ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 24 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ແຂວງຊຽງຂວາງ ຈະຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ 11 ຫຼັງຈາກເລື່ອນໄປ 2 ປີ

ເຊິ່ງແຂວງຊຽງ​ຂວາງ ມີແຜນຈະຈັດການແຂ່ງຂັນກິລາ ສອງ ຫຼື ສາມປະເພດກິລາໃນແຕ່ລະອາທິດເພື່ອເປັນວິທີຫຼຸດຜ່ອນການແອອັດເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19

ແລະ ໄດ້ຕັດບາງປະເພດກິລາອອກຈາກຈຳນວນທັງໝົດ 28 ປະເພດທີ່ວາງແຜນໄວ້ສຳລັບການແຂ່ງຂັນກິລາ ຍ້ອນວ່າຜູ້ສະໜັບສະໜູນກິດຈະກຳກິລາໃນງານຄັ້ງນີ້ ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃນຊ່ວງນີ້…ອ່ານຕໍ່

ສະມາຄົມອຸດສາຫະກໍາຕັດຫຍິບລາວ ເຜີຍແຜ່ວິທີປ້ອງກັນເຊື້ອພະຍາດໂຄວິດ-19 ໃຫ້ໂຮງງານຕັດຫຍິບລາວ



ຈຸດປະສົງຂອງການຝຶກອົບຮົມເພື່ອເປັນການກະກຽມຄວາມພ້ອມໃຫ້ ສາມາດຮັບມືກັບສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງບັນດາໂຮງງານອຸດສາຫະກໍາຕັດຫຍິບລາວ

ຮູ້ຈັກກັບວິທີຄວບຄຸມ, ປ້ອງກັນ, ສະກັດກັ້ນ, ວິທີແກ້ໄຂ ແລະ ຂັ້ນຕອນຂ້າເຊື້ອ ໂດຍມີນັກສຳມະນາກອນ ຈຳນວນ 20 ຄົນທີ່ ມາຈາກໂຮງງານຕັດຫຍິບຕ່າງໆ ໃນນະຄອນຫຼວງວຽງຈັນ…ອ່ານຕໍ່

ຄະນະສະເພາະກິດຫ່ວງ! ອາດມີຄົນໃຊ້ວິກິດຊ່ວງນໍ້າຂອງຫຼຸດລົງ ລັກລອບເຂົ້າປະເທດ

ນັບແຕ່ ເດືອນມັງກອນ 2020 ຮອດປັດຈຸບັນ ລາວກວດພົບເຊື້ອພະຍາດໂຄວິດ-19 ທັງໝົດ 49 ຄົນ, ປິ່ນປົວຫາຍດີແລ້ວ 45 ຄົນ, ຍັງນອນປິ່ນປົວຢູ່ໂຮງໝໍ ຈໍານວນ 4 ຄົນ

ແລະ ຍັງບໍ່ເຫດການລັກລອບເຂົ້າປະເທດຫຼາຍເຫດານ ເຊິ່ງທາງຄະນະສະເພາະກິດເພິ່ນຫ່ວງວ່າ ຈະມີຄົນຂ້າມນໍ້າຂອງມາໃນຊ່ວງທີ່ນໍ້າຂອງແຫ້ງແລ້ງຈົນເຫັນດິນແບບນີ້…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...