມຊາຍແດນ…ອ່ານເພີ່ມເຕີມ

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.