ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 23 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ລຸກຊຳບວກ ປະຈຳລາວ ເຊັນສັນຍາໂຄງການຮ່ວມມື ຄຸ້ມຄອງໄພພິບັດຂັ້ນຊຸມຊົນ ຢູ່ສອງແຂວງ

ຈຸດປະສົງຂອງໂຄງການແມ່ນເພື່ອຫຼຸດຜ່ອນຜົນກະທົບທີ່ເກີດຂື້ນຈາກໄພພິບັດທໍາມະຊາດຕໍ່ກັບຊັບສິນ ແລະ ລະບົບການດໍາລົງຊີວິດຂອງປະຊາຊົນ

ໂດຍໄດ້ຮັບທຶນ 618,648 ເອີໂຣ ຈາກການຮ່ວມມືກັນລະຫວ່າງ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີສັງຄົມ (ຮສສ) ແລະ ອົງການແຄຣິຕັສ ລຸກຊຳບວກ ປະຈຳລາວ (Caritas Luxembourg)

ໂດຍໂຄງການດັ່ງກ່າວແມ່ນ ຫຼຸດຜ່ອນຄວາມສ່ຽງ ແລະ ຄຸ້ມຄອງໄພພິບັດຂັ້ນຊຸມຊົນ ຢູ່ສອງແຂວງຄື: ຢູ່ເມືອງຫົວເມືອງ ແຂວງຫົວພັນ ແລະ ເມືອງຄໍາ ແລະ ໜອງແຮດ ແຂວງຊຽງຂວາງ…ອ່ານຕໍ່

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສູ້ຊົນໃຫ້ເສດຖະກິດລາວຂະຫຍາຍຕົວ 4% ຂຶ້ນໄປ

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ປະກອບມີແຜນວຽກຈຸດສຸມ ພາຍຫຼັງຮັບຮອງເອົາກົງຈັກການຈັດຕັ້ງຂອງລັດຖະບານຊຸດໃໝ່ ຊຸດທີ IX

ເຮັດໃຫ້ເສດຖະກິດຂະຫຍາຍຕົວສະເລ່ຍຕໍ່ປີໃນລະດັບ 4% ຂຶ້ນໄປ, ລວມຍອດຜະ ລິດຕະພັນພາຍໃນ (GDP) ຕໍ່ຫົວຄົນ 2.880 ໂດລາສະຫະລັດ, ສະເລ່ຍລາຍຮັບ ຕໍ່ຫົວຄົນໃຫ້ໄດ້ 2.280 ໂດລາສະຫະລັດ…ອ່ານຕໍ່

ໂຄງການພັດທະນາຊົນລະກະເສດ ແລະ ພັດທະນາຊົນນະບົດຮອບດ້ານແຂວງສະຫວັນນະເຂດ ຄາດວ່າຈະສໍາເລັດໃນປີ 2023

ໂຄງການນີ້ ມີການກໍ່ສ້າງພື້ນຖານຊົນລະກະເສດ, ຟຶ້ນຟູອ່າງເກັບນໍ້າສຸຍ ເມືອງຈໍາພອນ, ກໍ່ສ້າງລະບົບຫົວງານຈັກສູບນໍ້າ, ກໍ່ສ້າງລະບົບສົ່ງນໍ້າ ພ້ອມ ດ້ວຍອາຄານ, ຄອງເໝືອງ ແລະ ລະບົບຄອງລະບາຍ

ໂຄງການດັ່ງກ່າວມີມູນຄ່າການກໍ່ສ້າງຫຼາຍກວ່າ 53 ລ້ານໂດລາສະຫະລັດ, ໃນນີ້ 46 ລ້ານໂດລາແມ່ນກູ້ຢືມດ້ວຍດອກເບັ້ຍຕໍ່າ ຈາກທະນາຄານ ຂາເຂົ້າ-ຂາອອກ ສ.ເກົາຫຼີ ແລະ 7 ລ້ານກວ່າໂດລາແມ່ນເປັນທຶນຈາກລັດຖະບານລາວ

ນັ້ນຍັງມີການກໍ່ສ້າງເສັ້ນທາງຂົນສົ່ງສິນຄ້າກະສິກໍາ ລຽບຕາມຄອງເໝືອງຢູ່ພາຍໃນຂອບເຂດໂຄງການຍ່ອຍທີ່ມີຄວາມຍາວ 44 ກິໂລແມັດ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...