ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 29 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ກວດພົບລະເບີດບໍ່ທັນແຕກ 1.003 ໜ່ວຍໃນຫຼາຍເດືອນທີ່ຜ່ານມາ ທີ່ແຂວງຊຽງຂວາງ



ຜ່ານການຮ່ວມມືປະຕິບັດງານພາກສະໜາມກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ໄດ້ເລີ່ມໃນບໍລິເວນເນື້ອທີ່ໄດ້ຮັບການຢັ້ງຢືນເປັນພື້ນທີ່ສໍາເລັດການກວດກູ້ລະເບີດບໍ່ທັນແຕກ 3,47 ເຮັກຕາ

ເຊິ່ງກວດພົບລະເບີດບໍ່ທັນແຕກໄດ້ 1.003 ໜ່ວຍ, ສະເກັດລະເບີດ 420.850 ຊິ້ນສ່ວນ ແລະ ເສດໂລຫະຕ່າງໆ 535.700 ຊິ້ນສ່ວນ

ຈໍານວນທີ່ບໍ່ສາມາດເຄື່ອນຍ້າຍໄປທໍາລາຍບ່ອນອື່ນໄດ້ ຈໍານວນ 421 ໜ່ວຍ ແລະ ເຄື່ອນຍ້າຍລະເບີດບໍ່ທັນແຕກ ຊະນິດທີ່ມີຄວາມສ່ຽງຕໍ່າໄປທໍາລາຍຈໍານວນ 582 ໜ່ວຍ….ອ່ານຕໍ່

ໂຄງການກໍ່ສ້າງຂົວນໍ້າງື່ມບ້ານພຽງຫຼວງ ຈະສຳເລັດໃນກາງປີນີ້



ມາຮອດປະຈຸບັນ ໂຄງການກໍ່ສ້າງຂົວນໍ້າງື່ມ ການກໍ່ສ້າງໄດ້ສໍາເລັັດໄປແລ້ວ ປະມານ 70% ຊຶ່ງຂົວດັ່ງກ່າວ ມີຄວາມຍາວທັງໝົດ 124, 85 ແມັດ ແລະ ກວ້າງ 8 ແມັດ ລວມມູນຄ່າການກໍ່ສ້າງ 20 ກວ່າຕື້ກີບ

ໂດຍການຮັບເໝົາການກໍ່ສ້າງຂອງບໍລິສັດ ອໍາມະຕະລາວລ້ານຊ້າງ ຈໍາກັດ ແລະ ເຈົ້າຂອງໂຄງການແມ່ນລັດວິສາຫະກິດໄຟຟ້າລາວ

ຂົວແຫ່ງນີ້ ຈະກາຍເປັນຈຸດຊົມວີວທິວທັດອີກແຫ່ງໜຶ່ງຂອງແຂວງຊຽງຂວາງ ແລະ ຈະສ້າງຄວາມສະດວກໃນການເດີນທາງໄປ-ມາ ໃຫ້ແກ່ປະຊາຊົນ ແຂວງຊຽງຂວາງ…ອ່ານຕໍ່

ໂຄງການຮ່ວມໃຈສາຍໄຍໂລມາຄຳຊ່ວຍສ້າງອາຊີບໝັ້ນຄົງໃຫ້ປະຊາຊົນເມືອງນອງຈຳນວນ 142 ຄອບຄົວ



ໂຄງການເພື່ອສ້າງ ເງື່ອນໄຂໃຫ້ປະຊາຊົນບ້ານຕະຢົງ ແລະ ບ້ານປະແນະ ເມືອງນອງ ແຂວງສະຫວັນນະເຂດໃຫ້ມີອາຊີບ ແລະ ລາຍຮັບທີ່ໝັ້ນຄົງ, ຫຼຸດພົ້ນຈາກຄວາມທຸກ ຍາກເທື່ອລະກ້າວ

