ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 31 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ນັກລົງທຶນຈີນສົນໃຈລົງທຶນດ້ານກະສິກຳ ປູກຝັງ ລ້ຽງສັດ ແລະ ດ້ານການທ່ອງທ່ຽວ ຢູ່ເເຂວງສາລະວັນ

ທ່ານ ຈ້າວເຫຼີນ ປະທານເສດຖະກິດສາມຫຼ່ຽມຄຳ ໄດ້ລົງເຄື່ອນໄຫວຢ້ຽມຢາມແຂວງສາລະວັນ ເພື່ອສຶກສາຄວາມເປັນໄປໄດ້ໃນການລົງທຶນດ້ານກະສິກຳ, ປູກຝັງ-ລ້ຽງສັດ ແລະ ດ້ານການທ່ອງທ່ຽວ ຢູ່ເເຂວງສາລະວັນ

ຈາກນັ້ນ, ກໍໄດ້ໄປຢ້ຽມຢາມເບິ່ງເຂດເຊື່ອມຕໍ່ລະຫວ່າງຊາຍແດນລະໄລ ເມືອງສະໝ້ວຍ ແຂວງສາລະວັນ ຊຶ່ງເປັນຊາຍແດນລາວ-ຫວຽດນາມ ທີ່ມີຄວາມເປັນໄປໄດ້ໃນການພັດທະນາ ການທ່ອງທ່ຽວ…ອ່ານຕໍ່

ໂຮງໝໍແຂວງຄໍາມ່ວນ ໄດ້ຮັບຊ່ວຍເຫຼືອເຄື່ອງອຸປະກອນການແພດ ມູນຄ່າຫຼາຍກວ່າ 8 ໝື່ນໂດລາ

ໂດຍການຊ່ວຍເຫຼືອຂອງ 3 ບໍລິສັດໂດຍການຊ່ວຍເຫຼືອຂອງ 3 ບໍລິສັດ ຄື : ບໍລິສັດ ເທີນ ຫີນບູນ ພາວເວີ ຈໍາກັດ, ບໍລິສັດ ລັດວິສາຫະກິດ ຖືຫຸ້ນລາວ ຈໍາກັດ ແລະ ບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດ

ເຄື່ອງອຸປະກອນການແພດທີ່ໄດ້ຮັບມີ: ເຄື່ອງຟອກໄຂ່ຫຼັງຈໍານວນ 03 ເຄື່ອງ ແລະ ເຄື່ອງຈັກຜະລິດນໍ້າອາໂອບໍລິສຸດຈໍານວນ 01 ຊຸດ…ອ່ານຕໍ່

ຫົວພັນ ມີສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຈຳນວນ 5 ຊະນິດ

ແຂວງຫົວພັນ ມີສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດ໊ອບ) ຈຳນວນ 5 ຊະນິດ ປະກອບມີ: ແຈ່ວປາບ້ຳຊຳເໜືອ, ເຫຼົ້າຂາວຍອດຊຳ ເມືອງຊຳເໜືອ, ຜະລິດຕະພັນໂພໄຊວາຍ ເມືອງວຽງໄຊ, ຫັດຖະກຳຈັກສານໄມ້ປ່ອງແອບເຂົ້ານ້ອຍ ບ້ານປຸ່ງ-ນາຄາວ ເມືອງວຽງໄຊ ແລະ ຫັດຖະກຳຈັກສານໄມ້ ປ່ອງ ແອບເຂົ້າບ້ານນາຍົມ ເມືອງສົບເບົາ

ເພື່ອເປັນການສົ່ງເສີມສິນຄ້າດັ່ງກ່າວໃຫ້ສັງຄົມໄດ້ຮັບຮູ້ ແລະ ເປັນການສົ່ງເສີມການທ່ອງທ່ຽວໃນ ຍຸກລາວທ່ຽວລາວ ແລະ ຈະເປັນການຊຸກຍູ້ຂະບວນການຜະລິດເປັນສິນຄ້າໃຫ້ມີຄວາມຫຼາກຫຼາຍ…ອ່ານຕໍ່


More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...