ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 1 ເມສາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ອົງການປະກັນສັງຄົມແຫ່ງຊາດ ຫັນເຂົ້າສູ່ການໃຫ້ບໍລິການການເງິນແບບດີຈີຕອນ



ອົງການປະກັນສັງຄົມແຫ່ງຊາດ ຮ່ວມມືກັບ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວເຊັນສັນຍາວ່າດ້ວຍການເປັນຄູ່ຮ່ວມທຸລະກິດ

ການຮ່ວມມືທາງທຸລະກິດຄັ້ງນີ້ຍັງເປັນບາດກ້າວໜຶ່ງທີ່ສຳຄັນ ແລະ ເປັນບາດກ້າວທຳອິດໃນການຫັນການຊຳລະເງິນຮູບແບບໃໝ່ຜ່ານ M Money ເຂົ້າໃນຫົວໜ່ວຍທຸລະກິດທີ່ທັນສະໄໝ ແລະ ມີຄວາມຈຳເປັນໃນການດຳລົງຊີວິດປະຈຳວັນ…ອ່ານຕໍ່

ຈີນ ຊ່ວຍເຫຼືອສົ່ງວັກຊີນໂຄວິດ-19 ອີກ 8ແສນໂດສ ໃຫ້ ສປປລາວ

ລັດຖະບານ ສປ ຈີນໄດ້ສົ່ງມອບໃຫ້ເປັນຈໍານວນ 500.000 ໂດສ ແລະ ກອງທັບປົດປ່ອຍປະຊາຊົນຈີນ 300.000ໂດສ ຊຶ່ງເປັນການຊ່ວຍເຫຼືອຄັ້ງທີ 3

ໃຫ້ກຽດຮັບໂດຍ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍຈີນກ່າວມອບໂດຍທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ…ອ່ານຕໍ່

ອຸບັດຕິເຫດຕາມທາງຫຼວງ ຍັງມີຈໍານວນຫຼາຍຄັ້ງແລະເສຍຫາຍຫຼາຍຕື້



ໃນປິ 2020 ຜ່ານມາ ສປປ ລາວ ມີອຸບັດເຫດ​ເກີດ​ຂຶ້ນ​ທັງ​ໝົດ 6.774 ຄັ້ງ ໃນທົ່ວ​ປະເທດ​ ແລະ ມີຜູ້ເສຍຊີວິດເຖິງ 1.031 ຄົນ ລວມມູນຄ່າເສຍຫາຍ 103 ຕື້ກວ່າກີບ

ເຊິ່ງໃນແຕ່ລະປີທົ່ວໂລກ ມີຜູ້ເສຍຊີວິດຈາກການເກີດອຸບັດເຫດທາງຖະໜົນ ສະເລ່ຍ 1,3 ລ້ານຄົນ ແລະ ບາດເຈັບຫລາຍກວ່າ 23 ລ້ານຄົນ, ລວມມູນຄ່າຄວາມເສຍຫາຍກວມເອົາ 3% ຂອງ GDP ໃນທົ່ວໂລກ ຫຼື ປະມານ 2,5 ພັນຕື້ໂດລາ…ອ່ານຕໍ່

ເຈົ້າແຂວງອັດຕະປື ແລະຄະນະລົງເຄື່ອນໄຫວວຽກງານຢູ່ເມືອງພູວົງ ແຂວງອັດຕະປື



ເຈົ້າແຂວງຍັງໄດ້ເນັ້ນໃຫ້ການນໍາເມືອງເອົາໃຈໃສ່ຊຸກຍູ້ສົ່ງເສີມກຸ່ມການຜະລິດ ກະສິກໍາ ເປັນຕົ້ນ: ປູກອ້ອຍ, ມັນຕົ້ນ, ພືດຜັກຊະນິດຕ່າງໆ

ໂດຍຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ເກີດຜົນເປັນຈິງ, ຜັນຂະຫຍາຍເປັນແຜນວຽກລະອຽດ ໃຫ້ທຸກຂະແໜງການຂອງເມືອງສົມທົບກັບພາກສ່ວນກ່ຽວຂ້ອງຂອງແຂວງ, ນໍາເອົາແຜນວຽກລົງໄປຈັດຕັ້ງປະຕິບັດຢູ່ບ້ານ ແລະ ຕິດພັນກັບ ການຕິດຕາມກວດກາ-ປະເມີນຜົນ ແລະ ແກ້ໄຂຈຸດອອ່ນ ຂໍ້ຄົງຄ້າງ ຕາມຈຸດພິເສດຂອງແຕ່ລະຂົງເຂດ…ອ່ານຕໍ່

ລົມພະຍຸລະດູຮ້ອນໄດ້ພັດຕົ້ນກ້ວຍຢູ່ເມືອງພຽງ ແຂວງໄຊຍະບູລີ ເສຍຫາຍຫຼາຍກວ່າ 70 ເຮັກຕາ



ຄະນະກໍາມະການຄຸ້ມຄອງໄພພິບັດເມືອງ ພຽງ ແຂວງ ໄຊຍະບູລີ ແຈ້ງໃຫ້ຮູ້ວ່າ: ທີ່ຜ່ານມາໄດ້ເກີດມີລົມພະຍຸພັດຕົ້ນກ້ວຍຂອງບໍລິສັດບົວບານ ເສຍຫາຍ 63 ເຮັກຕາ ມີຕົ້ນກ້ວຍ 142.000 ຕົ້ນ, ລວມມູນຄ່າເສຍຫາຍ 16 ຕື້ກີບ ແລະ ສວນກ້ວຍຂອງ ບໍລິສັດ ຕາຄິງ ເສຍຫາຍ 10 ເຮັກຕາ ມີ 31.000 ຕົ້ນ ມູນຄ່າເສຍຫາຍລວມທັງໝົດເກືອບ 20ຕື້ກີບ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...