ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 3 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:


ເລີ່ມສັກຢາວັກຊີນ ໃຫ້ກຸ່ມຄວາມສ່ຽງ ໃນວັນສຸກນີ້ 300.000 ໂດສ ທົ່ວປະເທດ



ເຊິ່ງຈະເລີ່ມສັກຢາ 300.000 ໂດຍທີ່ໄດ້ຮັບການຊ່ວຍເຫຼືອຈາກຈີນ ເຂັມທຳອິດໃນວັນທີ 5-12 ມີນາ ແລະ ເວັ້ນໄລຍະຫ່າງ 1 ເດືອນເພື່ອສັກຕື່ມອີກເຂັມທີ 2 ເຊິ່ງແຕ່ລະແຂວງຈະມີຈຳນວນຜູ້ໄດ້ຮັບການສັກຢາດັ່ງນີ້

ອັດຕະປື 4.000 ຄົນ, ບໍ່ແກ້ວ 4.900 ຄົນ, ບໍລິຄໍາໄຊ 4.700 ຄົນ,ຈຳປາສັກ 16.600 ຄົນ, ຫົວພັນ 4.400 ຄົນ, ຄຳມ່ວນ 6.800ຄົນ, ຫຼວງນ້ຳທາ 5.000 ຄົນ, ຫຼວງພະບາງ 6.800 ຄົນ, ອຸດົມໄຊ5.000 ຄົນ, ຜົ້ງສາລີ 4.800 ຄົນ, ເຊກອງ 2.000 ຄົນ, ສາລະວັນ9.600 ຄົນ, ສະຫວັນນະເຂດ 22.200 ຄົນ, ນະຄອນຫຼວງວຽງຈັນ 29.300 ຄົນ, ແຂວງວຽງຈັນ 6.000 ຄົນ, ຊຽງແຂວງ4.600 ຄົນ, ໄຊສົມບູນ 1.700 ຄົນ, ໄຊຍະບູລີ 9.900 ຄົນ, ສູນແມ່ ແລະ ເດັກ ຫຼັກ 3 ຈຳນວນ 1.700 ຄົນ…ອ່ານຕໍ່

ນັກທຸລະກິດ ແລະ ບັນດາບໍລິສັດຮ່ວມກັນລະດົມທຶນສ້າງ ອານຸສາວະລີປະທານ ໄກສອນ ພົມວິຫານ



ອະນຸສາວະລີດັ່ງກ່າວມີເນື້ອທີ່ທັງໝົດ 1.600 ຕາແມັດ, ໂຄງສ້າງຂອງໂຄງການແມ່ນໄດ້ດຳເນີນກໍ່ສ້າງຕາມແບບຝັງ, ເຕັກນິກ,ຂະໜາດ ແລະ ການຕົບແຕ່ງຖືກຕ້ອງຕາມການກຳນົດຂອງອະນຸສອນ

ເຊິ່ງປະກອບມີຮູບຫຼໍ່ເຄິ່ງຄີງ ສູງ 0,78 ແມັດ ຂອງປະທານໄກສອນພົມວິຫານ ແລະ ມີການຕົບແຕ່ງເດີ່ນສວນ, ມີລະບົບໄຟຟ້າ,ນ້ຳປະປາ, ມີຮົ້ວອ້ອມ ແລະ ອື່ນໆຢ່າງຄົບຊຸດ ຊຶ່ງມີມູນຄ່າການກໍ່ສ້າງທັງໝົດ 120.000 ໂດລາ ໂດຍໃຊ້ເວລາໃນການກໍ່ສ້າງ 3ເດືອນ…ອ່ານຕໍ່

ແຂວງຜົ້ງສາລີ ເປັນແຂວງທີ່ໄດ້ຮັບຜົນກະທົບຈາກສັດຕູພືດ



ອຳນາດການປົກຄອງແຂວງຜົ້ງສາລີໃຫ້ຮູ້ວ່າ: ແຂວງຜົ້ງສາລີ ເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກສັດຕູພືດໂດຍສະເພາະແມ່ນຝູງຕັກແຕນໄມ້ປ່ອງທີ່ເຂົ້າທໍາລາຍພຶດ-ຜັກ ຝູງຕັກແຕນດັ່ງກ່າວໄດ້ເລີ່ມລະບາດຢູ່ແຂວງຜົ້ງສາລີນັບແຕ່ ປີ 2015 ເປັນຕົ້ນມາ ຢູ່ບ້ານກຸງຍາງ ເມືອງໃໝ່ ລຽບຕາມຊາຍແດນລາວ -ຫວຽດນາມ ເຖິງຕຈະມີການປ້ອງກັນເລື້ອຍໆອແຕ່ກໍ່ຍັງມີ…ອ່ານຕໍ່

ສະພາການຄ້າແຂວງສາລະວັນ ຮ່ວມມືກັບຫຼາຍພາກສ່ວນ ຊ່ວຍເຫຼືອປັບປຸງພຶ້ນຖານໂຄງລ່າງ


ສະພາການຄ້າ ແລະ ອຸດສາຫະກຳແຂວງສາລະວັນ ຮ່ວມມືກັບສະພາການຄ້າຈີນ ແຂວງຫູໜານ ແລະ ມູນນິທິໂກຣໂບຣໄລູຟແຊໍຣິງ ປະເທດເກົາຫຼີ ປະຈຳ ສປປ ລາວ ຮ່ວມກັນ ຊ່ວຍແກ້ໄຂຄວາມທຸກຍາກ ສ້າງພື້ນຖານໂຄງລ່າງ ເປັນຕົ້ນແມ່ນ ໂຮງຮຽນ, ວັດຖຸອຸປະກອນ, ນ້ຳບາດານ ແລະ ອື່ນໆ ໃຫ້ແກ່ຊຸມຊົນ ແລະ ນັກຮຽນນັກສຶກສາ ແຂວງ ສາລະວັນ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...