ພ້ອມດຽວກັນ, ກໍ່ໄດ້ເຈາະນໍ້າບາດານ 10 ບໍ່ ໃຫ້ 5 ບ້ານເຊັ່ນ: ບ້ານຕະຢົງ 4 ບໍ່, ບ້ານປະແນະ 3 ບໍ່, ບ້ານລະແບງນ້ຳ, ບ້ານຕັງ ອາໄລກາງ ແລະ ບ້ານຕັງອາໄລເກົ່າບ້ານລະ 1 ບໍ່

ລວມທັງໄດ້ກໍ່ສ້າງຝາຍເບຕົງເກັບນ້ຳ 2 ແຫ່ງ ຢູ່ບ້ານຕະຢົງ 1 ແຫ່ງ ໂດຍສາມາດເກັບນໍ້າໄດ້ 10.000 ແມັດກ້ອນ…ອ່ານຕໍ່

ບໍລິສັດການລົງທຶນຢາງພາລາ ຢຸນນານ ປ່ອຍເງິນກູ້ຢືມ ບໍ່ມີດອກເບ້ຍໃຫ້ແກ່ຊາວສວນ ຈຳນວນ 28 ບ້ານ



ເຊິ່ງໄດ້ວາງແຜນການເກັບຊື້ນໍ້າຢາງພາລາໃຫ້ໄດ້ 9ໝື່ນໂຕນຄິດເປັນມູນຄ່າ 540 ຕື້ກີບ ໃນປີ 2021 ນີ້ ບໍລິສັດດັ່ງກ່າວໄດ້ເລີ່ມສົ່ງເສີມປະຊາຊົນໃນການປູກຢາງພາລານັບແຕ່ປີ 2012 ເປັນຕົ້ນມາ

ໂດຍໄດ້ປ່ອຍເງິນກູ້ຢືມບໍ່ມີດອກເບ້ຍໃຫ້ຊາວສວນຢາງພາລາເພື່ອແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ແລະ ມີການເກັບຊື້ຈາກປະຊາຊົນໂດຍທີ່ຊາວສວນຢາງພາລາບໍ່ຕ້ອງກັງວົນເລື່ອງຕະຫຼາດ

ນອກຈາກນີ້, ບໍລິສັດດັ່ງກ່າວຍັງໄດ້ສົ່ງເສີມພັດທະນາ ແລະ ປະກອບສ່ວນຊ່ວຍເຫຼືອສັງຄົມ…ອ່ານຕໍ່

ເມືອງສິງ ກຽມຈັດສົ່ງອອກງົວພັນຊີ້ນໃຫ້ ສປ ຈີນ ຈຳນວນຫຼາຍ



ອໍານາດການປົກຄອງເມືອງສິງ ແຂວງຫຼວງນໍ້າທາຈະສົ່ງງົວພັນຊີ້ນຈໍານວນ 3.000 ໂຕໄປ ສປ ຈີນ ໂດຍໄດ້ຄົ້ນຄວ້າຄັດເລືອກເອົາ ເມືອງສິງ ເປັນບ່ອນຈັດຕັ້ງປະຕິບັດໂຄງການ

ຊຶ່ງຕາມແຜນແລ້ວແຕ່ລະປີລາວຈະສົ່ງອອກງົວໃຫ້ຈີນປະມານ 500.000 ໂຕ ໂດຍອີງຕາມທ່າແຮງ ແລະ ຄວາມອາດສາມາດຂອງລາວ

ໂຄງການສົ່ງເສີມການລ້ຽງງົວພັນຊິ້ນເພື່ອສົ່ງອອກໄປ ສປ ຈີນ ແມ່ນໂຄງການຮ່ວມມື ແລະ ເປັນຂອງຂວັນພິເສດທີ່ປະທານ ປະເທດຈີນ ແລະ ອະດີດເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວແລະປະທານ ປະເທດລາວ…ອ່ານຕໍ່

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.